ນັກກິລາລອຍນໍ້າເຍົາວະຊົນລາວ ຄວ້າ 3 ຫຼຽນເງິນ 4 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຊິງແຊ້ມລະດັບໂຮງຮຽນອາຊີ.

ໃນການແຂ່ງຂັນລອຍນໍ້າຊິງແຊ້ມລະດັບໂຮງຮຽນອາຊີ (Asian Open Schools Invitation Aquatics Championship) ທີ່ນະຄອນຫລວງບາງກອກ ປະເທດໄທ 2 ອ້າຍນ້ອງ ວິນເນີ້ ແລະ ວິນນີ້ ນັກກິລາລອຍນໍ້າເຍົາວະຊົນລາວ ສາມາດຄວ້າໄດ້ 3 ຫຼຽນເງິນ 4 ຫຼຽນທອງ ໂດຍມີນັກກິລາ 900 ກວ່າຄົນ ຈາກ 14 ປະເທດເຂົ້າຮ່ວມ.

ນ້ອງ ວິນເນີ້ ແລະ ວິນນີ້ ເປັນຕົວແທນຈາກ ໂຮງຮຽນນາໆຊາດ ຮິດຟິວ (HIS) ນະຄອນຫລວງວຽງຈັນ; ສະເພາະ ນາງ ວິພະດາ ພັນທະຈັກ (ນ້ອງ ວິນນີ້) ອາຍຸ 7 ປີ ໄດ້ມາທັງໝົດ 6 ຫຼຽນ 3 ຫຼຽນເງິນ 3 ຫຼຽນທອງ, 3 ຫລຽນເງິນ ໄດ້ຈາກລອຍທ່າ ຟຣີສະຕາຍ ຄິກ 50 ແມັດ, ຟຣີສະຕາຍທົ່ວໄປ 50 ແມັດ, ຟຣີສະຕາຍທົ່ວໄປ 100 ແມັດ, 3 ຫຼຽນທອງຈາກລອຍທ່າແມງກະເບື້ອ ຄິກ 50 ແມັດ, ທ່າແມງກະເບື້ອທົ່ວໄປ 50 ແມັດ ແລະ ທ່າລອຍຫງາຍ 50 ແມັດ. ຂະນະທີ່ ທ້າວ ສຸກພະໄຊ ພັນທະຈັກ (ນ້ອງ ວິນເນີ້) ອາຍຸ 9 ປີ ໄດ້ 1 ຫຼຽນທອງຈາກລອຍທ່າ ຟຣີສະຕາຍທົ່ວໄປ 50 ແມັດ.

ດຣ. ອາກຸສຕີນັສ ເຮີມີໂນ້ (ເຮັນຣີ້) ຄູຝຶກລອຍນໍ້າລະດັບສາກົນຊາວອິນໂດເນເຊຍ ເຊິ່ງເປັນນັກກິລາລອຍນໍ້າມາຣາທອນ (Open Water Swimming) ໃຫ້ຮູ້ວ່າ: ວິນເນີ້ ແລະ ວິນນີ້ ເປັນນັກກິລາທີ່ມີພອນສະຫວັນ ແລະ ພອນສະແຫວງ ເຫັນໄດ້ຈາກການຝຶກຊ້ອມ ມີສະຖິຕິທີ່ດີ ສາມາດຍາດຫຼຽນລາງວັນໄດ້ໃນລະດັບນາໆຊາດ ທາງໂຮງຮຽນ ກໍຄືຜູ້ປົກຄອງ ແລະ ຄູຝຶກ ຈຶ່ງຕັດສິນໃຈສົ່ງນ້ອງທັງສອງໄປທົດສອບຄວາມສາມາດ ຫາປະສົບການໃໝ່. ສຳລັບການແຂ່ງຂັນຕໍ່ໄປ ທາງຄູຝຶກຈະພາ ທັງສອງເຂົ້າຮ່ວມລາຍການ Vientiane International School, Jakarta Open, Malaysia Open ແລະ Indonesia Open ໃນປີ 2024 ນີ້.

ທີ່ມາ:​ ຂ່າວກິລາ Lao National TV

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...