ແໜມເນືອງບົວສະຫວັນ ຕົ້ນຕຳຫຼັບຄວາມແຊບທີ່ບໍ່ຄືໃຜ

ເວົ້າເຖິງອາຫານປະເພດ “ແໜມເນືອງ” ຫຼາຍທ່ານຄົງຈະນຶກເຖິງ ແໜມເນືອງບົວສະຫວັນ  ເພາະເປັນອ່ີກຮ້ານໜຶ່ງ ທີ່ຂຶ້ນຊື່ເລື່ອງອາຫານປະເພດນີ້ ດ້ວຍຄວາມແຊບທີ່ເປັນເອກະລັກ ທີ່ເປັນຕົ້ນຕຳຫຼັບຂອງແໜມເນືອງແທ້ໆ ເຮັດໃຫ້ເປັນທີ່ນິຍົມກັນຢ່າງກວ້າງຂວາງ.

ທ່ານ ນາງ ມະໄລພອນ ເມິງຈະເລີນ, 35 ປີ, ເຈົ້າຂອງຮ້ານແໜມເນືອງ ບົວສະຫວັນ 3 ກ່າວວ່າ: ແໜມເນືອງ ບົວສະຫວັນ ໄດ້ເລີ່ມຂຶ້ນໃນປີ 1984 ຢູ່ທີ່ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ໂດຍຜູ້ເປັນພໍ່ເຖົ້າແມ່ເຖົ້າ ທີ່ມີເຊື້ອສາຍຫວຽດນາມ ໄດ້ຖ່າຍທອດສູດແໜມເນືອງ ໃຫ້ກັບລູກຫຼານແຕ່ລະຄົນໄດ້ເຮັດສືບຕໍ່ກັນມາ ຈົນຮອດປັດຈຸບັນ,

ສຳລັບ ຮ້ານ ແໜມເນືອງບົວສະຫວັນ 3 ແມ່ນໄດ້ຂະຫຍາຍສາຂາອອກມາໄດ້ 3 ປີແລ້ວ ເຊິ່ງຕັ້ງຢູ່ ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ, ປັດຈຸບັນ ແໜມເນືອງບົວສະຫວັນ ມີສາຂາທັງໝົດ 4 ສາຂາຄື: ສາຂາບ້ານ ໂພນທັນ, ສາຂາບ້ານ ຫ້ວຍຫົງ, ສາຂາບ້ານ ສີໄຄ ແລະ ສາຂາດົງໂດກ.

ແໜມເນືອງບົວສະຫວັນ ຈະມີເອກະລັກ ສະເພາະຕົວ ທັງແໜມເນືອງ ແລະ ນ້ຳແຈ່ວ ທີ່ມີສູດແບບດັ້ງເດີມ ລູກຄ້າຈະຮູ້ເລີຍ ເມື່ອໄດ້ຮັບປະທານ ແລະ ສິ່ງທີ່ໂດດເດັ່ນທີ່ບົ່ງບອກວ່າເປັນ ແໜມເນືອງບົວສະຫວັນ ແມ່ນ ໂລໂກ້ສາວນ້ອຍໃສ່ກຸບ ທີ່ປະສົມປະສານຄວາມເປັນຫວຽດນາມ ກັບ ຄວາມເປັນລາວ ໄດ້ຢ່າງລົງໂຕ ເຖິງວ່າໂລໂກ້ຈະເປັນຮູບ ສາວນ້ອຍຫວຽດນາມ ແຕ່ຣົດຊາດຈະມີຄວາມເປັນລາວແຝງຢູ່.

ນາງ ມະໄລພອນ ບອກວ່າ: ແໜມເນືອງ ໄດ້ສ້າງຫຼາຍໆຢ່າງໃຫ້ເຮົາເລີຍ ບໍ່ວ່າຈະເປັນ ການສ້າງຄວາມກະຕືລືລົ້ນໃຫ້ຫຼາຍຂຶ້ນ ໃນການເຮັດວຽກ, ເພາະແຕ່ກ່ອນ ກໍເປັນຜູ້ໜຶ່ງທີ່ເຮັດວຽກປະຈຳຢູ່ຫ້ອງການ ແລະ ແບ່ງເວລາສ່ວນໜຶ່ງມາເຮັດທຸລະກິດ, ແຕ່ຮູ້ສຶກວ່າ ເຮັດມັນບໍ່ໄດ້ເຕັມທີ່ ເລີຍຫັນມາລຸຍທຸລະກິນສ່ວນຕົວໃຫ້ເຕັມທີ່ເພື່ອເຮັດສິ່ງນັ້ນໃຫ້ອອກມາດີທີ່ສຸດ.

ນອກຈາກ ແໜມເນືອງ ຈະເປັນອາຫານທີ່ຊາວ ນະຄອນຫຼວງ ວຽງຈັນ ນິຍົມ ຍັງສາມາດເປັນຂອງຝາກຂອງຕ້ອນ ໄດ້ນຳອີກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...