ເຈົ້າມີວິທີໃດໃນການເກັບຮັກສາດອກໄມ້ແຫ່ງຄວາມປະທັບໃຈໄວ້ໃຫ້ໄດ້ດົນທີ່ສຸດ

ສຳລັບສາວໆຄົນໃດທີ່ໄດ້ຮັບດອກກຸຫຼາບຈາກແຟນ ໃນວັນແຫ່ງຄວາມຮັກ ແລ້ວຢາກເກັບດອກກຸຫຼາບແຫ່ງຄວາມປະທັບໃຈນີ້ໄວ້ໃຫ້ດົນທີ່ສຸດ ມື້ນີ້ເຮົາມີໂອກາດໄດ້ສອບຖາມ ສອງສາວ ທີ່ແຟນໄດ້ມອບດອກກຸຫຼາບໃຫ້ ໃນວັນແຫ່ງຄວາມຮັກ ຫຼື ວັນທີ່ 14 ກຸພາ ທີ່ຜ່ານມານີ້ ວ່າເພີ່ນມີວີທີ ໃນການເກັບຮັກສາດອກໄມ້ ແຫ່ງຄວາມປະທັບໃຈນີ້ໄວ້ໃຫ້ດົນ ດ້ວຍວິທີໃດ ໄປເບິ່ງນຳກັນເລີຍ.

ນາງ ຈັນສຸດາ ເວົ້າວ່າ: ຈະມັກອົບດອກກຸຫຼາບ ໃນໄມໂຄເວບ ເມື່ອເຮົາວາງດອກກຸຫຼາບໄວ້ດົນ ຈົນດອກກຸຫຼາບບານພໍແລ້ວ ກໍຈະແກະເອົາກີບດອກກຸຫຼາບອອກມາ, ນຳຜ້າຂົນໜູໄວ້ເທິງຖາດທີ່ຢູ່ໃນເຕົາໄມໂຄເວບ ແລ້ວວາງກີບດອກກຸຫຼາບລົງເທິງຜ້າ ຈັດໃຫ້ເປັນລະບຽບບໍ່ໃຫ້ທັບກັນ ຫຼັງຈາກນັ້ນກໍເອົາຜ້າຂົນໝູທັບກີບດອກກຸຫຼາບ ອີກເທື່ອໜຶ່ງ ແລ້ວເປີດໄຟໄມໂຄເວບໃຫ້ແຮງສຸດ ອົບປະມານ 2 ນາທີ ໂດຍພິກກັບດ້ານທຸກໆ 30 ວິນາທີ, ເພື່ອໃຫ້ດອກກຸຫຼາບແຫ່ງທົ່ວກັນທຸກກີບ ແຕ່ໃນຕອນສະໄໝຮຽນ ແມ່ນຈະມັກທັບດອກກຸຫຼາບ ໃສ່ໃນປື້ມຕຳລາເພື່ອໃຫ້ ດອກກຸຫຼາບຂອງເຮົາແຫ້ງເອງ.

ນາງ ຄຳມີ ເວົ້າວ່າ: ຈະມັກເຮັດດອກກຸຫຼາບແຫ້ງໄວ້ ໂດຍການມັດດອກກຸຫຼາບໄວ້ລວມກັນ ປະມານ 5-10 ດອກເຮັດເປັນມັດໜຶ່ງ ເພື່ອເຮັດໃຫ້ແຫ້ງໄວຂຶ້ນ ແລ້ວນຳເອົາດອກກຸຫຼາບທີ່ມັດລວມກັນໄວ້ ຫ້ອຍດອກກຸຫຼາບລົງທາງລຸ່ມ ອາດຈະໃຊ້ເວລາເປັນອາທິດ ກວ່າດອກກຸຫຼາບຈະແຫ້ງ ແຕ່ເມື່ອມັນແຫ້ງແລ້ວ ກໍຈະເຫັນໄດ້ວ່າເປັນດອກກຸຫຼາບທີ່ງົດງາມ ແລະ ຍັງຄົງຮູບຊົງເດີມ ສາມາດເກັບໃສ່ໂຖໄວ້ໄດ້ດົນເລີຍ.

ແລ້ວສາວໆ ມີວິທີຮັກສາດອກໄມ້ ແຫ່ງຄວາມຮັກນີ້ໄວ້ແນວໃດ ໃຫ້ໄດ້ດົນທີ່ສຸດ ສາມາດມາແນະນຳບອກຕໍ່ກັນໄດ້, ແຕ່ຖ້າຫາກຍັງບໍ່ມີວິທີ ລອງນໍາເອົາວິທີຈາກສອງສາວນີ້ ໄປປະຕິບັດກັນເບິ່ງໄດ້ເດີ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...