ອາຫານເປັນພິດ ເລື່ອງໃກ້ໂຕທີ່ຕ້ອງຄວນລະວັງ ກ່ອນອອກເດີນທາງຊ່ວງປີໃໝ່

ເຄີຍເປັນບໍ່ ເມື່ອເຮົາຈະໄປສະຖານທີ່ຕ່າງໆ ແລ້ວມັກເຈັບທ້ອງຂຶ້ນມາຈົນເຮັດໃຫ້ການເດີນທາງລຳບາກຂຶ້ນ ໂດຍສະເພາະໃນຊ່ວງທີ່ໃກ້ຈະຮອດປີໃໝ່ລາວແບບນີ້ ເຮົາຍິ່ງຕ້ອງລະວັງເປັນພິເສດກ່ອນຈະອອກເດີນທາງໄກບໍ່ຄວນກິນຫຍັງທີ່ຜິດແປກ ຫຼື ສິ່ງທີ່ເຮັດໃຫ້ເຮົາເຈັບທ້ອງ ລວມໄປເຖິງອາຫານທີ່ພາໃຫ້ເກີດ ພາວະອາຫານເປັນພິດ ຫຼື (Food Poisoning).

ອາຫານເປັນພິດເກີດຈາກການກິນ ຫຼື ດື່ມນໍ້າທີ່ປົນເປື້ອນ ເຮັດໃຫ້ເກີດອາການປວດຮາກ, ອາການປວດທ້ອງ, ຖອກທ້ອງ ຫຼື ເຈັບທ້ອງ ເຊິ່ງສ່ວນໃຫຍ່ແມ່ນບໍ່ຮ້າຍແຮງ, ແຕ່ຖ້າອາການຮຸນແຮງມັນອາດຈະເຮັດໃຫ້ຮ່າງກາຍສູນເສຍນໍ້າ ແລະ ເກືອແຮ່ຈົນເປັນອັນຕະລາຍ. ອາຫານເປັນພິດເປັນເລື່ອງທີ່ໃກ້ໂຕເຊິ່ງສາມາດເກີດຂຶ້ນກັບທຸກເພດທຸກໄວ ໂດຍສະເພາະໃນປະເທດເຂດຮ້ອນຄືລາວ ບ່ອນທີ່ເຊື້ອພະຍາດສາມາດຈະເລີນເຕີບໂຕໄດ້ຢ່າງດີ ພວກເຮົາຈຶ່ງຄວນລະມັດລະວັງເມື່ອກິນຢູ່ຕະຫຼອດ ເພື່ອປ້ອງກັນການເກີດອາການນີ້.

ສ່ວນໃຫຍ່ອາຫານເປັນພິດເກີດຈາກການກິນອາຫານ ແລະ ດື່ມຂອງທີ່ເປິເປື້ອນຈາກເຊື້ອແບັກທີເຣັຍ ເຊື້ອໄວຣັສ ຫຼື ແມ່ກາຝາກ (parasite) ເຊິ່ງເຊື້ອທີ່ມັກເປັນເຫດຂອງພາວະອາຫານເປັນພິດປະກອບມີ:

  • ເຊື້ອແຊລໂມເນລາ (Salmonella) ເປັນເຊື້ອທີ່ມັກພົບຫຼາຍໃນຊີ້ນສັດດິບ, ໄຂ່ດິບ, ນົມ ແລະ ຜະລິດຕະພັນທີ່ເຮັດຈາກນົມ ເຊື້ອນີ້ເຮັດໃຫ້ເກີດອາການຖອກທ້ອງ ປວດຮາກອາຈຽນ ແລະ ມີໄຂ້.
  • ເຊື້ອເອສເຊີຣິເຊຍ ໂຄໄລ (Escherichia Coli) ເປັນເຊື້ອທີ່ຢູ່ໃນຊີ້ນດິບ ເຊິ່ງເຮັດໃຫ້ເກີດອາການຖ່າຍແຫຼວເປັນນໍ້າ ປວດປຸ້ນທ້ອງ ແລະ ອາຈຽນ.
  • ເຊື້ອຄອສຕິດ້ຽມ ໂບຕູລິນັມ (Clostridium Botulinum) ເປັນເຊື້ອທີ່ຂະຫຍາຍໂຕໄດ້ດີໃນສະພາບແວດລ້ອມທີ່ມີອອກຊີເຈນໜ້ອຍ ຈຶ່ງມັກພົບໃນອາຫານທີ່ບັນຈຸໃນພາສະນະປິດ ໂດຍສະເພາະອາຫານກະປ໋ອງ ທີ່ຜ່ານການຜະລິດທີ່ບໍ່ຖູກສຸຂະລັກສະນະເຊັ່ນ: ໜໍ່ໄມ້ດອງ, ຜັກກາດດອງ ແລະ ຈຳພວກຊີ້ນແປຮູບ ມັກເຮັດໃຫ້ປວດຮາກ ຖອກທ້ອງ ຕາມົວ ເບິ່ງເຫັນພາບຊ້ອນ ກ້າມເນື້ອອ່ອນແຮງ ແລະ ບາງຄັ້ງອາດຮຸນແຮງເກີດພາວະຫາຍໃຈຫຼົ້ມເຫຼວ ແລະ ເສຍຊີວິດໄດ້.
  • ເຊື້ອຊິເກວລາ (Shigella) ເຊື້ອນີ້ພົບໃນອາຫານສົດ ນໍ້າດື່ມບໍ່ສະອາດ ລວມເຖິງອາຫານສົດທີ່ສຳພັດກັບຄົນທີ່ມທີເຊື້ອໂດຍກົງ ເພາະເຊື້ອຊະນິດນີ້ສາມາດແພ່ກະຈາຍຈາກຄົນໜຶ່ງໄປສູ່ອີກຄົນໜຶ່ງໄດ້ ເຊິ່ງຈະເຮັດໃຫ້ເກີດອາການປວດຮາກ ອາຈຽນ ແລະ ປຸ້ນທ້ອງ ຫຼັງຈາກທີ່ກິນອາຫານທີ່ປົນເປື້ອນເຊື້ອໂຕນີ້ຢູ່ພາຍໃນ.
  • ເຊື້ອໄວຣັສທີ່ກໍ່ໂຕໃນກະເພາະອາຫານ (Enteric Viruses) ປະກອບໄປດ້ວບໄວຣັສຫຼາຍຊະນິດເຊັ່ນ: ໂນໂລໄວຣັສ (Norovirus) ທີ່ມັກປົນຢູ່ນໍາອາຫານສົດ ສັດນໍ້າທີ່ມີເປືອກ ແລະ ນໍ້າດື່ມທີ່ບໍ່ສະອາດ ໂດຍຈະສະແດງອາການພາຍໃນເວລາ 1-2 ວັນ ຫຼື ເຊື້ອໄວຣັສຕັບອັກເສບ ເອ (Hepatitis A) ທີ່ສາມາດຕິດຕໍ່ດ້ວຍການໄດ້ຮັບເຊື້ອຈາກອາຫານສົດທີ່ສຳພັດກບັບຸກຄົນອື່ນທີ່ມີ້ເຊື້ອໂດຍກົງ.

ນອກຈາກນີ້ ພາວະອາຫານເປັນພິດໃນບາງຄົນ ກໍອາດຈະເກີດຈາກສານພິດທີ່ສ້າງຂຶ້ນໂດຍເຊື້ອໂຣກ ພືດທີ່ມີພິດ ຫຼື ສານເຄມີເຊັ່ນ: ຢາຂ້າແມງໄມ້, ເຫັດພິດ, ສານໜູ ຫຼື ສານປາຣອດ ເປັນຕົ້ນ, ສະນັ້ນ ຫານເກີດວ່າເປັນພາວະອາຫານເປັນພິດ ແນະນຳໃຫ້ພົບໝໍ ເພື່ອກວດເບິ່ງອາການ ແລະ ປິ່ນປົວ.

ສຳລັບ ວິທີເບິ່ງອາການເບື້ອງຕົ້ນ ແລະ ວິທີເບິ່ງແຍງໂຕເອງ ເມື່ອມີອາການ ອາຫານເປັນພິດ ກົດເຂົ້າອ່ານເພີ່ມເຕີມໄດ້ທີ່ລິ້ງນີ້ໄດ້ເລີຍ: ອາຫານເປັນພິດ! ໂຮກອັນຕະລາຍ ທີ່ມາກັບລະດູຮ້ອນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...