ມ​ຊ ພັດທະນາບົດຮຽນໃນຮູບແບບ E-Learning ໂດຍໂຄງການ ACU

ຢູ່ທີ່ຫ້ອງຝຶກອົບຮົມຂອງ ສູນເທັກໂນໂລຊີຂໍ້ມູນຂ່າວສານ, ມຊ ໄດ້ມີກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການປະຕິບັດໂຄງການ ACU ປີ 2018.

ຈຸດປະສົງກໍເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນກັບທີມງານທຸກ ຄົນພາຍຫຼັງການປະຕິບັດໂຄງການ ACU ປີ 2018.

ໂດຍການເຂົ້່າຮ່ວມຂອງ Mr. Inkwang LEE, Mr Jane Lee ທີມງານຈາກ Wonkwang Digital University, ທ່ານ ປອ ພອນແກ້ວ ຈັນທະມາລີ ຫົວໜ້າສູນເທັກໂນໂລຊີຂໍ້ມູນຂ່າວສານ, ທ່ານ ຄຳພັນ ສິດທະວົງ ຮອງຫົວໜ້າສູນເທັກໂນ ໂລຊີຂໍ້ມູນຂ່າວສານ ພ້ອມທັງເປັນ Project Manager ຂອງໂຄງການ ແລະ ທີມງານພັດທະນາທຸກຄົນ.

ຜ່ານການປະຕິບັດໂຄງການ ກໍຄືການພັດທະນາບົດຮຽນໃນຮູບແບບ E-Learning ຈຳນວນ 05 ວິຊາ ເຊີ່ງເລີ່ມແຕ່ດືອນ ມີນາ 2018 ມາຮອດປັດຈຸບັນເຫັນວ່າສຳເລັດສົມບູນ 100% ດັ່ງນັ້ນໃນກອງປະຊຸມຈີ່ງໄດ້ມີການສະຫຼຸບຜົນການປະຕິບັດໂຄງການ, ຖອດຖອນ ບົດຮຽນ ພ້ອມທັງແລກປ່ຽນຄຳຄິດເຫັນຕ່າງໆຕໍ່ກັບການພັດທະນາເຊັ່ນ: ການປະສານງານຂອງແຕ່ລະທີມ, ເທັັກນິກຕ່າງໆທີ່ນຳມາໃຊ້ໃນການພັດທະນາ ເພື່ອທີ່ຈະເປັນແນວ ທາງໃນການພັດທະນາ ແລະ ປະຕິບັດໂຄງການໃນປີ 2019 ນີ້.

ທີ່​ມາ: http://itc.nuol.edu.la

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...