Articles by

Insidelaos

ການວາງແຜນການເງິນ ແບບມະນຸດເງິນເດືອນ ຂອງຄົນທີ່ອາໄສຢູ່ຫ້ອງແຖວ

ການວາງແຜນການເງິນ ໃນແຕ່ລະມື້ນັ້ນຖືວ່າມີປະໂຫຍດ ຕໍ່ການໃຊ້ຊີວິດປະຈຳວັນ ເປັນຢ່າງຫຼາຍ ນອກຈາກຈະເຮັດໃຫ້ ຮູ້ຈັກການບໍລິຫານເງິນໄດ້ຫຼາຍຂຶ້ນ ແລ້ວຍັງຊ່ວຍເປັນເຄື່ອງມື ໃນການຄວບຄຸມຄ່າໃຊ້ຈ່າຍໃນແຕ່ລະເດືອນໄດ້ອີກ, ເພາະໃນບາງເທື່ອ ເຮົາບໍ່ສາມາດຮູ້ໄດ້ເລີຍ ວ່າເງິນເຮົານຳໄປໃຊ້ຈ່າຍຫຍັງແດ່ ຈົນເຮັດໃຫ້ຫຼາຍໆເທື່ອ ຕ້ອງພົບກັບບັນຫາເລື່ອງເງິນຂາດມື ຫຼື ເງິນຕິດລົບໃນບາງເດືອນ, ມື້ນີ້ເຮົາມີວິທີການວາງແຜນການເງິນ ແບບມະນຸດເງິນເດືອນ ຂອງຄົນທີ່ອາໄສຢູ່ຫ້ອງແຖວມາຝາກກັນ.

ການໃຊ້ຊີວິດຂອງນັກສຶກສາໃນຊ່ວງເສດຖະກິດແບບນີ້

ເຊື່ອວ່າຫຼາຍໆຄົນ ທີ່ໃຊ້ຊີວິດຢູ່ໃນ ຊ່ວງເສດຖະກິດທີ່ເຄື່ອງຂອງແພງ ຈະຕ້ອງໄດ້ຄິດກ່ອນຈ່າຍສະເໝີ ເຊິ່ງໃນປັດຈຸບັນ ບໍ່ວ່າຈະເປັນລາຄານ້ຳມັນ ຫຼື ເຄື່ອງໃຊ້ຂອງສອຍຕ່າງໆກໍຂຶ້ນລາຄາສູງ, ການທີ່ຈະອອກເດີນທາງໄປໃສມາໃສ ຫຼື ຈະໃຊ້ເງິນຊື້ສິ່ງຂອງໃດໆ ກໍຕ້ອງຄິດໃຫ້ດີກ່ອນ, ມື້ນີ້ເຮົາມີໂອກາດໄດ້ໄປສອບຖາມ ນັກສຶກສາ ກ່ຽວກັບການໃຊ້ຊີວິດ ວ່ານ້ອງໆ ມີວິທີການໃຊ້ຈ່າຍແນວໃດ ໃນຊ່ວງເສດຖະກິດແບບນີ້.

ສຸພາວະດີ ແສງວິໄຊ ນັກສຶກສາ ສາຂາປັ້ນຫຼໍ່ ທີ່ມີຄວາມສາມາດໃນການແຕ້ຮູບ

ນາງ ສຸພາວະດີ ແສງວິໄຊ ຫຼື ນ້ຳເຜິ້ງ, ອາຍຸ 19 ປີ, ແມ່ຍິງຄົນດຽວໃນ ພາກປະຕິມະກຳ ສາຂາປັ້ນຫຼໍ່ ປີ 2 ທີ່ມີພອນສະຫວັນໃນດ້ານການແຕ້ມຮູບ ທີ່ໂດດເດັ່ນ ແລະ ໄດ້ຮັບລາງວັນມາແລ້ວຈາກຫຼາຍໆເວທີ ສາມາດເວົ້າໄດ້ເລີຍວ່າ ນ້ອງເປັນສາຍປະກວດ ເພາະວ່າການປະກວດ ເປັນອີກຈຸກໜຶ່ງທີ່ປ່ຽນຊີວິດ ຈາກທີ່ບໍ່ເຄີຍມີໃຜຍອມຮັບໃນຜົນງານ, ໃນຄວາມສາມາດ ກໍກາຍມາເປັນໃຫ້ໂອກາດ ແລະ ສົ່ງເສີມໃຫ້ເຮັດໃນສິ່ງທີ່ເຮົາຮັກຫຼາຍຂຶ້ນ ແຕ່ທີ່ເລືອກຮຽນ ສາຂາປັ້ນຫຼໍ່ ເພາະເຫັນວ່າເປັນສາຂາວິຊາທີ່ໜ້າສົນໃຈ ເຖິງມັນຈະເປັນສາຂາທີ່ບໍ່ຄ່ອຍເປັນທີ່ນິຍົມກໍຕາມ ແຕ່ພໍໄດ້ເຮັດມັນກໍກາຍເປັນອີກສິ່ງໜຶ່ງທີ່ມັກ ແລະ ໜ້າສົນໃຈດີ.

ການຕັ້ງເປົ້າໝາຍໃນປີ2023 ຂອງນ້ອງໆນັກສຶກສາ ມະຫາວິທະຍາໄລແຫ່ງຊາດ

ເປົ້າໝາຍຊີວິດ ປຽບເໝືອນເຂັມທິດນຳທາງ ທີ່ຫຼາຍໆຄົນຍືດຖືໄວ້ ເພື່ອເປັນແຮງຈູງໃຈໃຫ້ມີພະລັງໃນການໃຊ້ຊີວິດ ອາດປ່ຽນແປງໄປຕາມອາຍຸ ແລະ ປະສົບການທີ່ຫຼາຍຂຶ້ນ ບໍ່ແປກເລີຍທີ່ຫຼາຍໆຄົນຈະຍັງບໍ່ແນ່ໃຈ ວ່າເປົ້າໝາຍຊີວິດຕົນເອງແມ່ນຫຍັງ ຫຼື ເປົ້າໝາຍມີການປ່ຽນແປງເລື່ອຍໆ, ແຕ່ການຮູ້ວ່າເປົ້າໝາຍໃນຊີວິດເຮົາແມ່ນຫຍັງນັ້ນຖືເປັນສິ່ງທີ່ສຳຄັນ ມື້ນີ້ເຮົາໄດ້ນຳເອົາການຕັ້ງເປົ້າໝາຍຂອງນ້ອງໆທີ່ກຳລັງສຶກສາຢູ່ມະຫາວິທະຍາໄລມາຝາກກັນ.

ລາຍພື້ນຖານ, ລາຍພືດ ແລະ ລາຍສັດ ລວດລາຍຜ້າຂອງຊົນເຜົ່າກຶມມຸ

ລວດລາຍຜ້າ ຂອງຊົນເຜົ່າກືມມຸ ແມ່ນການຕັດກັນລະຫວ່າງສີຂອງເຄືອ ແລະ ເສັ້ນຕໍ່າ ເຮັດໃຫ້ເກີດມີສີສັນ, ລວດລາຍແບບຕ່າງໆຂຶ້ນ ດ້ວຍຈິນຕະນາການ ໂດຍການ ຕ່ຳຂີດ ເນື່ອງຈາກການຕ່ຳຂີດ ຈະເຮັດໃຫ້ຜ້າໄດ້ແຖວລະສີ ແລະ ຍັງມີການຕ່ຳ ທີ່ເປັນເອກະລັກ ໂດຍການໃຊ້ລູກປັດ ຫຼື ເມັດຕະກົ່ວ ຮ້ອຍແຊກລະຫວ່າງການຕ່ຳ  ເພື່ອສ້າງລວດລາຍທີ່ປາກົດໃນຜືນຜ້າ, ລາຍຜ້າສ່ວນໃຫຍ່ ຈະສື່ເຖິງ ການດຳລົງຊີວິດ ໃນດ້ານຮິດຄອງປະເພນີ, ພິທີກຳ ແລະ ຄວາມເຊື່ອ, ຊົນເຜົ່າກືມມຸ ນີຍົມຕ່ຳຜ້າ 3 ລວດລາຍຄື: ລາຍພື້ນຖານ, ລາຍພືດ ແລະ ລາຍສັດ.

ເຄີຍສົງໄສກັນບໍ່ວ່າເສົາກ໊ວຍ ຫຼື ວຸ້ນດຳ ທີ່ຫຼາຍຄົນມັກກິນເຮັດມາຈາກຫຍັງ?

ເສົາກ໊ວຍເປັນພືດຊະນິດໜຶ່ງ ມີຄວາມສູງປະມານ 15-100 ຊັງຕີແມັດ ໃບມີຮູບຊົງຄ້າຍຄືກັບຢົດນໍ້າ ຕົ້ນເສົາກ໊ວຍ ມີຕົ້ນກຳເນີດມາຈາກປະເທດຈີນ, ເຊິ່ງເສົາກ໊ວຍ ຫຼື ວຸ້ນດຳ ທີ່ຫຼາຍຄົນມັກກິນ ໃສ່ກັບນ້ຳໂອລ້ຽງຣົດຊາດຕ່າງໆ ຕາມຕະຫຼາດ ຫຼື ໃສກັບຊານົມນັ້ນ ໄດ້ມາຈາກຫຍ້າເສົາກ໊ວຍ ເຊິ່ງມື້ນີ້ເຮົາມີວິທີເຮັດເສົາກ໊ວຍ ຈາກແມ່ຄ້າມາຝາກກັນ.

ແມ່ຍິງຊົນເຜົ່າຍວນໃນເມື່ອກ່ອນຈະສ້າງຄອບຄົວໄດ້ຕ້ອງຕ່ຳສິ້ນຕີນຈົກເປັນ

ໃນອະດີດແມ່ຍິງຊົນເຜົ່າຍວນ ຕ້ອງຮຽນຕ່ຳສິ້ນໃຊ້ເອງ ລວມທັງຜ້າທີ່ໃຊ້ໃນການດຳລົງຊີວິດ, ແມ່ຍິງທຸກຄົນ ຈະຕ້ອງຕ່ຳສິ້ນຕີນຈົກໃຫ້ເປັນ ເພາະຖືກັນວ່າ ແມ່ຍິງຜູ້ໃດ ຕ່ຳສິ້ນຕີນຈົກເປັນ ແມ່ນມີຄຸນສົມບັດ, ເປັນແມ່ຍິງທີ່ເໝາະສົມຈະອອກເຮືອນ ສ້າງຄອບຄົວ, ໄປເປັນແມ່ບ້ານແມ່ເຮືອນໄດ້ແລ້ວ ສະນັ້ນ ຜ້າທີ່ຕ່ຳຈຶ່ງຖືໄດ້ວ່າມີຄວາມສຳຄັນຫຼາຍ ຕໍ່ກັບຊົນເຜົ່າຍວນ.

6 ຄວາມເຊື່ອ ແລະ ຂໍ້ຫ້າມກ່ຽວກັບມື້ຂຶ້ນປີໃໝ່ຈີນ

ຊ່ວງເທດສະການມື້ຂຶ້ນປີໃໝ່ຈີນ ຂອງຊາວຈີນ ແລະ ຊາວລາວເຊື້ອສາຍຈີນ ກໍຈະມີຂັ້ນຕອນ ຫຼື ພິທີກຳ ທີ່ປະຕິບັດຫຼາກຫຼາຍ ເຊິ່ງກໍແນ່ນອນວ່າ ຖ້າມີສິ່ງທີ່ຕ້ອງປະຕິບັດ ກໍຕ້ອງມີສິ່ງທີ່ຫ້າມ ປະຕິບັດເຊັ່ນດຽວກັນ, ຈາກການສອບຖາມ ແມ່ເຖົ້າ ອາໂຂ້ງຈື່ ອາຍຸ 75 ປີ ຊາວລາວເຊື້ອສາຍຈີນ ຢູ່ ບ້ານ ຊຳເກດ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເວົ້າວ່າ: ຄວາມເຊື່ອ ແລະ ຂໍ້ຫ້າມ ສຳລັບຄອບຄົວແມ່ເຖົ້າແລ້ວມີຢູ່ 6 ຢ່າງທີ່ບໍ່ຄວນເຮັດ ໃນມື້ຂຶ້ນປີໃໝ່ຈີນ ເຊິ່ງປີນີ້ກົງກັບວັນທີ່ 23 ກັນຍາ 2023.