Articles by

Soukanya InsideLaos

ພຣະທາດອິງຮັງ ແຂວງ ສະຫວັນນະເຂດ

ພຣະທາດອີງຮັງ ເປັນສິລະປະ ແລະ ສະຖາປັດຕະຍະກຳ ທີ່ສວຍງາມທັງເປັນປູຊະນິຍິສະຖານທີ່ສຳຄັນແຫ່ງໜຶ່ງຢູ່ ສປປ ລາວ ຕັ້ງ ຢູ່ແຂວງ ສະຫວັນນະເຂດ, ປະມານ 15 ກິໂລແມັດ ລະຫວ່າງເສັ້ນທາງ ສະຫວັນ-ເຊໂນ. ພຣະທາດກວ້າງ ດ້ານລະ 9 ແມັດ ມີລັກສະນະເປັນສີ່ຫຼ່ຽມຫຍໍ້ມູມຄືຫໍຜາສາດ ເປັນພຣະທາດແບບປະສົມວິຫານ ຄືເປັນສະຖານທີ່ປະດິດສະຖານສິ່ງສັກສິດ ເພາະມີປະຕູເຂົ້າອອກໄດ້.

ເຄີຍກິນບໍ່ “ໝາກເລີ້ງ” ໝາກໄມ້ທຳມະຊາດທີ່ມີປະໂຫຍດຫຼາຍຢ່າງ ຈາກແຂວງ ຊຽງຂວາງ.

ຫຼາຍທ່ານອາດຈະຍັງບໍ່ທັນຄຸ້ນຫູກັບຊື່ໝາກໄມ້ຊະນິດນີ້ “ໝາກເລີ້ງ” ເຊິ່ງເປັນໝາກໄມ້ປ່າທີ່ເກີດຂຶ້ນຕາມທຳມະຊາດ ຢູ່ທາງພາກເໜືອຂອງ ປະເທດລາວ ໂດຍສະເພາະແມ່ນແຂວງ ຊຽງຂວາງ. ໝາກລີ້ງ ມັກເກີດຢູ່ໃນເຂດໜາວ ແລະ ເປັນໝາກໄມ້ລະດູດຽວ ສາມາດອອກຜົນຜະລິດໄດ້ພຽງແຕ່ຄັ້ງດຽວຕໍ່ປີ.

ຈະເຮັດແນວໃດ ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ.

ຄ່ານິຍົມຂອງຄົນລາວໃນການນຳໃຊ້ສິນຄ້ານຳເຂົ້າ ບໍ່ໄດ້ມີແຕ່ໃນຍຸກປັດຈຸບັນ ແຕ່ມີມາດົນແລ້ວຍ້ອນໃນເມື່ອກ່ອນສິນຄ້າທີ່ຜະລິດຢູ່ລາວບໍ່ຄ່ອຍມີ ເກີດເປັນຄວາມລຶ້ງເຄີຍໃນການນຳໃຊ້ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດສ່ວນໃຫຍ່, ເຊິ່ງໃນປັດຈຸບັນ ການທີ່ຈະໃຫ້ຄົນລາວ ຫັນມານຳໃຊ້ສິນຄ້າຂອງລາວນັ້ນ, ຄວນຈະຜະລິດສິນຄ້າທີ່ມີຄຸນນະພາບອອກມາ ໃຊ້ແລ້ວເຫັນຜົນ, ປັບລາຄາໃຫ້ເໝາະສົມ ແລະ ມີຄວາມຄົງທີ່.

ພິທີຫຼໍ່ພຣະພຸດທະຮູບ ທອງເຫຼືອງ 2 ອົງ ຢູ່ແຂວງ ອັດຕະປື

ການນຳແຂວງ ອັດຕະປື ໄດ້ຈັດພິທີ ຫຼໍ່ພຣະພຸດທະຮູບ ທອງເຫຼືອງ ປາງຊະນະມານ 2 ອົງ ຂຶ້ນໃນວັນທີ 25 ມິຖຸນາ 2022 ທີ່ ວັດປ່າລະຍາວໃຕ້, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື, ໂດຍການເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະຝ່າຍສົງ, ອົງການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ພຸດທະສາສະນິກະຊົນຜູ້ມີໃຈບຸນ ໃຈກຸສົນເຂົ້າຮ່ວມ.

ລາວຊໍາຊຸງ ຈັດກິດຈະກຳ Samsung Love & Care ໂຄງການປັບປຸງອາຄານ ແລະ ມອບອຸປະກອນການຮຽນໃຫ້ນ້ອງ

ຊໍາຊຸງ ຂໍເປັນສ່ວນໜຶ່ງໃນການສ້າງສັນສັງຄົມແຫ່ງເຕັກໂນໂລຊີ ເພື່ອການຮຽນຮູ້ ແລະ ເປັນສ່ວນໜຶ່ງໃນຊີວິດປະຈໍາວັນດ້ວຍໂຄງການ Samsung Love & Care ເຊິ່ງຈັດຂຶ້ນໃນວັນທີ 23 ມິຖຸນາ 2022 ທີ່ໂຮງຮຽນປະຖົມສົມບູນຫົວນາທົ່ງ, ບ້ານຫົວນາທົ່ງ, ເມືອງປາກງື່ມ, ແຂວງນະຄອນຫຼວງວຽງຈັນ

“ທ້າວເວດສຸວັນ” ຜົນງານຮູບແຕ້ມ ຈາກ ລັດຕິກອນ ອິນທະວົງ ໜຸ່ມວິຈິດສິນ ຈາກແຂວງ ຄຳມ່ວນ.

ຮູບແຕ້ມ “ທ້າວເວດສຸວັນ” ທີ່ມີຄວາມງົດງາມ ແລະ ປານີດ ເຊິ່ງທ່ານເຫັນຢູ່ນີ້ ເປັນຜົນງານການແຕ້ມ ຂອງໜຸ່ມ ລັດຕິກອນ ອິນທະວົງ (ເປິ້ນ), ໄວ 21 ປີ ຈາກແຂວງ ຄຳມ່ວນ, ນັກສຶກສາປີ 4 ຄະນະຈິດຕະກໍາ, ສະຖາບັນວິຈິດສິນແຫ່ງຊາດ ທີ່ໃຊ້ເວລາໃນການສ້າງສັນຜົນງານດັ່ງກ່າວດົນເຖິງ 58 ມື້ ຕັ້ງແຕ່ວັນທີ 25 ມີນາ ຫາ ວັນທີ 17 ພຶດສະພາ 2022 (ເກືອບ 2 ເດືອນ).

ເຮັດແບບນີ້ ການຮຽນຈະດີຂຶ້ນ ແລະ ບໍ່ໜ້າເບື່ອ.

ໄລຍະນີ້ ເຖິງວ່າຈະເປັນຊ່ວງທີ່ສອບເສັງຈົບຊັ້ນ-ເລື່ອນຊັ້ນ ໄປແລ້ວກໍຕາມ ແຕ່ການຮ່ຳຮຽນນັ້ນບໍ່ມີມື້ສິ້ນສຸດ. ແຕ່ຖ້າເວົ້າເຖິງການຮຽນໃນຫ້ອງຮຽນແລ້ວ ເຊື່ອວ່າມີ ນັກຮຽນ-ນັກສຶກສາ ສ່ວນຫຼາຍມັກຈະບໍ່ສົນໃຈວິຊາຮຽນທີ່ໂຕເອງບໍ່ມັກ ຫຼື ຮຽນບໍ່ໄດ້ ແລະ ຈະມັກຈະຮູ້ສຶກງ້ວງນອນ ຫຼື ບໍ່ສົນໃຈຕໍ່ບົດຮຽນນັ້ນເມື່ອຮອດໂມງຮຽນວິຊານັ້ນ.

ທ່ານກ້າເພີ່ມບໍ່? ຖ້າເຟສບຸກຍອມໃຫ້ໃສ່ຊື່ “ຄູ່ສົມຣົດ” ໄດ້ຫຼາຍກວ່າ 1 ຄົນ.

ສີສັນເທິງໂລກອອນລາຍຂອງເດືອນ ມິຖຸນາ ເບິ່ງຄືວ່າ ຈະບໍ່ຈົບແຕ່ຄວາມຫຼາກຫຼາຍທາງເພດເທົ່ານັ້ນ! ແຕ່ຂະຫຍາຍໄປເຖິງຄວາມຫຼາກຫຼາຍທາງການຄອງຄູ່ນຳອີກ, ເມື່ອມີຈົດໝາຍສະບັບໜຶ່ງ ສົ່ງເຖິງຜູ້ບໍລິຫານຂອງ Meta ເພື່ອຂໍໃຫ້ການສະແດງສະຖານະໃນເຟສບຸກ ສາມາດໃສ່ຊື່ຄູ່ຄອງໄດ້ຫຼາຍກວ່າ 1 ຄົນ.