“ຜ້າປຽວຄຸມຫົວ” ຂອງແທນໃຈໃຫ້ຄົນຮັກ ຊົນເຜົ່າໄຕ໋ດຳ.

“ຜ້າປຽວ” ເປັນຜ້າຄຸມຫົວຂອງຊົນເຜົ່າໄຕ໋ດຳ ເປັນສິ່ງມີຄວາມສຳຄັນດ້ານຈິດໃຈ ສຳລັບແມ່ຍິງເຜົ່າໄຕ໋ດຳ ເພາະໃຊ້ເປັນຂອງແທນໃຈ ແລະ ຍັງເປັນສ່ວນໜຶ່ງໃນເຄື່ອງນຸ່ງ ອັນເປັນເອກະລັກ ຄວາມງາມຂອງແມ່ຍິງໄຕ໋ດຳ ດັ່ງນັ້ນ, ແມ່ຍິງໄຕ໋ດຳ ສະໄໝກ່ອນຈຶ່ງຕ້ອງຕ່ຳ ແລະ ປັກລາຍ “ຜ້າປຽວ” ເປັນທຸກຄົນ ເພື່ອສະແດງເຖິງສີມື ຂອງແມ່ຍິງຄົນນັ້ນ ລວມທັງຄວາມດຸໝັ່ນ ແລະ ຄວາມເປັນແມ່ສີເຮືອນ.

ວັດທະນາທຳດັ່ງເດີມ ຂອງຊົນເຜົ່າໄຕ໋ດຳ ຈະຖືວ່າ ຜ້າປຽວ ເປັນຕົວຊີ້ວັດ ຄວາມເປັນກຸນລະສະຕຣີ, ຄວາມເປັນແມ່ຍິງ, ດັ່ງນັ້ນ ຜ້າປຽວ ຈຶ່ງເປັນສ່ວນໜຶ່ງໃນການແຕ່ງຕົວ ທີ່ຊ່ວຍເສີມຄວາມງາມ ໃນດ້ານຈິດໃຈ, ນອກຈາກນີ້ ຜ້າປຽວ ຍັງເປັນຂອງທີ່ລະນຶກ, ຂອງຂັວນແທນໃຈທີ່ແມ່ຍິງໃຫ້ກັບຄົນຮັກ ເພື່ອບົງບອກເຖິງຄວາມຮັກ, ຄວາມໃນໃຈຂອງຍິງສາວ.

ການຕ່ຳ ຜ້າປຽວ ຕ້ອງຜ່ານຂະບວນການຫຼາຍຂັ້ນຕອນທີ່ຊັບຊ້ອນ ໂດຍຕ້ອງເປັນຜ້າສີຂາວຕ່ຳມື ຍາວປະມານໜຶ່ງວາແຂນ ເມື່ອໄດ້ຜ້າຂາວທີ່ພໍໃຈແລ້ວ ກໍຮອດຂັ້ນຕອນການຍ້ອມສີ  ໂດຍໃຊ້ໃບຈ່າມ ຍ້ອມໃຫ້ເປັນຜ້າດຳ ນອກຈາກຍ້ອມຜ້າແລ້ວ ກໍຕ້ອງຍ້ອມໄໝທີ່ຈະໃຊ້ແສ່ວ ດ້ວຍສີທຳມະຊາດ ທີ່ໄດ້ຈາກດອກໄມ້ ຫຼື ໃບໄມ້.

ສ່ວນດ້ານຄວາມເຊື່ອ ຜ້າປຽວ ໃຊ້ເປັນຂອງໄຫວ້ໃນພິທີຂອບໃຈ, ວິທີບູຊາຜີເຮືອນຝ່າຍແມ່, ໃຊ້ປະກອບພິທີເສັນບ້ານ-ເສັນເມືອງ, ຜູ້ເຖົ້າຜູ້ແກ່ ຍັງເລົ່າອີກວ່າ ຜ້າປຽວ ມີຄວາມສຳຄັນຫຼາຍ ຕໍ່ຊີວິດເຜົ່າໄຕ໋ດຳ ແມ່ຍິງກ່ອນອອກເຮືອນ (ກ່ອນແຕ່ງດອງໄປຢູ່ເຮືອນຜົວ) ຕ້ອງຕ່ຳ ຜ້າປຽວ ໃຫ້ໄດ້ຢ່າງໜ້ອຍ 30 ຜືນ, ເພື່ອມອບໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງຝ່າຍຊາຍ.

“ຜ້າປຽວ” ບໍ່ພຽງແຕ່ເສີມແຕ່ງຄວາມງາມໃຫ້ແມ່ຍິງ ແຕ່ຍັງມີຄວາມໝາຍ ທາງດ້ານຈິດໃຈ ຫາກຄົນໃດຄົນໜຶ່ງ ໃນຄູ່ສາມີພັນລະຍາເສຍຊີວິດໄປ ຈະໃຊ້ເຄິ່ງໜຶ່ງຂອງຜືນຜ້າປຽວ ຄຸມໜ້າຄົນຕາຍ ຄົນເປັນຕ້ອງເກັບຮັກສາອີກເຄິ່ງໜຶ່ງເອົາໄວ້ໃຫ້ດີ, ເມື່ອຕາຍຈະໃຊ້ຄຸມໜ້າເຊັ່ນກັນ ເພື່ອໃຫ້ທັງສອງຄົນພົບເຈີກັນເທິງສະຫວັນ.

ເມື່ອສັງຄົມປ່ຽນໄປ ເຄື່ອງແຕ່ງກາຍມີຄວາມທັນສະໄໝຂຶ້ນ ເຊິ່ງສົ່ງຜົນຕໍ່ການອະນຸລັກຊຸດໄຕ໋ດຳພື້ນເມືອງ ແຕ່ຢ່າງໃດກໍຕາມ ຜ້າປຽວ ຍັງມີຄວາມສຳຄັນ ແລະ ຂາດບໍ່ໄດ້ໃນຊີວິດຈິດໃຈຂອງຊົນເຜົ່າໄຕ໋ດຳ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...