ລາຍພື້ນຖານ, ລາຍພືດ ແລະ ລາຍສັດ ລວດລາຍຜ້າຂອງຊົນເຜົ່າກຶມມຸ

ລວດລາຍຜ້າ ຂອງຊົນເຜົ່າກຶມມຸ ແມ່ນການຕັດກັນລະຫວ່າງສີຂອງເຄືອ ແລະ ເສັ້ນຕໍ່າ ເຮັດໃຫ້ເກີດມີສີສັນ, ລວດລາຍແບບຕ່າງໆຂຶ້ນ ດ້ວຍຈິນຕະນາການ ໂດຍການ ຕ່ຳຂີດ ເນື່ອງຈາກການຕ່ຳຂີດ ຈະເຮັດໃຫ້ຜ້າໄດ້ແຖວລະສີ ແລະ ຍັງມີການຕ່ຳ ທີ່ເປັນເອກະລັກ ໂດຍການໃຊ້ລູກປັດ ຫຼື ເມັດຕະກົ່ວ ຮ້ອຍແຊກລະຫວ່າງການຕ່ຳ  ເພື່ອສ້າງລວດລາຍທີ່ປາກົດໃນຜືນຜ້າ, ລາຍຜ້າສ່ວນໃຫຍ່ ຈະສື່ເຖິງ ການດຳລົງຊີວິດ ໃນດ້ານຮິດຄອງປະເພນີ, ພິທີກຳ ແລະ ຄວາມເຊື່ອ, ຊົນເຜົ່າກຶມມຸ ນີຍົມຕ່ຳຜ້າ 3 ລວດລາຍຄື: ລາຍພື້ນຖານ, ລາຍພືດ ແລະ ລາຍສັດ.

ລາຍພື້ນຖານ: ຈະໃຊ້ການຕໍ່າດ້ວຍເສັ້ນໃຍ ແລະ ເກັບລາຍໃຫ້ເປັນດອກນ້ອຍໆ, ໃຊ້ລວດລາຍດອກໃນແຕ່ລະແຖວ ໃຫ້ມີຂະໜາດ ແລະ ສີສະຫຼັບກັນໄປ, ລວດລາຍສ່ວນໃຫຍ່ໃນຜືນຜ້າ ຈຶ່ງເປັນລວດລາຍທີ່ມີພື້ນຖານມາຈາກຮູບຊົງເລຂາຄະນິດ ເປັນລີ້ວໆ ແລະ ຈະມີແຊກຢູ່ບາງສ່ວນ, ການຕັ້ງຊື່ລາຍຜ້າຂອງຊົນເຜົ່າກຶມມຸ ຈະຂຶ້ນກັບແນວຄິດ, ແຮງບັນດານໃຈ ຂອງແຕ່ລະກຸ່ມ ໂດຍຊື່ລາຍ ຈະມາຈາກສິ່ງແວດລ້ອມໃກ້ຕົວເຊັ່ນ: ລາຍນົກເຂົາ, ດວງດາວ ເປັນຕົ້ນ.

ລາຍພືດ: ຊົນເຜົ່າກຶມມຸ ຈະນຳເອົາສີ່ງທີ່ມີຢູ່ອ້ອມຕົວ ມາເປັນລາຍຂອງຜ້າ ບໍ່ວ່າຈະເປັນດອກໄມ້ປ່າ, ດອກໄມ້ທີມີຕາມບ້ານ, ພືດທີ່ເກີດຂຶ້ນຕາມທຳມະຊາດ ແລະ ດອກຜັກທີ່ປູກຂຶ້ນເອງ ມາເປັນລວດລາຍຂອງຜ້າ ເພື່ອໃຫ້ຜ້າທີ່ຕ່ຳ ໄດ້ມີລວດລາຍທີ່ຕິດພັນກັບທຳມະຊາດ.

ລາຍສັດ: ລາຍສັດສ່ວນຫຼາຍ ຈະເປັນສັດທີ່ລ້ຽງເອງ ຫຼື ເປັນລາຍສັດທີ່ໃຊ້ໃນພິທີກໍາ ເຊັ່ນ: ງົວ, ຄວາຍ, ໄກ່ ແລະ ໝາ ນອກຈາກນັ້ນ ຍັງມີລາຍສັດປ່າ ແລະ ລາຍສັດທີ່ພົບເຫັນໃນສິ່ງແວດລ້ອມ ເຊັ່ນ: ກົບ, ກະຕ່າຍ, ງູ ລວມທັງລາຍຄົນ, ເຊິ່ງລາຍເຫຼົ່ານີ້ ມີທີ່ມາ, ມີຄວາມເຊື່ອ ຕາມຮີດຄອງປະເພນີ ຂອງຊົນເຜົ່າກືມມຸ ໂດຍມີການເຊື່ອມໂຍງຄວາມເຊື່ອ ກັບສິ່ງເໜືອທຳມະຊາດ, ເຊັ່ນ: ລາຍກົບ ເປັນສັນຍາລັກແຫ່ງຄວາມອຸດົມສົມບຸນ, ສ່ວນລາຍຄົນ ມາຈາກການນັບຖືຜີບັນພະບູລຸດເປັນຕົ້ນ.

ລວດລາຍທັງໝົດ ທີ່ພົບໃນຜືນຜ້າຂອງຊົນເຜົ່າກຶມມຸ ມັນໄດ້ສະແດງໃຫ້ເຫັນເຖິງ ວິຖີຊີວິດ, ຄວາມຕິດພັນລະຫວ່າງຄົນ ແລະ ທຳມະຊາດໃນຊຸມຊົນ ເຊິ່ງໃນປັດຈຸບັນຊົນເຜົ່າກຶມມຸ ກໍຍັງຄົງຮັກສາລວດລາຍດັ່ງກ່າວໄວ້ໃຫ້ໄດ້ເຫັນກັນຢູ່ ເຖິງວ່າຈະມີການປັບປ່ຽນຮູບແບບການຕັດຫຍີບ ໃຫ້ເບິ່ງທັນສະໄໝຂຶ້ນກໍຕາມ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.