ຂ່າວເດັ່ນປະຈຳວັນທີ 15 ກຸມພາ 2021 ມີເດຍລາວ

ມາຮູ້ຈັກກັບ ເຂດອະນຸລັກປ່າໂຄກໂອ່ງ-ມັ່ງ ແຫຼ່ງຊາດ

ເຂດອະນຸລັກດັ່ງກ່າວແມ່ນໄດ້ມີພິທີເປີດຢ່າງເປັນທາງການເມື່ອບໍ່ດົນມານີ້ ເຂດອະນຸລັກປ່າໂຄກໂອ່ງ-ມັ່ງ ແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກປະຊາຊົນມີສ່ວນຮ່ວມ ມີເນື້ອທີ່ທັງໝົດ 130.745 ເຮັກຕາ ແລະ ຖືກຈັດເປັນປ່າສະຫງວນ ຂອງອົງການອະນຸລັກທຳມະຊາດໂລກ ( IUCN )

ມີການພັດທະນາພື້ນຖານໂຄງລ່າງເພື່ອອຳນວຍຄວາມສະດວກຫຼາຍຢ່າງ ເຊິ່ງເຂດດັ່ງກ່າວມີ ໂອ່ງ-ມັ່ງ ເປັນສັດທີ່ໃກ້ຈະສຸນພັນ ປັດຈຸບັນມີປະມານ 170 ກວ່າໂຕ ແລະ ບໍລິການ-ກິດຈະກຳຕ່າງໆ ໃນເຂດອະນຸລັກ ເພື່ອບໍລິການໃຫ້ນັກທ່ອງທ່ຽວ…ອ່ານຕໍ່

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ມອບທຶນ ແລະ ອຸປະກອນຊ່ວຍເຫຼືອນັກຮຽນ

ອຳນວຍການ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໄດ້ເຊັນສັນຍາຈະມອບທຶນການສຶກສາ ໃຫ້ກັບນັກຮຽນບ້ານຫຼັກ 40 ຈຳນວນ 164 ຄົນ ເປັນເວລາ 5 ປີ

ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ບໍ່ໃຫ້ພໍ່ແມ່ເສຍຄ່າຫຍັງ ສະເພາະຮັກຮຽນໃນສົກ 2020-2021 ເຊິ່ງນີ້ແມ່ນແຜນພັດທະນາຂອງແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ…ອ່ານຕໍ່

ຫັນມາປູກໝາກກ້ຽງ ເພື່ອເປັນລາຍຮັບໃຫ້ກັບຄອບຄົວ

ທ່ານ ແສງອ່ອນ ຜູ້ທີ່ຜັນຕົວຈາກການປູກພືກຜັກ ແລະ ເຮັດນາ ມາປູກໝາກ ກ້ຽງຕາມແນວທາງຂອງພັກລັດທີ່ໄດ້ວາງໃຫ້ຄອບຄົວຂອງລາວ

ທ່ານ ແສງອ່ອນ ທຳອິດລາວໄດ້ປູກໝາກກ້ຽງໄວ້ 300 ເບ້ຍ ໃນເນື້ອທີ່ 1 ເຮັກຕາ, ຕົ້ນໝາກກ້ຽງເປັນຕົ້ນທີ່ມັກດິນດຳ, ປູກງ່າຍ ແລະ ການບົວລະບັດຮັກສາກໍ່ງ່າຍພຽງແຕ່ເສຍຫຍ້າ ແລະ ກຳຈັດສັດຕູພືດເທົ່ານັ້ນ…ອ່ານຕໍ່

ເອົາອາຊີບການປູກຝັງ ແລະ ລ້ຽງສັດ ເປັນການສ້າງເສດຖະກິດໃຫ້ແກ່ຄອບຄົວ

ທ່ານ ສິດ ວົງສົງຄອນ ເປັນຄົນໜຶ່ງທີ່ເຮັດອາຊີບປູກຝັງ ແລະ ລ້ຽງສັດ ແຕ່ກ່ອນລາວເຮັດນາປູກເຂົ້າ ແລະ ລ້ຽງສັດເປັນ ອາຊີບເສີມ ແຕ່ກໍມີລາຍຮັບທີ່ບໍາພຽງໃຫ້ກັບຄອບຄົວ

ປັດຈຸບັນເລີຍກັນມາປູກ ໝາກໄມ້ໃຫ້ໝາກ ລາວໄດ້ເອັາເງິນສະສົມໄປຊື່ທີ່ດິນ ແລະ ນຳເບ້ຍມາປູກ ໂດຍມີໝາກເງາະ, ໝາກມັງຄຸດ, ໝາກທຸລຽນ ແລະ ໝາກລອງກອງ ທຳແມ່ນຂາຍບໍ່ໄດ້ ແຕ່ຕໍ່ຫຼັງຈາກນັ້ນກໍມີລາຍຮັບຈາກການຂາຍໝາກໄມ້ຂຶ້ນເລື້ອຍໆ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...