Articles by

Insidelaos

ແໜມເນືອງບົວສະຫວັນ ຕົ້ນຕຳຫຼັບຄວາມແຊບທີ່ບໍ່ຄືໃຜ

ເວົ້າເຖິງອາຫານປະເພດ “ແໜມເນືອງ” ຫຼາຍທ່ານຄົງຈະນຶກເຖິງ ແໜມເນືອງບົວສະຫວັນ  ເພາະເປັນອ່ີກຮ້ານໜຶ່ງ ທີ່ຂຶ້ນຊື່ເລື່ອງອາຫານປະເພດນີ້ ດ້ວຍຄວາມແຊບທີ່ເປັນເອກະລັກ ທີ່ເປັນຕົ້ນຕຳຫຼັບຂອງແໜມເນືອງແທ້ໆ ເຮັດໃຫ້ເປັນທີ່ນິຍົມກັນຢ່າງກວ້າງຂວາງ.

“ກີ່ແອວ” ອຸປະກອນຕ່ຳແຜ່ນແພ ພູມປັນຍາຂອງແມ່ຍິງເຜົ່າກະຕູ

“ກີ່ແອວ” ອຸປະກອນທີ່ໃຊ້ເຂົ້າໃນການຕ່ຳແຜ່ນແພ ແມ່ນເປັນການສະແດງເຖິງ ພູມປັນຍາຂອງແມ່ຍິງ ຊົນເຜົ່າກະຕູ ທີ່ມີໜ້າທີ່ຕ່ຳແຜ່ນຜ້າ ເພື່ອໃຊ້ເປັນເຄື່ອງນຸ່ງຫົ່ມ, ໂດຍການຕ່ຳແຜ່ນຜ້າຂອງແມ່ຍິງຊົນເຜົ່າກະຕູ ຈະໃຊ້ “ກີ່ແອວ” ເປັນຫຼັກ ທີ່ມີຄວາມຍາວປະມານ 4-5 ວາ, ໃຊ້ວິທີການນັ່ງຕ່ຳ ໂດຍການຢຽດຂາອອກ ແລ້ວໃຊ້ຕີນທັງສອງເບື້ອງຢັນໄມ້ໄວ້ ເຊິ່ງການໃຊ້ ກີ່ແອວ ຕ່ຳແຜ່ນແພນີ້ ແມ່ນຈະໄດ້ຜ້າແພທີ່ກວ້າງປະມານ ເຄິ່ງແມັດ.

ຜົນງານ “Through” ງານສິລະປະໃນຮູບແບບ Installation Art ຂອງ ວິນລີ້ ໄຊວຸດ ທີ່ສື່ເຖິງອາລົມຄວາມຮູ້ສຶກ ຜ່ານງານສິລະປະ

ຈຸດດຳທີ່ກາງເອີກ ຄືຈຸດລວມຂອງຈິດໃຈ ແລະ ຄວາມຮູ້ສຶກຂອງຜູ້ສ້າງເອງ ເນື່ອງຈາກວ່າເວລາທີ່ເກີດ ເຫດການ ທີ່ເປັນພາວະຄວາມເສົ້າ ກໍຈະມີເສັ້ນສາຍອັນດຳມຶດກໍ່ຕົວ ແລະ ມ້ວນພັນກັນ ຈົນກາຍເປັນກ້ອນຄວາມຮູ້ສຶກທີ່ໃຫຍ່ ແລະໃຫຍ່ຂຶ້ນເລື້ອຍໆ ຈົນຮອດຈຸດໜຶ່ງ ເສັ້ນສາຍເຫຼົ່ານັ້ນ ກໍຄ່ອຍໆຄາຍອອກຈາກກັນ.

ຈາກຄວາມຄາດຫວັງ ແລະ ຕັ້ງໃຈ ພາໃຫ້ໄດ້ຮັບໃບປະກາດແດງ

ນາງ ຈັນນາລີ ຈັນທະປັນຍາ, 22 ປີ ເປັນນັກສຶກສາຄົນດຽວ ໃນສາຂາ ບໍລິຫານທຸລະກິດທົ່ວໄປ ຈາກມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮັບໃບປະກາດແດງ ເຊິ່ງຜົນສຳເລັດດັ່ງກ່າວ ແມ່ນເກີດມາຈາກຄວາມຕັ້ງໃຈ ແລະ ຄວາມຄາດຫວັງ ຂອງເຂົາ ທີ່ໄດ້ອົດທົນ, ພະຍາຍາມ, ຕັ້ງໃຈ ແລະ ຊອກສະແຫວງຫາ ຈົນປະສົບຜົນສຳເລັດ.

ມາຮູ້ຈັກ! ອີກມູມໜຶ່ງຂອງສາວ ລິ່ນດ້າ ໃນນາມແມ່ພິມຂອງຊາດ.

ອາຊີບຄູ ເປັນອາຊີບທີ່ ສ້າງຄວາມຮູ້ໃຫ້ກັບຫຼາຍໆຄົນ ຄຳວ່າ: "ຄູ ຫຼື ແມ່ພີມຂອງຊາດ" ແມ່ນຄຳເວົ້າທີ່ສືບທອດກັນມາດົນນານແລ້ວ, ຄູໝາຍເຖິງ ຄົນທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດຄວາມຮູ້ໄປສູ່ບຸກຄົນອື່ນໆ, ມື້ນີ້ InsideLaos ຈະພາທຸກຄົນມາຮູ້ຈັກ ລິ່ນດ້າ ໃນນາມ ຄູສອນພາສາອັງກິດ ເຊິ່ງປັດຈຸບັນສອນຢູ່ຊັ້ນ ມ4 ຢູ່ທີ່ ຮຮ ລິ່ນດ້າ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ນ້ຳຕົກຕາດຜາສ້ວມ ແຫ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງບາຈຽງ

ນ້ຳຕົກຕາດຜາສ້ວມ ມີຄວາມສວຍສົດງົດງາມ, ມີປ່າໄມ້ທີ່ອຸດົມສົມບູນ ເຕັມໄປດ້ວຍທຳມະຊາດ ແລະ ນ້ຳໃສສະອາດ, ນ້ຳຈະງາມໃນຊ່ວງວັນທີ 19-23 ຂອງເດືອນ ຕຸລາ ຕົວຕາດເປັນຜາລຽນຕັ້ງເປັນລະບຽບ ມີຄວາມສູງປະມານ 5-7 ແມັດ ແລະມີກະແສນ້ຳທີ່ໄຫຼຜ່ານຕາມຜາຫີນດັ່ງກ່າວ  ເຊິ່ງນ້ຳຕົກທີ່ໄຫຼຈາກຫ້ວຍຈຳປີ ອັນມີຈຸດກຳເນີດຈາກ ພູເທວະດາ ເມືອງປາກຊ່ອງ ເຊິ່ງເປັນສາຍນ້ຳທີ່ໄຫຼຈາກໃຕ້ໄປຫາເໜືອ ທີ່ຜ່ານຫີນທີ່ມີຂະໜາດໃຫຍ່ ທີ່ມີລັກສະນະເປັນໂງ່ນຫີນ ຮູບຮ່າງຄືກັບຫ້ອງນອນຂອງຄູ່ບ່າວສາວ.

ລິ່ນດ້າ ຄຳພູແສງ ນາງແບບທີ່ຫຼາກຫຼາຍຄວາມສາມາດ.

ນາງ ລີ່ນດ້າ ຄຳພູແສງ ອາຍຸ 21 ປີ ນາງແບບ, ນັກສະແດງ ຈາກຄ້າຍຕົ້ນຄຳ ໂມເດວລິ້ງ ແລະ ຍັງເປັນແມ່ພີມຂອງຊາດຄອບຄູ່ໄປນຳ, ລິ່ນດ້າ ເລີ່ມເຂົ້າສູ່ວົງການບັນເທິງຊ່ວງອາຍຸ 18 ປີ ຜົນງານທຳອິດ ເປັນການໂຄສະນາ ແອັກເນັດ.

“ຜ້າປຽວຄຸມຫົວ” ຂອງແທນໃຈໃຫ້ຄົນຮັກ ຊົນເຜົ່າໄຕ໋ດຳ.

"ຜ້າປຽວ" ເປັນຜ້າຄຸມຫົວຂອງຊົນເຜົ່າໄຕ໋ດຳ ເປັນສິ່ງມີຄວາມສຳຄັນດ້ານຈິດໃຈ ສຳລັບແມ່ຍິງເຜົ່າໄຕ໋ດຳ ເພາະໃຊ້ເປັນຂອງແທນໃຈ ແລະ ຍັງເປັນສ່ວນໜຶ່ງໃນເຄື່ອງນຸ່ງ ອັນເປັນເອກະລັກ ຄວາມງາມຂອງແມ່ຍິງໄຕ໋ດຳ ດັ່ງນັ້ນ, ແມ່ຍິງໄຕ໋ດຳ ສະໄໝກ່ອນຈຶ່ງຕ້ອງຕ່ຳ ແລະ ປັກລາຍ "ຜ້າປຽວ" ເປັນທຸກຄົນ ເພື່ອສະແດງເຖິງສີມື ຂອງແມ່ຍິງຄົນນັ້ນ ລວມທັງຄວາມດຸໝັ່ນ ແລະ ຄວາມເປັນແມ່ສີເຮືອນ.