Thursday, May 2, 2024
Lenovo

ເມືອງ​ຄູນ ແຫຼ່ງ​ອະ­ລິ­ຍະ​ທຳອັນ​ເກົ່າ​ແກ່ ຂອງ​ແຂວງ​ຊຽງ​ຂວາງ

 ເມືອງ​ຄູນ ຢູ່​ຫ່າງ​ຈາກຕົວ ເມືອງ​ໂພນ​ສະ­ຫວັນ (ເມືອງ​ແປກ) ແຂວງ​ຊຽງ​ຂວາງ​ໄປ​ທາງ​ທິດ­ເໜືອ ປະ­ມານ 30 ກິ­ໂລ­ແມັດ, ເປັນ​ເມືອງ ທີ່​ເກົ່າ​ແກ່​ແຫ່ງ​ໜຶ່ງ​ໃນ​ລາວ​ເຮົາ ທີ່ ຕັ້ງ​ຢູ່​ທາງ​ພາກ​ເໜືອ; ເມືອງ​ນີ້​ມີ​ຊື່ ສຽງ​ໂດ່​ງ​ດັ່ງ​ໄປ​ທົ່ວ​ໂລກ ເນື່ອງຈາກ​ເປັນ​ເມືອງ​ທີ່​ມີ​ຮ່ອງ­ຮອຍ​ປະຫວັດ​ສາດ​ເກົ່າ​ແກ່ ແລະ ເຄີຍ​ມີ​ກະສັດ​ປົກ­ຄອງ​ມາ​ແລ້ວ​ເຖິງ 23 ພະອົງ. ນອກ​ນີ້, ເມືອງ​ຄູນ ຍັງ​ເຄີຍ​ເປັນອາ­ນາ­ຈັກ ຫລື ແຄວ້ນ​ໜຶ່ງ​ທີ່​ຍິ່ງ​ໃຫຍ່ ໃນ​ສະ­ໄໝ​ກ່ອນ, ໂດຍ​ເຈົ້າ­ຟ້າ​ງຸ່ມ ໄດ້ລວບ​ລວມ​ລາວ ໃນ​ກາງ​ສະ­ຕະ­ວັດທີ 14 ແລະ ເປັນ​ເມືອງ​ທີ່​ມີ​ຮ່ອງຮອຍ​ວັດ­ທະ­ນະ­ທຳ​ບູ­ຮານ​ຢ່າງຫລວງ­ຫລາຍ, ມີ​ຕຳ­ນານ​ພົງ­ສາ​ວະດານ​ສືບ­ຕໍ່​ກັນ​ມາ​ແຕ່​ດົນ​ນານ.

ມາ​ຮອດ​ປັດ­ຈຸ­ບັນ, ສິ່ງ​ທີ່​ເປັນຮ່ອງ­ຮອຍ​ອະ­ລິ­ຍະ​ທຳ​ທີ່​ເກົ່າ​ແກ່​ຍັງ ປະ​ໄວ້​ເປັນ ອະ­ນຸ­ສອນ​ສະ­ຖານ​ກໍ​ຄື ວັດ​ເພຍ​ວັດ, ທາດ​ຝຸ່ນ, ທາດ​ຈອມເພັດ, ວັດ​ສີ​ພົມ, ທາດ​ດຳ ແລະ ຊາກຮ່ອງ­ຮອຍ ຂອງ​ໂຮງ­ໝໍ​ເກົ່າ​ອື່ນໆ ອີກ. ດັ່ງ​ທານ​ປະ­ທານ​ແນວ​ໂຮມ ບ້ານ​ເພຍ​ວັດ ໃຫ້​ຮູ້​ວ່າ: ວັດ​ເພຍ​ວັດ ​ຕັ້ງ​ຢູ່​ໃຈ­ກາງ​ຂອງ​ເມືອງ​ຄູນ, ເປັນວັດ​ທີ່​ສ້າງ­ຕັ້ງ​ຂຶ້ນ​ກ່ອນ­ໝູ່​ໝົດ ໃນ ດິນ­ແດນ​ຂອງ​ເມືອງ​ພວນ; ຄື: ໃນ​ປີ ຈສ 744 ໄລ່ ມາ​ຮອດ​ປັດ­ຈຸ­ບັນ ແມ່ນ​ມີ​ອາ­ຍຸ 687 ປີ​ແລ້ວ. ວັດ​ເພຍວັດ​ຈຶ່ງ​ເປັນ​ບ່ອນ​ຮ່ຳ­ຮຽນ​ຂອງ​ພະສົງ​ສາ­ມະ­ເນນ​ໃນ​ຍຸກ​ນັ້ນ. ຕົກ​ມາ ຮອດ​ຊຸມ​ປີ  ຄສ  1874, ສົງ­ຄາມພາຍ​ນອກ​ໄດ້​ເຂົ້າ​ມາ​ມ້າງ­ເພ​ທຳລາຍ (ເສິກ​ຫໍ້) ເຊິ່ງ​ພວກ​ເຂົາ​ໄດ້ຕັດ​ແຂນ​ພະ​ເຈົ້າ​ອົງ​ຕື້​ເບື້ອງ​ຊາຍ​ອອກ​ເພື່ອ​ຊອກ​ຫາ​ໂລ­ຫະ​ທີ່​ມີ­ຄ່າ, ແຕ່​ສິມ​ຍັງ​ບໍ່​ຖືກ​ທຳ​ລາຍ. ມາ​ຮອດ ປີ ​ຄສ 1953, ໄດ້​ຖືກ​ສົງ­ຄາມ​ຂອງ ຈັກ­ກະ​ພັດ​ທໍາ​ລາຍ​ສິມ ແລະ ພະ​ພຸດທະ​ຮູບ​ເພ­ພັງ​ຢ່າງ​ໜັກ. ຕໍ່​ມາ​ຮອດ​ປີ ​ຄສ 1954 ເຈົ້າ​ສຸດ​ທະ​ກຸມ­ມານ (ເຈົ້າ​ຊາຍ​ຄຳ) ເປັນ​ເຈົ້າ​ປົກ­ຄອງເມືອງ​ພວນ ໄດ້​ນຳ­ພາ​ປະ­ຊາ­ຊົນ ຊາວ​ເມືອງ​ພວນ​ປະ­ຕິ­ສັງ­ຂອນ​ວັດ ແລະ ສິມ​ຄືນ­ໃໝ່, ເຮັດ​ໃຫ້​ມີ​ຄວາມສວຍ​ງາມ​ຄື​ກັນ​ກັບ​ສະ­ໄໝ​ກ່ອນ. ມາ​ຮອດ​ປີ ​ຄສ 1969, ໄດ້​ຖືກ​ສົງຄາມ​ທຳ­ລາຍ​ອີກ​ຈົນ​ໝົດ​ກ້ຽງ ເຊິ່ງຍັງ​ເຫລືອ​ພຽງ​ແຕ່​ພະ​ພຸດ​ທະ​ຮູບ​ທີ່ສະ­ຖິດ​ຕາກ­ແດດ-​ຕາກ​ຝົນ​ຢູ່​ຫລາຍຟ້າ​ຫລາຍ​ປີ ໃຫ້​ເຮົາ​ໄດ້​ເບິ່ງ​ຈົນ​ເຖິງທຸກ​ວັນ​ນີ້. ວັດ​ເພຍ​ວັດ​ໄດ້​ປັບ­ປຸງ​ບູລະ­ນະ​ປະ­ຕິ­ສັງ­ຂອນ​ຄືນ­ໃໝ່ ເພື່ອປົກ​ປັກ​ຮັກ­ສາ​ຄວາມ​ສວຍ​ງາມ​ຂອງ ພະ​ພຸດ​ທະຮູບ ແລະ ສິມ ເກົ່າ​ເອົາ​ໄວ້. ນອກ­ຈາກ​ນີ້, ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ຈຳ ເປັນ​ຫລາຍ ເຊິ່ງ​ຈະ​ຕ້ອງ​ໄດ້​ຮັບ ການ​ແກ້​ໄຂ​ເຊັ່ນ: ບ່ອນ​ຈອດ​ລົດ ຂອງ​ນັກ​ທ່ອງ​ທ່ຽວ ແລະ ປະ­ຊາ­ຊົນ ທີ່​ມາ​ເຮັດ­ບຸນ​ສິນ​ກິນ​ທານ ຢູ່​ວັດ ແຫ່ງ​ນີ້.

ນອກ­ຈາກ​ນີ້, ຍັງ​ມີ​ທາດ​ຝຸ່ນ​ທີ່ ​ຕັ້ງ​ຢູ່​ໃຈ­ກາງ​ຂອງ​ເມືອງ​ຄູນ ເຊິ່ງ​ມີປະ­ຫວັດ​ອັນ​ຍາວ​ນານ ຄື​ໃນ​ປີ ​ຈສ 307 ໄດ້​ປະ­ດິດ­ສະ­ຖານ​ທາດ​ນ້ອຍ (ທາດ​ທີ່­ຢູ່​ທາງ​ໃນ). ຕໍ່​ມາ​ພະ​ພຸດທະ​ເຈົ້າ​ຢູ່​ອິນ​ເດ​ຍ​ກໍ​ໄດ້​ປະ­ລິ­ນິ­ພານ, ປະ­ຊາ­ຊົນ​ຈຶ່ງ​ໄດ້​ພາ­ກັນ​ຈູດ​ເຜົາ​ສົບ ຂອງ​ພະ­ພຸດ­ທະ­ເຈົ້າ, ແລ້ວ​ໄດ້​ປະ ກາດ​ໃຫ້​ຜູ້​ຄົນ​ທົ່ວ​ໂລກ​ທີ່​ນັບ­ຖື​ສາສະ­ໜາ​ພຸດ​ມາ​ເອົາ​ກະ­ດູກ​ຂອງ​ພະພຸດ­ທະ­ເຈົ້າ​ໄປ​ບູ­ຊາ ໂດຍ​ການ​ສ້າງທາດ​ໃສ່. ແຕ່​ຊາວ​ຊຽງ​ຂວາງ ຜັດ ໄປ​ຊ້າ ເລີຍ​ໄດ້​ແຕ່​ຝຸ່ນ​ຈຶ່ງ​ໄດ້​ນຳ​ມາເກັບ​ໄວ້​ທາດ​ດັ່ງ­ກ່າວ ໂດຍ​ການສ້າງ​ກວມ​ເອົາ​ທາດ​ເກົ່າ ໃຫ້​ໃຫຍ່ໂຕກ​ວ່າ​ແຕ່​ກ່ອນ ເຊິ່ງ​ກະ­ສັດ​ເມືອງ ພວນ​ອົງ​ທີ 24 ເປັນ​ຜູ້​ສັ່ງ​ໃຫ້​ກໍ່ສ້າງ​ຂຶ້ນ. ນອກ​ນັ້ນ, ທ່ານ​ຍັງ​ເປັນຜູ້​ທີ່​ນຳ​ເອົາ​ສາ­ສະ­ໜາ​ພຸດ ເຂົ້າ​ມາເມືອງ​ພວນ  ແລະ ນັບ​ແຕ່​ນັ້ນ​ມາ​ໃນທຸກໆ​ປີ​ໃໝ່​ລາວ, ຊາວ​ເມືອງພວນ ກໍ​ໄດ້ພາ­ກັນ​ມາ​ຫົດ​ນ້ຳ​ສົງ​ພະ ແລະ ອວຍ­ພອນ​ເຊິ່ງ​ກັນ ແລະ ກັນ​ຢູ່​ທາດແຫ່ງ​ນີ້. ຈົນ​ມາ​ຮອດ ປີ, ​ຄສ 1874 ທາດ​ດັ່ງ­ກ່າວ​ໄດ້​ຖືກ​ສົງ­ຄາມ​ເສິກ ຫໍ້​ທຳ­ລາຍ ເພື່ອ​ຂຸດ​ຄົ້ນ​ເອົາ​ເງິນ​ຄຳ ທີ່​ມີ­ຄ່າ​ອັນ​ເຮັດ​ໃຫ້​ທາດ​ເພ­ພັງ ແລະ ຊຸດ­ໂຊມລົງ​ຕໍ່​ມາ​ຮອດ​ສະ­ໄໝ ເຈົ້າແຂວງ​ຊາຍ​ຄຳ ເປັນ​ເຈົ້າ​ແຜ່ນ­ດິນ ເມືອງ​ພວນ ໄດ້​ນຳ­ພາ​ປະ­ຊາ­ຊົນ​ປົວແປງ​ຄືນ­ໃໝ່, ແຕ່​ມາ​ຮອດ​ປີ ​ຄສ 1969 ພັດ​ຖືກ​ສົງ­ຄາມ​ຂອງ​ຈັກ­ກະພັດ​ອາ­ເມ­ລິ­ກາ​ທຳ­ລາຍ​ຊຸດໂຊມ​ລົງອີກ​ຄື​ດັ່ງ​ທີ່​ເຮົາ​ເຫັນ​ໃນ​ທຸກ​ວັນ​ນີ້.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ຜົນຈິໄຈເຜີຍ! ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19

"ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19" ນີ້ແມ່ນການລາຍງານໃໝ່ຈາກ British Columbia University ໃນປະເທດການາດາ ໄດ້ເຜີຍໃຫ້ເຫັນຄວາມສຳພັນຂອງສິ່ງທີ່ມີຊີວິດອື່ນໆ ທີ່ກຳລັງພະຍາຍາມປັບໂຕໃຫ້ເຂົ້າກັບຜູ້ຄົນ ເຊິ່ງທີມວິໄຈຍັງຄິດໃນແງ່ບວກວ່າ "ມະນຸດເຮົາຍັງສາມາດສ້າງໂອກາດໃຫ້ທຳມະຊາດໄດ້ຟື້ນຟູໄດ້ຢ່າງແທ້ຈິງ”.

ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.

ເຈົ້າແຂວງຈຳປາສັກ ເປັນປະທານເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ

ເມື່ອວັນທີ 30 ເມສາ 2024 ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາກສັກ ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ພາຍໃນບັນຍາກາດແຂກຜູ້ມີກຽດ, ຜູ້ບໍລິຫານລະດັບສູງຈາກໜ່ວຍງານຕ່າງໆ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ