ການຂີ່ລົດໄວ! ເປັນສາເຫດຕົ້ນຕໍ ທີ່ເຮັດໃຫ້ເກີິດອຸບັດເຫດ ໂດຍສະເພາະກຸ່ມອາຍຸ 15-30 ປີ

ໃນວັນທີ 7 ກັນຍາ 2022 ທ່ານ ຄຳເພັດ ລໍອິນທະວົງ ຫົວໜ້າພະແນກສືບສວນ-ສອບສວນຄະດີອຸບັດເຫດ ໄດ້ລາຍງານຂໍ້ມູນອຸບັດເຫດທົ່ວປະເທດ ປະຈຳເດືອນສິງຫາທີ່ຜ່ານມາວ່າ: ມີອຸບັດເຫດເກີດຂຶ້ນທັງໝົດ 438 ຄັ້ງ ຫຼຸດລົງ 66 ຄັ້ງ, ພາຫະນະເປ່ເພ 798 ຄັນ ເພີ່ມຂຶ້ນ 4 ຄັນ, ຄົນໄດ້ຮັບບາດເຈັບ 732 ຄົນ ເພີ່ມຂຶ້ນ 86 ຄົນ, ເສຍຊີວິດ 58 ຄົນ ຫຼຸດລົງ 8 ຄົນ.

ສຳລັບສາເຫດຂອງການເກີດອຸບັດເຫດ ເລື່ອງຂອງຄວາມໄວມີ 122 ລາຍ, ດື່ມເຫລົ້າ 109 ລາຍ, ປ່ຽນທິດທາງເດີນ 45 ລາຍ, ບໍ່ປ່ອຍສິດ 30 ລາຍ, ຊີງຂຶ້ນໜ້າບໍ່ຮັບປະກັນ 25 ລາຍ, ເຕັກນິກ 17 ລາຍ , ລ່ວງປ້າຍຫ້າມ 15 ລາຍ ແລະ ອື່ນໆ 66 ລາຍ.

ເວລາທີ່ເກີດອຸບັດເຫດ: ເວລາແຕ່ 1:00 ໂມງ- 7:00 ໂມງເຊົ້າ 22 ລາຍ, ເວລາແຕ່ 7:00ໂມງ-16:00ໂມງແລງ 150 ລາຍ, ເວລາແຕ່ 16:00 ໂມງ-24:00 ໂມງກາງຄືນ 266 ລາຍ.

ວັນທີ່ເກີດອຸບັດເຫດຫລາຍກວ່າໝູ່: ວັນຈັນ 35 ລາຍ, ວັນອັງຄານ 48 ລາຍ, ວັນພຸດ 43 ລາຍ, ວັນພະຫັດ 47 ລາຍ, ວັນສຸກ 50 ລາຍ, ວັນເສົາ 142 ລາຍ, ວັນອາທິດ 79 ລາຍ

ອາຍຸຜູ້ທີ່ເກີດອຸບັດເຫດ: ຕໍ່າກວ່າ 15 ປີ 60 ຄົນ, 15-30 ປີ 713 ຄົນ, 31-50 ປີ 241 ຄົນ, 51-60 ປີ 4 ຄົນ, 61 ປີ ຂື້ນໄປ 2 ຄົນ.

ອາຊີບຜູ້ເກີດອຸບັດເຫດ: ຊາວນາ 114 ຄົນ, ກຳມະກອນ 212 ຄົນ, ນັກຮຽນ,ນັກສຶກສາ 107 ຄົນ, ພະນັກງານ 137 ຄົນ, ຄ້າຂາຍ 102 ຄົນ, ຂັບລົດ 124 ຄົນ, ທະຫານ 36 ຄົນ, ຕຳຫລວດ 9 ຄົນ, ວ່າງງານ 145 ຄົນ.

ສ່ວນແຂວງທີ່ເກີດອຸບັດເຫດຫລາຍກວ່າໝູ່ແມ່ນ ນະຄອນຫລວງມີທັງໝົດ 82 ລາຍ ,ຫລວງພະບາງ 33 ລາຍ, ສະຫວັນນະເຂດ 51 ລາຍ, ຈຳປາສັກ 48 ລາຍ, ວຽງຈັນ 44 ລາຍ , ຫລວງນ້ຳທາ-ບໍ່ແກ້ວ 24 ລາຍ, ອຸດົມໄຊ 21 ລາຍ, ອັດຕະປື 20 ລາຍ, ຊຽງຂວາງ 19 ລາຍ, ບໍລິຄຳໄຊ-ສາລະວັນ 18 ລາຍ, ໄຊຍະບູລີ-ໄຊສົມບູນ 12 ລາຍ, ຜົ້ງສາລີ 5 ລາຍ, ຄຳມ່ວນ-ຫົວພັນ 3 ລາຍ, ເຊກອງ 2 ລາຍ ລວມມູນຄ່າເສຍຫາຍທີ່ເກີດອຸບັດເຫດໃນເດືອນສິງຫາ ທັງໝົດແມ່ນຫຼາຍເກືອບ 6 ຕື້ກີບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...