Tuesday, March 18, 2025

ສຸພາວະດີ ແສງວິໄຊ ນັກສຶກສາ ສາຂາປັ້ນຫຼໍ່ ທີ່ມີຄວາມສາມາດໃນການແຕ້ຮູບ

ນາງ ສຸພາວະດີ ແສງວິໄຊ ຫຼື ນ້ຳເຜິ້ງ, ອາຍຸ 19 ປີ, ແມ່ຍິງຄົນດຽວໃນ ພາກປະຕິມະກຳ ສາຂາປັ້ນຫຼໍ່ ປີ 2 ທີ່ມີພອນສະຫວັນໃນດ້ານການແຕ້ມຮູບ ທີ່ໂດດເດັ່ນ ແລະ ໄດ້ຮັບລາງວັນມາແລ້ວຈາກຫຼາຍໆເວທີ ສາມາດເວົ້າໄດ້ເລີຍວ່າ ນ້ອງເປັນສາຍປະກວດ ເພາະວ່າການປະກວດ ເປັນອີກຈຸກໜຶ່ງທີ່ປ່ຽນຊີວິດ ຈາກທີ່ບໍ່ເຄີຍມີໃຜຍອມຮັບໃນຜົນງານ, ໃນຄວາມສາມາດ ກໍກາຍມາເປັນໃຫ້ໂອກາດ ແລະ ສົ່ງເສີມໃຫ້ເຮັດໃນສິ່ງທີ່ເຮົາຮັກຫຼາຍຂຶ້ນ ແຕ່ທີ່ເລືອກຮຽນ ສາຂາປັ້ນຫຼໍ່ ເພາະເຫັນວ່າເປັນສາຂາວິຊາທີ່ໜ້າສົນໃຈ ເຖິງມັນຈະເປັນສາຂາທີ່ບໍ່ຄ່ອຍເປັນທີ່ນິຍົມກໍຕາມ ແຕ່ພໍໄດ້ເຮັດມັນກໍກາຍເປັນອີກສິ່ງໜຶ່ງທີ່ມັກ ແລະ ໜ້າສົນໃຈດີ.

ນ້ຳເຜິ້ງ ເວົ້າວ່າ: ນ້ອງບໍ່ເຄີຍຮຽນແຕ້ມຮູບ ແບບຈິງໆຈັງໆມາກ່ອນເລີຍ ມີແຕ່ຮຽນດ້ວຍໂຕເອງຕາມອິນເຕີເນັດທົ່ວໄປ ແລະ ກໍເຝຶກຜົນຕົນເອງຢູ່ເລື່ອຍໆ, ເພາະການແຕ້ມຮູບເປັນສິ່ງທີ່ນ້ອງມັກ ມາແຕ່ຍັງນ້ອຍ ຕອນນັ້ນກໍແຕ້ມຫຼິ້ນທົ່ວໆໄປ ແຕ່ພໍໄດ້ແຕ້ມມາເລື້ອຍໆ ກໍຮູ້ສຶກຜູກພັນກັບການແຕ້ມຮູບຫຼາຍຂຶ້ນ, ເວລາໄດ້ແຕ້ມຮູບຈະຮູ້ສຶກດີ ແລະ ຜ່ອຍຄາຍແບບບອກບໍ່ຖືກເລີຍ.

ສຳລັບຈຸດພິເສດຂອງນ້ອງ ທີ່ແຕ້ມຮູບສະເໝືອນຈິງນັ້ນ ເພາະນ້ອງເປັນຄົນທີ່ມັກສັງເກດ, ຈັບຈຸດພິເສດ, ທຳຄວາມເຂົ້າໃຈ ແລະ ມີການເຝິກຜົນຕົນເອງຢູ່ສະເໝີ ແຕ່ມັນກໍມີຈຸດທ້າທາຍ ບໍ່ວ່າຈະເປັນເສັ້ນຜົມ ຫຼື ໂຄງໜ້າ ເພາະຈະຕ້ອງຈັບຈຸດພິເສດຂອງພາບນັ້ນໆ ເພື່ອໃຫ້ແຕ້ມອອກມາ ຄືກັບຕົ້ນສະບັບທີ່ສຸດ, ເຊິ່ງເວລາໃນການແຕ້ມ ກໍຂຶ້ນຢູ່ກັບຮູບທີ່ຈະແຕ້ມ ບໍ່ວ່າຈະເປັນລາຍລະອຽດ, ຄວາມຍາກງ່າຍຂອງຮູບ ບາງຮູບກໍໃຊ້ເວລາ 1-3 ມື້, ບາງຮູບກໍເປັນທິດ ຫຼື ເປັນເດືອນກໍມີ.

ການທີ່ນ້ອງມັກແຕ້ມຮູບເໝືອນ ເພາະວ່າມັນເປັນການເຝິກແຕ້ມທີ່ດີ ເຮັດໃຫ້ນ້ອງໄດ້ທັກສະ ແລະ ຄວາມຮູ້ຫຼາຍຢ່າງ ຈາກການແຕ້ມຮູບນັ້ນໆ ເພື່ອໄປພັດທະນາໃນການແຕ້ມຄັ້ງຕໍ່ໄປ ແຕ່ຖາມວ່ານ້ອງແຕ້ມຮູບແນວອື່ນນອກຈາກຮູບເໝືອນບໍ່ ກໍແຕ້ມ ແຕ່ ບໍ່ຄ່ອຍມີຄົນເຫັນ, ສ່ວນຮູບເໝືອນທີ່ມັກແຕ້ມ ຈະເປັນການແຕ້ມກ່ຽວກັບສິນລະປິນທີ່ມັກເປັນສ່ວນຫຼາຍ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງ ຫຼື ໜັງຕ່າງໆ ຖືເປັນຮູບພາບທີ່ມີຄຸນຄ່າ ທາງດ້ານຈິດໃຈ ເພາະເຮົາໄດ້ແຕ້ມສິນລະປິນທີ່ເຮົາມັກ ດ້ວຍຕົວເຮົາເອງ ກໍເຮັດໃຫ້ຮູ້ສຶກພູມໃຈ, ນ້ອງຄິດວ່າຈຸດເດັ່ນໃນການແຕ້ມຂອງນ້ອງ ໜ້າຈະແມ່ນ ການນຳໃສ່ເທັກນິກໃໝ່ໆໃນການສ້າງສັນຜົນງານ, ໃສ່ໃຈໃນຜົນງານ ແລະ ມີຄວາມເຊື່ອໝັ້ນໃນໂຕເອງ.

ຜົນງານການປະກວດຕ່າງໆ ທີເຄີຍໄດ້ຮັບມີ: ລາງວັນທີ 1 ຈາກ Toyota art contest 2019 ໃນຫົວຂໍ້ “ລົດໃນຝັນ”, ໄດ້ຮັບລາງວັນທີ 1 ຈາກ ງານມະຫະກໍາສິລະປະ ຂອງນັກຮຽນມັດທະຍົມປາຍ ທີ່ປະເທດ ຍີ່ປຸ່ນ ໃນປີ 2020 ໃນຫົວຂໍ້ “ຕ້ານໄຟໂຄວິດ” ແລະ ຕິດໜຶ່ງໃນສາມ ຜູ້ຊະນະຈາກການປະກວດ the xyz pencil drawing contest ໃນຫົວຂໍ້ “ແຕ້ມດ້ວຍສໍ”, ນອກຈາກນັ້ນ ກໍຍັງມີລາງວັນອື່ນໆອີກຫຼາຍລາງວັນ.

ທ້າຍນີ້ ນ້ອງກໍຢາກຝາກເຖິງທຸກຄົນ ທີ່ມັກຮັກໃນການແຕ້ມ ວ່າຢ່າຢ້ານທີ່ຈະໂຊຜົນງານຂອງໂຕເອງ, ຢ່າຢ້ານຄຳຕິຊົມ, ຄຳເວົ້າສຽດສີ, ຢ່າຢ້ານ ວ່າຈະບໍ່ມີຄົນມັກຜົນງານເຮົາ ເພາະງານສິລະປະມັນມີຄຸນຄ່າໃນໂຕຂອງມັນ, ມີຄຸນຄ່າສຳຫຼັບໂຕເຮົາ ແລະ ເຮົາມີຄວາມສຸກທີ່ໄດ້ເຮັດໃນທຸກຄັ້ງເທົ່ານີ້ກໍພຽງພໍແລ້ວ.

ຜ່ານມານ້ອງກໍເປັນ ໜຶ່ງຄົນທີ່ເຄີຍຖືກຕຳນິ ແຕ່ສິ່ງທີ່ນ້ອງເຮັດກໍຄືການຟັງຢ່າງໃຈເຢັນ ແລະ ເກັບມາປັບປຸງ, ເກັບມັນມາເປັນແຮງພັກດັນ ແລະ ທີ່ສຳຄັນຕ້ອງເຊື່ອໝັ້ນໃນຕົວເຮົາເອງກ່ອນ ວ່າເຮົາເຮັດໄດ້ ແລະ ມື້ໃດເຮົາສຳເລັດກໍຈະເຮັດໃຫ້ເຮົາພູມໃຈໃນຕົນເອງຫຼາຍຂຶ້ນ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.