ນາຍົກບອກ ສວນກ້ວຍລາວຕ້ອງປອດສານພິດ ຫາກພົບຢາປາບສັດຕູພືດຕ້ອງຫ້າມ ໃຫ້ຈັບທັນທີ

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກສະແດງຄວາມເປັນຫ່ວງກ່ຽວກັບສານເຄມີຈາກການປູກພືດກະສິກຳບາງຊະນິດໃນລາວອັນຈະສົ່ງຜົນເຮັດໃຫ້ດິນສົດໆທີ່ອຸດົມໄປດ້ວຍຝຸ່ນທຳມະຊາດຈະເຕັມໄປດ້ວຍສານເຄມີໂດຍສະເພາະການປູກກ້ວຍຊຶ່ງໃນຜ່ານມາທ່ານນາຍົກກໍໄດ້ຮັບຮູ້ເຖິງຄວາມອັນຕະລາຍທັງນີ້ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເຂັ້ມງວດກວດກາຫາກພົບເຫັນຢາປາບສັດຕູພືດທີ່ຕ້ອງຫ້າມມີການນຳເຂົ້າແມ່ນໃຫ້ຈັບທັນທີເພື່ອສືບຫາຜູ້ຢູ່ເບື້ອງຫຼັງກໍຄືຜູ້ອະນຸຍາດ ແລະສົມຮູ້ຮ່ວມຄິດມາດຳເນີນຄະດີຕາມລະບຽບກົດໝາຍ.

ໃນກອງປະຊຸມສະພາວາລະຊີ້ແຈງຂອງລັດຖະບານເມື່ອວັນສຸກຜ່ານມາທ່ານສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງແຂວງຊຽງຂວາງໄດ້ຕັ້ງຄຳຖາມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີວ່າ: ປະຈຸບັນລັດສົ່ງເສີມການຜະລິດພືດກະສິກຳປອດສານພິດແຕ່ໃນເດືອນເມສາຜ່ານມາຢູ່ຊຽງຂວາງກວດພົບ ການນຳເຂົ້າສານເຄມີ

ທີ່ຕ້ອງຫ້າມ 180 ໂຕນໃນລົດ 9 ຄັນ ແລະກໍໄດ້ຕິດຕາມກວດກາໂດຍແມ່ນທາງກົມຢູ່ກະຊວງກະສິກຳ ແລະປ່າໄມ້ເປັນຜູ້ອະນຸມັດວ່າມີຄວາມຈຳເປັນນຳ ເຂົ້າມາ ແຕ່ຖາມການນຳຢູ່ກະຊວງພັດວ່າບໍ່ຮູ້ເລື່ອງນຳໂດຍບອກວ່າຜ່ານດ່ານລາວບາວງ່າຍແຕ່ຢູ່ຊຽງຂວາງຍາກອັນນີ້ລັດຖະບານຈະມີມາດຕະການແກ້ໄຂ ເດັດຂາດຄືແນວໃດ?

ຕໍ່ກັບບັນຫາດັ່ງກ່າວທ່ານ ທອງລຸນ ສີສຸລິດ ຕອບວ່າ: ສານເຄມີທີ່ຕ້ອງຫ້າມຫາກມີການພົບເຫັນນຳເຂົ້າມາຜິດກົດໝາຍແມ່ນໃຫ້ຈັບໂລດຜິດແລ້ວມາຂໍອະນຸຍາດໃຫ້ເປັນຖືກແມ່ນບໍ່ໄດ້ເດັດຂາດ ເພາະຈະເປັນພິດໄພໃຫ້ແກ່ສີ່ງແວດລ້ອມກົດໝາຍກໍໄດ້ກຳນົດຈະແຈ້ງຢາທີ່ໃຫ້ນຳເຂົ້າ ແລະຫ້າມນຳເຂົ້າພ້ອມເນັ້ນໃຫ້ພວກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດເຂັ້ມງວດທັງນີ້ຈັບກໍບໍ່ໝາຍຄວາມວ່າໄປຈັບຄົນເຂົ້າຄຸກໂລດແຕ່ໄປຈັບເອົາສິນຄ້າ ແລະໄປສືບຫາວ່າໃຜອະນຸຍາດໃຜມີສ່ວນຮ່ວມສົມຮູ່ຮ່ວມຄິດແລ້ວຈື່ງເວົ້າຕາມຂະບວນການກົດໝາຍ ແລະລະບຽບການບໍ່ຄວນເຮັດແບບບໍ່ມີຂື່ບໍ່ມີແປອີກຕໍ່ໄປເພາະເປັນການທຳລາຍສຸຂະພາບປະຊາຊົນລາວເຮົາແທ້ໆໃນໄລຍະຍາວ.

ສ່ວນຕໍ່ກັບບັນຫາກ້ວຍທ່ານ ທອງລຸນ ສີສຸລິດ ກ່າວວ່າ: ຄົນລາວກໍຢາກກິນກ້ວຍທີ່ປູກໃນປະຈຸບັນແຕ່ຜ່ານມາພວກເຮົາກໍເຫັນຄວາມອັນຕະລາຍຂອງສານເຄມີ ແລະເຮົາຈະຫັນການປູກກ້ວຍມາເປັນກະສິກຳສະອາດໄດ້ ຫຼື ບໍຄົນລາວເຮົາກໍມີມູນເຊື້ອໃນການປູກກ້ວຍແຕ່ຕ້ອງປູກກ້ວຍຫຼືປູກພືດຊະນິດອື່ນໆທີ່ປອດສານພິດ ແລະມີຕະຫຼາດຮອງຮັບສະນັ້ນກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງຕ້ອງເຂັ້ມງວດໃນການຫ້າມນຳເຂົ້າຝຸ່ນເຄມີທີ່ຮ້າຍແຮງ ຢາຂ້າຫຍ້າຫ້າມນຳເຂົ້າແລ້ວແຕ່ຍັງພົບເຫັນນຳເຂົ້າອີກ ແລະມີການນຳເຂົ້າມາຕິກໆບັນຫານີ້ທ້ອງຖີ່ນ, ສະມາຊິກສະພາທ້ອງ ຖີ່ນ ຕ້ອງເຂັ້ມໃນການກວດກາຜູ້ໃດລະເມີດ ຕ້ອງມີມາດຕະການໂທດຢ່າງເດັດ ຂາດອີກບໍ່ດົນດິນຂອງພວກເຮົາທີ່ອຸດົມສົມບູນດ້ວຍຝຸ່ນທຳມະຊາດຍັງເປັນດິນສົດໆ ຈະກາຍເຕັມໄປດ້ວຍດິນເຄມີ ຖ້າພວກເຮົາບໍ່ເອົາໃຈໃສ່ກວດກັນແທ້ໆ ສະນັ້ນຈື່ງຮຽກຮ້ອງທຸກພາກສ່ວນຮ່ວມກັນແກ້ໄຂ.

ອີງຕາມຂໍ້ມູນຈາກກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ວ່າ: ປະຈຸບັນສວນກ້ວຍຫອມໃນລາວມີເນື້ອທີ່ທັງໝົດປະມານ 15 ພັນເຮັດຕາ ໃນນັ້ນສ່ວນໃຫຍ່ເປັນຂອງນັກລົງທຶນຈາກ ສປ ຈີນ ຊຶ່ງໃນຊຸມປີຜ່ານມາລັດຖະບານກໍໄດ້ມີການກວດພົບບາງບໍລິສັດປູກກ້ວຍນຳໃຊ້ຢາປາບສັດຕູພືດທີ່ຕ້ອງຫ້າມຂອງທັງ 2 ປະ ເທດເຂົ້າໃນການຜະລິດຄື ຈີນ 42 ຊະນິດ ແລະລາວ 55 ຊະະນິດແມ່ນຫ້າມນຳໃຊ້ເຂົ້າການຜະລິດກ້ວຍ ແລະຕ້ອງທຳລາຍຖີ້ມ.

ແນວໃດກໍດີເພື່ອເປັນການຕັດໄຟແຕ່ຕົ້ນລົມໃຫ້ພໍ່ແມ່ປະຊາຊົນລາວຫ່າງໄກຈາກສານເຄມີຂອງສວນກ້ວຍນອກເໜືອຈາກຫ້າມນຳເຂົ້າຢາປາບສັດຕູພືດທີ່ມີຜົນ ຮ້າຍແຮງມານຳໃຊ້ພາຍໃນປະເທດແລ້ວ ລັດກໍຄວນໄລ່ລຽງເບີ່ງຄັກໆຄືນວ່າ ລາຍຮັບທີ່ໄດ້ຈາກການສົ່ງອອກຈຳນວນເງິນມະຫາສານກັບພິດໄພຂອງເຄມີຕົກຄ້າງທີ່ອາດຈະມີຜົນຄຸກຄາມຕໍ່ສຸຂະພາບ ແລະຊີວິດຂອງປະຊາຊົນລາວເຮົາໄປອີກຫຼາຍ 10 ປີ ວ່າມັນຄຸ້ມຄ່າກັນແລ້ວ ຫຼືບໍ່ຈະໄປຕໍ່ຫຼືພໍເທົ່ານີ້ສຳລັບເນື້ອທີ່ສວນກ້ວຍ ແລະກໍຕ້ອງຈັດຕັ້ງປະຕິບັດຢ່າງເອົາຈິງ ເອົາຈັງ ບໍ່ໃຫ້ເໝືອນກັບຢູ່ນະຄອນ ຫຼວງວຽງຈັນ ທີ່ມີການຫ້າມລັກລອບປູກກ້ວຍໃໝ່ແຕ່ປະຈຸບັນນັກລົງທຶນບາງລາຍໂດຍສະເພາະຢູ່ເຂດນາໜາດແສນດິນ ເມືອງນາຊາທອງ ແມ່ນໄດ້ລົງເບ້ຍກ້ວຍສຳ ເລັດໝົດແລ້ວໂດຍໄຮ້ການລົງຫ້າມຈາກໜ່ວຍງານພາກລັດ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...