ຜ້າຂຽນທຽນ ເອກະລັກການສ້າງລວດລາຍ ຂອງແມ່ຍິງຊົນເຜົ່າມົ້ງລາຍ

“ຜ້າຂຽນທຽນ” ເປັນສິລະປະ ການສ້າງລວດລາຍເທິງແຜ່ນຜ້າ, ເປັນເອກະລັກ ອີກແບບໜຶ່ງຂອງຊົນເຜົ່າມົ້ງ ທີ່ນິຍົມເຮັດກັນໃນກຸ່ມມົ້ງລາຍ ເປັນພູມປັນຍາ ແລະ ສິລະປະບູຮານດັ່ງເດີມ ທີ່ເປັນມໍລະດົກຕົກທອດມາ ແຕ່ບັນພະບູລຸດ ຖ່າຍທອດສືບຕໍ່ກັນມາ ຫຼາຍຊົ່ວອາຍຸຄົນຈົນເຖິງປັດຈຸບັນ.

ຜ້າຂຽນທຽນ ຍັງເປັນຜ້າທີ່ແມ່ຍິງເຜົ່າມົ້ງລາຍທຸກຄົນ ມີຄວາມຜູກພັນ ແລະ ມີຄວາມສາມາດ ໃນການແຕ້ມລວດລາຍຂຽນທຽນ ລົງໃສ່ຜ້າທີ່ກຽມໄວ້ໄດ້ຢ່າງລະອຽດຊັບຊ້ອນ ຜ່ານຂະບວນການຈົນເປັນຜືນຜ້າ ທີ່ງົດງາມ, ເປັນທີ່ຮູ້ຈັກ ແລະ ນິຍົມກັນຫຼາຍ ໃນການໃຊ້ຕັດຫຍີບເປັນກະໂປ່ງແມ່ຍິງ, ໃນອາດີດ ກະໂປ່ງແມ່ຍິງຊົນເຜົ່າມົ້ງ ຈະແຕ້ມຫຼວດລາຍ ຂຽນທຽນ ແລ້ວນຳໄປຍ້ອມສີ ແລະ ອັດກີບ ຈຶ່ງນຳໄປຕັດຫຍີບ, ກວ່າຈະຜ່ານຂະບວນການຈົນເປັນກະໂປ່ງໄດ້ 1 ຜືນ ອາດຕ້ອງໃຊ້ເວລາໃນການເຮັດເກືອບ 1 ປີ.

ເມື່ອວັນເວລາຜ່ານໄປ ການທີ່ແມ່ຍິງຊົນເຜົ່າມົ້ງຈະມານັ່ງເອົາບິກຈຸ່ມນ້ຳທຽນ ແລ້ວມາຂຽນເທື່ອລະຂີດ, ແຕ້ມເທື່ອລະເສັ້ນ ກໍເປັນເລື່ອງຍາກທີ່ຈະທັນຕໍ່ການຊົມໃຊ້ໃນຍຸກປັດຈຸບັນ ຈຶ່ງຫັນປ່ຽນເທັກນິກການ ຂຽນທຽນ ແບບໃໝ່ທີ່ມີລັກສະນະຄ້າຍຄືການເຮັດຜ້າ ປຣາສະຕິກ ໃນປັດຈຸບັນ ໂດຍໃຊ້ອຸປະກອນທ່ອນນ້ອຍໆ ເຮັດມາຈາກໄມ້ ແລະ ທອງແດງ ທີ່ເອີ້ນວ່າ: “ຫຼາຈັງ” ຈຸ່ມລົງໃສ່ທຽນ ຫຼື ຂີ້ເຜິ້ງຮ້ອນໆ ແລ້ວນໍາມາແຕ້ມລວດລາຍ ກໍຈະເຮັດໃຫ້ກາຍເປັນ ຜ້າສີນ້ຳເງິນ ທີ່ມີລວດລາຍເທິງຜ້າ, ລາຍກັນຊາ ຫຼື ຜ້າຝ້າຍທີ່ກຽມໄວ້.

ຫຼັງຈາກຂຽນລາຍແລ້ວໆ ຈຶ່ງນຳໄປຍ້ອມ ດ້ວຍສີນ້ຳເງິນທີ່ຫາໄດ້ຈາກທຳມະຊາດ ເຊັ່ນ: ຕົ້ນກັ້ງ ແລະ ຕົນຫອມ ເມື່ອໄດ້ຕາມຕ້ອງການ ແລ້ວນຳໄປຕົ້ມດ້ວຍນ້ຳຮ້ອນ ໃຫ້ນ້ຳມັນລະລາຍ ກໍຈະໄດ້ຜ້າສີນ້ຳເງິນ ທີ່ມີລວດລາຍຂຽນທຽນ ເປັນສີຂາວກະຈ່າງງົດງາມ ຢູ່ທົ່ວທັງຜືນ ແລ້ວນຳໄປພັບອັດກີບເປັນກະໂປ່ງ ຫຼືອາດນຳໄປປັກຫຼວດລາຍຕ່າງໆ ດ້ວຍໄໝຫຼາຍໆສີ ຕາມພື້ນທີ່ວ່າງຂອງຜ້າ ແລ້ວຈຶ່ງນຳມານຸ່ງເປັນຊຸດປະຈຳຊົນເຜົ່າ.

ໃນປັດຈຸບັນ  ໄດ້ມີການປ່ຽນແປງທາງດ້ານເສດຖະກິດ ແລະ ຣົດສະນິຍົມ ຂອງຜູ້ຊົມໃຊ້ ຈຶ່ງໄດ້ມີການປັບປ່ຽນວິຖີຊີວິດ ຈາກການເຮັດຜ້າຂຽນທຽນ ເພື່ອໃຊ້ໃນກຸ່ມ ຫຼື ຄົນໃນຄອບຄົວ ກໍເຮັດເປັນຜະລິດອອກມາຂາຍ ໂດຍສະເພາະຊົນເຜົ່າມົ້ງ ທີ່ຢູ່ໃນພື້ນທີ່ພຽງ ຫຼື ຢູ່ໃກ້ແຫ່ງທ່ອງທ່ຽວ ຈຶ່ງມີການພັດທະນາ ຜະລິດອຸປະກອນແມ່ພີມ ປັກລວດລາຍຕ່າງໆ ແທນການຂຽນດ້ວຍມື, ໃຊ້ວິທີ ທີ່ເກີດຈາກຄວາມທັນສະໄໝຂອງຍຸກປັດຈຸບັນ ເພື່ອຄວາມວ່ອງໄວ ແລະ ຕອບສະໜອງຕໍ່ຜູ້ຊື້.

 ໃນອານະຄົດ ການຂຽນທຽນ ທີ່ສະທ້ອນໃຫ້ເຫັນເຖິງພູມປັນຍາ ດັ່ງເດີ່ມ ທີ່ເຄີຍເປັນມໍລະດົກ ຕົກທອດກັນມາ ອາດສູນຫາຍໄປ ກັບຄວາມທັນສະໄໝຂອງສັງຄົມ.

ຂັດມາຈາກ: ປື້ມຜ້າປັກມົ້ງ ເອກະລັກຊົນເຜົ່າທີ່ສືບທອດຈາກບັນພະບູລຸດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...