ເຈົ້າແຂວງໆຜົ້ງສາລີ ລົງຊຸກຍູ້ວຽກງານການຜະລິດຫັດຖະກຳແຜ່ນແພ

ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງໄດ້ລົງຊຸກຍູ້ວຽກງານການຜະລິດຫັດຖະກຳແຜ່ນແພຢູ່ບ້ານລ້ອງນາຍເກົ່າ ເມືອງບຸນໃຕ້ ພ້ອມນັ້ນປະຊາຊົນກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ

ທ່ານ ຈັນໜັ້ນ ອ່ອນສາ ນາຍບ້ານໆລ້ອງນາຍເກົ່າ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບ້ານໃນໄລຍະທີ່ຜ່ານມາວ່າ: ບ້ານລ້ອງນາຍເກົ່າ ຫ່າງຈາກຕົວເມືອງ 26 ກິໂລແມັດ ເປັນ ຊົນເຜົ່າຢັ້ງ ກວມເອົາ 95%, ພາຍໃນບ້ານ ມີ 224 ຄອບຄົວ, ເຊິ່ງສ່ວນໃຫຍ່ແມ່ນ ແຮງງານໃນພາກກະສິກຳ ກວມເຖິງ 97,1 %, ອຸດສາຫະກໍາ ກວມເອົາ 0,93% ແລະ ການບໍລິການ ກວມເອົາ 1,97%

ບ້ານລ້ອງນາຍເກົ່າ ເປັນບ້ານຜະລິດປຸງເຕ່ງສິນຄ້າໂອດອບຂອງເມືອງ ເຊັ່ນ: ການຜະລິດຫັດຖະກໍາ ແຜ່ນແພຝ້າຍທຳມະຊາດເປັນສິນຄ້າ, ດ້ານການພັດທະນາເສດຖະກິດຂອງບ້ານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງລວມມູນຄ່າຜະລິດພາຍໃນບ້ານ ສາມາດບັນລຸເຖິງ 5 ຕື້ກ່ວາກີບຕໍ່ປີ, ອັດຕາຂະຫຍາຍຕົວ 12,39 % ຕໍ່ປີ

ທ່ານເຈົ້າແຂວງ ຍັງໄດ້ໜັກແໜ້ນໃຫ້ບໍລິສັດຈົ່ງສືບຕໍ່ຈັດຕັ້ງປະຕິບັດບັດດາກິດຈະການຕ່າງໆທີ່ທາງບໍລິສັດໄດ້ລົງທືນນັ້ນໄດ້ໄປຕາມແຜນ, ສືບຕໍ່ເກັບກຳຂໍ້ມູນປະຊາຊົນເຂດບ້ານດັ່ງກ່າວເພື່ອຊຸກຍູ້ໃຫ້ເຂົາເຈົ້າມີວຽກເຮັດງານທຳ, ແນ່ໃສ່ເຮັດໃຫ້ປະຊາຊົນມີອາຊີບໝັ້ນຄົງຖາວອນ ແລະ ຫຼູດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ, ທັງເປັນການປະກອບສ່ວນພັດທະນາເສດຖະກິດ – ສັງຄົມຂອງເມືອງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

( ພາບ – ຂ່າວ: ແສງຄຳ ສາລີວັນ )

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...