ສາມຫຼຽມຄຳ ຈະຈັດເທດສະການດອກງິ້ວບານ ຄັ້ງໃຫຍ່ໃນຮອບ 3 ປີຫຼັງຖືກເລື່ອນຍ້ອນໂຄວິດ

ເມື່ອຮອດຍາມໜາວວຽນມາ ດອກງິ້ວກໍເລີ່ມເບັ່ງບານ ຊາວເມືອງຕົ້ນເຜິ້ງໄດ້ຈັດສັນດອນທີ່ງົດງາມແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ເຮັດໃຫ້ດຶງດູດນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ປັດຈຸບັນ ໄດ້ມີການກະກຽມງານເທດສະການໃນຮອບ 3 ປີ ຫຼັງຈາກໂຄງວິດລະບາດ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ມັງກອນ 2023 ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ສຳລັບກິດຈະກໍາຕົ້ນຕໍຂອງງານເທດສະການດອກງິ້ວບານ ປະກອບມີ: ງານວາງສະແດງສິນຄ້າ, ງານວາງສະແດງຜົນສຳເລັດ, ພິທີເປີດ-ປິດງານເທດສະການດອກງິ້ວບານງານ, ງານປະກວດນາງສາວດອກງິ້ວບານ, ການເດີນໂຊຊຸດວັດທະນະທຳຍິງ-ຊາຍ 13 ຊົນເຜົ່າຂອງແຂວງບໍ່ແກ້ວ, ການສະແດງສິລະປະວັດທະນະທໍາ 4 ປະເທດ: ລາວ ຈີນ ໄທ ມຽນມາ, ທ່ຽວຊົມຕະຫຼາດຈີນ, ກິດຈະກຳຂໍພອນຢູ່ວັດຊົງຊ່ານ, ກິລາຕີມວຍ 3 ປະເທດ: ລາວ ໄທ ຈີນ, ກິດຈະກຳປ່ອຍໂຄມໄຟ, ງານສຳມະນາສົ່ງເສີມການທ່ອງທ່ຽວ – ການລົງທຶນລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ, ກິດຈະກຳເຊັກອິນສະຖານທີ່ທ່ອງທ່ຽວ ແລະ ອື່ນໆ.

ການຈັດງານດັ່ງກ່າວ, ເປັນຄັ້ງທຳອິດທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນຄື: ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ, ປັດຈຸບັນ ຜູ້ຮັບຜິດຊອບ ກຳລັງດຳເນີນການຄັດເລືອກນາງສາວງາມ ແລະ ວັນທີ 25 ທັນວາ 2022 ເປັນມື້ສຸດທ້າຍຂອງການຮັບສະໝັກນາງສາວທ່ອງທ່ຽວລາວ.

ງານເທດສະການດອກງິ້ວບານແມ່ນງານບຸນໜຶ່ງຂອງຊາວເມືອງຕົ້ນເຜີ້ງ ທີ່ຈັດຢູ່ດອນຊາວ ໃນເຂດທີ່ມີຈຸດພິເສດທາງດ້ານທີ່ຕັ້ງພູມສາດ ແລະ ທຳມະຊາດທີ່ເປັນເອກະລັກ, ເປັນບໍລິເວນທີ່ມີຊາຍແດນລາວ, ໄທ, ມຽນມາຕິດຈອດກັນ ແລະ ມີຊື່ສຽງໂດ່ງດັງ ນັ້ນກໍຄື “ສາມຫຼ່ຽມຄຳ”.

ທີ່ມາ: ເຂດເສດຖະກິດພິເສດສາມຫຼຽມຄຳ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...