Saturday, November 1, 2025
Kbank Laos โอน รับ จ่าย

ປະຄັບປະຄອງຮ້ານມາໄດ້ ຍ້ອນປັບໂຕມາຂາຍອອນລາຍ ໃນຊ່ວງວິກິດ

ການເຮັດທຸລະກິດໃນທຸກມື້ນີ້ ຖ້າຫາກບໍ່ມີການປັບໂຕໄປຕາມສະພາບ ກໍຍາກທີ່ທຸລະກິດນັ້ນຈະຂະຫຍາຍໂຕໄປໄດ້ ເຊັ່ນດຽວກັນກັບ ຮ້ານອາຫານໄທພິກຸນ ທີ່ຕັ້ງຢູ່ບ້ານ ຫາຍໂສກ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ທີ່ໄດ້ປັບໂຕຈາກການຂາຍໜ້າຮ້ານ ມາຂາຍຜ່ານທາງອອນລາຍຄວບຄູ່ກັນໄປນຳ ຈົນເຮັດໃຫ້ທຸລະກິດສາມາດດຳເນີນມາໄດ້ຈົນຮອດປັດຈຸບັນ.

ແມ່ ສຸດາພອນ ພົມສົມບູນ, ເຈົ້າຂອງ ຮ້ານອາຫານໄທພິກຸນ ເວົ້າໃຫ້ຟັງວ່າ ເຫດຜົນທີ່ທາງຮ້ານໄດ້ມີການປັບໂຕມາຂາຍຜ່ານທາງອອນລາຍ ກໍເພາະວ່າ ມັນສາມາດເຮັດໃຫ້ມີລູກຄ້າເພີ່ມຂຶ້ນຫຼາຍຂຶ້ນກວ່າເກົ່າ ຈາກທີ່ເຄີຍຂາຍໜ້າຮ້ານ ອາຫານບາງມື້ຂາຍບໍ່ໝົດ ຈຳເປັນຕ້ອງໄດ້ຖອກຖີ້ມ ແລະ ໄດ້ເຮັດອາຫານລຸດລົງ.

ພາຍຫຼັງຈາກທີ່ ໂຄວິດ-19 ເຂົ້າມາ ບົດບາດໃນການເຮັດທຸລະກິດທາງອອນລາຍຂອງຫຼາຍໆຮ້ານກໍເພີ່ມຂຶ້ນ ເຊິ່ງໃນນັ້ນກໍແມ່ນ ຮ້ານອາຫານໄທພິກຸນ, ການຂາຍຜ່ານທາງອອນລາຍ ເຮັດໃຫ້ໄດ້ຂາຍດີເພາະລູກຄ້າບໍ່ຕ້ອງມາຊື້ເອງພຽງແຕ່ສັ່ງຜ່ານແອັບທາງຮ້ານກໍໄປສົ່ງເຖິງທີ່.

ຮ້ານອາຫານໄທພິກຸນ ເປີດມາໄດ້ 30 ປີແລ້ວ ແຕ່ຈຸດທີ່ເລີ່ມຫັນຈາກການຂາຍໜ້າຮ້ານ ມາຂາຍຜ່ານທາງອອນລາຍ ຢ່າງເປັນຈິງເປັນຈັງກໍ 2 ປີມານີ້ ຍ້ອນສະຖານະການ ໂຄວິດ-19 ແພ່ລະບາດຫຼາຍຢູ່ໃນຊ່ວງນັ້ນ ແລະ ເພື່ອຄວາມສະດວກສະບາຍຂອງລູກຄ້າ ທີ່ບໍ່ສະດວກອອກມາກິນຢູ່ໜ້າຮ້ານ ຈຶ່ງມີບໍລິການສົ່ງເຖິງທີ່ ສະເພາະລູກຄ້າປະຈຳ ທີຮູ້ຈັກຮ້ານເຮົາຢູ່ແລ້ວ ເຂົາເຈົ້າກໍຈະສັ່ງຜ່ານທາງເບີໂທຮ້ານເລີຍ.

ສຳລັບການໂຄສະນາຂອງຮ້ານ ເບື້ອງຕົ້ນກໍຈະເປັນການໂພສລົງໃນເຟສບຸກສ່ວນຕົວ ແລະ ການແນະນຳຈາກລູກຄ້າ, ເຮັດໃຫ້ລູກຄ້າຮູ້ຈັກເຟສບຸກ ແລະ ວັອດແອັບ ຂອງຮ້ານຫຼາຍຂຶ້ນ ແລະ ຈາກການນຳສະເໜີໃຫ້ເຂົ້າແອັບຟູດແພນດ້າ ເຮັດໃຫ້ຮ້ານເຂົ້າສູ່ອອນລາຍຫຼາຍຂຶ້ນ, ມີຄົນຮູ້ຈັກເພີ່ມຂຶ້ນ ແລະ ຂາຍດີຂຶ້ນ.

ເມື່ອຖາມວ່າ ຂາຍທາງອອນລາຍຫຍຸ້ງຍາກບໍ່? ຕອບໄດ້ເລີຍວ່າ ຕອນເລີມຂາຍກໍຍາກແດ່ ເພາະເຮົາຍັງບໍ່ຮູ້ວ່າຈະຕ້ອງເຮັດແບບໃດແດ່ ທີ່ຈະໃຫ້ລູກຄ້າທີ່ສັ່ງນຳເຮົາແລ້ວປະທັບໃຈ ແລະກັບມາສັ່ງໃໝ່ອີກຄັ້ງ, ແຕ່ປັດຈຸບັນເຮົາເຮັດມາດົນ ເຮົາກໍປັບຕົວເຂົ້າກັບການຂາຍອອນລາຍໄດ້ຫຼາຍຂຶ້ນ ກໍຖືວ່າມີຂໍ້ສະດວກຫຼາຍຢ່າງເລີຍ ມີແຕ່ເຮົາເຮັດຕາມອໍເດີທີ່ລູກຄ້າສັ່ງມາ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.