ການວາດລວດລາຍຜ້າເປັນອາຊີບທີ່ມີສະເໜ່ຂອງແມ່ຍິງຊົນເຜົ່າມົ້ງ

ຊົນເຜົ່າມົ້ງ ໃຊ້ຊີວິດແບບຜະລິດໃຊ້ເອງ ແລະ ປະກອບອາຊີບຫັດຖະກຳເປັນຫຼັກ ໂດຍສະເພາະການຕ່ຳຜ້າ ແລະ ຕັດຫຍີບຊຸດພື້ນເມືອງ ທີ່ໄດ້ກາຍເປັນອາຊີບທີ່ມີສະເໜ່ ແລະ ເປັນເອກະລັກວັດທະນະທຳຂອງຊົນເຜົ່າມົ້ງ.

ໃນອາດິດການຕ່ຳຜ້າ ແລະ ຜະລິດລາຍຜ້າພື້ນເມືອງໄດ້ປະກົດ ແລະ ພັດທະນາເພື່ອຕອບສະໜອງ ຄວາມງົດງາມ ແລະ ຄວາມເຫຼື້ອມໃສຂອງຊົນເຜົ່າມົ້ງ ໂດຍສະເພາະລວດລາຍຕ່າງໆເທິງຜືນຜ້າ ເປັນການບົງບອກເຖິງຄຸນຄ່າທາງວັດທະນະທຳ ທີ່ເປັນເອກະລັກໃນຊີວິດປະຈຳວັນຂອງຊົນເຜົ່າມົ້ງ ເຊິ່ງຜ້າຕ່ຳຂອງຊົນເຜົ່າມົ້ງມີຊື່ສຽງເນື່ອງຈາກມີລວດລາຍທີ່ປານີດ ທັງໃນດ້ານຮູບແບບ ແລະ ອາລົມ ເຊິ່ງໄດ້ສະທ້ອນວັດທະນະທຳທາງດ້ານຈິດໃຈ ທີ່ມີຄວາມຫຼາກຫຼາຍ ແລະ ງົດງາມ.

ແມ່ຍິງຊົນເຜົ່າມົ້ງ ມີສີມື ແລະ ເທັກນິກການຕ່ຳຜ້າ,  ຕັດຫຍີບຊຸດຊົນເຜົ່າທີ່ງົດງາມ ເປັນເອກະລັກ ໂດຍສິລະປະ ການເຮັດລວດລາຍຕ່າງໆ ເທິງຊຸດແຕ່ງກາຍຂອງຊົນເຜົ່າມົ້ງ ໂດຍໃຊ້ເທັກນິກການວາດລວດລາຍເທິງຜືນຜ້າດ້ວຍຂີ້ເຜິ້ງ ເຊິ່ງເປັນພູມປັນຍາ ທີ່ສືບທອດກັນມາຢ່າງຕໍ່ເນື່ອງ ຈົນຮອດທຸກມື້ນີ້.

ລວດລາຍຕ່າງໆເທິງຊຸດແຕ່ງກາຍຂອງຊົນເຜົ່າມົ້ງ ໂດຍສະເພາະກະໂປ່ງ ຂອງແມ່ຍິງ ໄດ້ສະທ້ອນວິຖີຊີວິດທີ່ຫຼາກຫຼາຍສີສັນ ເຊິ່ງບໍ່ພຽງແຕ່ໃຊ້ສຳລັບສວມໃສ່ ເພື່ອປົກປິດຮ່າງກາຍເທົ່ານັ້ນ ແຕ່ຍັງສວມໃສ່ເພື່ອຄວາມສວຍງາມອີກດ້ວຍ, ດັ່ງນັ້ນ ການຕ່ຳຜ້າ ແລະ ຕັດຫຍີບຊຸດກະໂປ່ງທີ່ສວຍງາມ ກໍຖືເປັນການປະເມີນ ທັກສະຄວາມສາມາດຂອງແມ່ຍິງຊົນເຜົ່າມົ້ງ, ລວດລາຍທີ່ມີສີສັນຫຼາກຫຼາຍ ໂດຍມີການປະສົມລະຫວ່າງສີໂທນຕ່າງໆ ແລະ ໃຊ້ສີແດງເປັນສີຫຼັກ ເພື່ອສ້າງຄວາມໂດດເດັ່ນ.

ນອກນັ້ນຍັງມີການປະສົມປະສານລະຫວ່າງການຈັບຄູ່ຜ້າ, ການປັກ ແລະ ການວາດລວດລາຍຂີ່ເຜິ້ງ ຈົນເຮັດໃຫ້ຊຸດແຕ່ງກາຍ ຂອງຊົນເຜົ່າມົ້ງມີເອກະລັກ ແລະ ແຕກຕ່າງຈາກຊຸດແຕ່ງກາຍຂອງຊົນເຜົ່າອື່ນໆ.

ແມ່ຍິງຊົນຜົ່າມົ້ງ ຍັງນິຍົມເຮັດລາຍຜ້າດ້ວຍລາຍເລຂາຄະນິດ, ລາຍດອກໄມ້ ແລະ ລາຍກ່ຽວກັບມະນຸດທີ່ສະທ້ອນຄວາມສາມາດໃນການປະສົມສີ, ການແຕ່ງຕົວ, ຈິດໃຈ ແລະ ຄວາມປາຖະໜາ ໃນຊີວິດປະຈຳວັນ ໃຫ້ຍັງຄົງຄວາມສຳຄັນ ຕໍ່ອາຊີບຕ່ຳຜ້າພື້ນເມືອງ ແລະ ວັດທະນະທຳຂອງຊຸດແຕ່ງກາຍແບບພື້ນເມືອງໃຫ້ຄົງຢູ່.

ເຊິ່ງໃນປັດຈຸບັນແມ່ຍິງຊົນເຜົ່າມົ້ງຍັງ ນຳລວດລາຍດັ່ງກ່າວມາເຮັດເປັນກະເປົາ, ຖົງໃສ່ໂທລະສັບມືຖື ເພື່ອຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວ ແລະ ເພື່ອເປັນການສ້າງລາຍຮັບໃຫ້ແກ່ຄອບຄົວອີກດ້ວຍ.

ຮູບພາບການເຮັດລວດລາຍຜ້າຂອງຊົນເຜົ່າມົ້ງ ບ້ານ ເມືອງຮັງ, ເມືອງສົບເບົ້າ, ແຂວງຫົວພັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...