Articles by

Soukanya InsideLaos

ພະທາດປວກ ເມືອງຄອບ, ແຂວງ ໄຊຍະບູລີ.

ທາດປວກ ຕັ້ງຢູ່ບ້ານ ດອນມູນ, ເມືອງຄອບ ເປັນອີກສະຖານທີ່ທ່ອງທ່ຽວທາງວັດທະນະທຳ ຂອງແຂວງ ໄຊຍະບູລີ ທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈໄປກາບໄຫວ້ ເພາະມີປະຫວັດຄວາມເປັນມາທີ່ໜ້າສົນໃຈ, ໂດຍສະຖານທີ່ດັ່ງກ່າວ ຫ່າງຈາກເທດສະບານ ເມືອງຄອບ ໄປປະມານ 3 ກິໂລແມັດ.

ອາຫານສຸກ ຄວນເກັບມ້ຽນແນວໃດ ບໍ່ໃຫ້ບູດໄວ.

ໃນຊ່ວງທີ່ອາກາດຮ້ອນອົບເອົ້າແບບນີ້ ນອກຈາກຈະເຮັດໃຫ້ເຮົາບໍ່ສະບາຍຕົວເພາະອຸນຫະພູມທີ່ສູງຂຶ້ນແລ້ວ, ເລື່ອງອາຫານການກິນ ກໍຕ້ອງລະມັດລະວັງເຊັ່ນກັນ, ເພາະໜ້າຮ້ອນ ເຮັດໃຫ້ອາຫານບູດງ່າຍ ເນື່ອງຈາກເຊື່ອພະຍາດສາມາດຈະເລີນເຕີບໂຕໄດ້ຫຼາຍ ແລະ ໄວຂຶ້ນ, ດັ່ງນັ້ນ ມາເບິ່ງນຳກັນວ່າ ມີວິທີຫຍັງແດ່ ທີ່ສາມາອດເກັບຮັກສາອາຫານບໍ່ໃຫ້ບູດງ່າຍໃນໜ້າຮ້ອນ.

ໂຈນງັດຫ້ອງ! ບັນຫາທີ່ຄົນຫ້ອງເຊົ່າຕ້ອງລະວັງ.

ໃຜທີ່ອາໄສຢູ່ໃນຫ້ອງແຖວ ຫຼື ຫ້ອງເຊົ່າ ມັກຈະພົບກັບບັນຫາເລື່ອງເຄື່ອງຂອງເສຍເປັນປະຈຳ ບໍ່ວ່າຈະເປັນເຄື່ອງນຸ່ງ, ເຄື່ອງໃຊ້, ເງິນ, ຄຳ ແລະ ເຄື່ອງຂອງມີຄ່າອື່ນໆ, ບາງຄົນເຄື່ອງເສຍຫຼາຍຈົນຕ້ອງໄດ້ຍ້າຍຫ້ອງແຖວໄປຢູ່ບ່ອນໃໝ່ກໍມີ, ຍ້ອນວ່າເຂດທີ່ຕົນເອງຢູ່ນັ້ນ ບໍ່ມີຄວາມປອດໄພ.

ຊຳຊຸງ ຈັດສຳມະນາ ການແຕ່ງພາບ-ຕັດຕໍ່ວີດີໂອ ຜ່ານມືຖື ໃຫ້ສື່ມວນຊົນ.

ປັດຈຸບັນ ສັງເກດເຫັນວ່າ ການນຳໃຊ້ມືຖືໄດ້ເຂົ້າມາມີສ່ວນຮ່ວມກັບວຽກງານສື່ມວນຊົນຫຼາຍຂຶ້ນ ບໍ່ວ່າຈະເປັນການຖ່າຍພາບຂ່າວ, ຖ່າຍວີດີໂອຂ່າວ ໄປຈົນເຖິງການແຕ່ງພາບ ແລະ ຕັດຕໍ່ວີດີໂອຜ່ານໂທລະສັບມືຖື ກໍມີໃຫ້ເຫັນກັນຫຼາຍຂຶ້ນ.

ອາຫານເປັນພິດ! ໂຮກອັນຕະລາຍ ທີ່ມາກັບລະດູຮ້ອນ

ອາຫານເປັນພິດ ເກີດຈາກການກິນອາຫານ ຫຼື ນ້ຳ ທີ່ປົນເປື້ອນເຊື້ອໂຣກເຂົ້າໄປໃນຮ່າງກາຍ ເຊິ່ງອາດພົບຫຼາຍຂຶ້ນໃນຊ່ວງລະດູຮ້ອນ ໂດຍອາການເບື້ອຕົ້ນຈະມີອາການປຸ້ນທ້ອງ, ປວດຮາກ ແລະ ເກີດອາການຖອກທ້ອງຖ່າຍແຫຼວຕາມມາ.

ເຂົ້າຊອຍ ເມືອງສິງ ເອກະລັກອາຫານ ຫຼວງນ້ຳທາ.

ຫຼວງນ້ຳທາ ເປັນແຂວງໜຶ່ງທີ່ຢູ່ທາງພາກເໜືອຂອງລາວ ແລະ ມີຫຼາກຫຼາຍຊົນເຜົ່າອາໄສຢູ່, ມີຮີດຄອງປະເພນີທີ່ເປັນເອກະລັກຂອງແຕ່ລະເຜົ່າ, ນອກຈາກຄວາມຫຼາກຫຼາຍຂອງຊົນເຜົ່າແລ້ວ ຫຼວງນ້ຳທາ ຍັງມີອາຫານທີ່ຂຶ້ນຊື່ທີ່ໃຜໄດ້ໄປແວ່ແລ້ວຕ້ອງກິນ ຖ້າບໍ່ໄດ້ກິນສະແດງວ່າບໍ່ຮອດ ຫຼວງນ້ຳທາ ເຊິ່ງນັ້ນກໍ່ຄື: ເຂົ້າຊອຍຫຼວງນ້ຳທາ. ຈົນຕິດຢູ່ໃນຄໍາຂວັນຂອງແຂວງ: “ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ ຊາບຊຶ້ງວັດທະນາທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ ລິງລາຍແພໄໝມ້ອນ ເມືອງຫຼວງນ້ຳທາ”.

ສະເປ ແອວກໍຮໍ! ຖ້າໃຊ້ບໍ່ຖືກວິທີ ອາດພາໃຫ້ປ່ວຍເປັນ “ໂຣກທາງເດີນຫາຍໃຈ” ໄດ້.

ສະຖານະການ "Covid" ທີ່ແຜ່ລາມມາເປັນເວລາດົນ, ເຮັດ​ໃຫ້​ປະ​ຊາ​ຊົນ​ຈໍາ​ນວນ​ຫຼາຍ​ ລຶ້ງເຄີຍກັບການໃຊ້ ສະເປ ແອວກໍຮໍລ້າງມື ໂດຍບໍ່ຮູ້ວ່າ ມັນເປັນອັນຕະ ລາຍຕໍ່ຮ່າງກາຍໄດ້. ຈໍານວນຄົນເຈັບທີ່ເພີ່ມຂຶ້ນ ຈາກລະບົບທາເດີນຫາຍໃຈ ເຮັດໃຫ້ທ່ານໝໍ ຕ້ອງອອກມາເຕືອນ ແລະ ແນະນໍາວິທີການນໍາໃຊ້ ແອວກໍຮໍ ຢ່າງຖືກຕ້ອງ.

8 ວິທີ ກຳຈັດກິ່ນອັບໃນຫ້ອງ

ຖ້າເຮືອນ ຫຼື ຫ້ອງທີ່ເຮົາຢູ່ອາໄສມີກິ່ນອັບ ບໍ່ວ່າຈະເປັນຍ້ອນອາກາດ ຫຼື ເຟີນີເຈີ ທີ່ບໍ່ໄດ້ຮັບການທຳຄວາມສະອາດ, ໄປຈົນຮອດສັດລ້ຽງທີ່ທ່ານລ້ຽງໄວ້ໃນຫ້ອງ ຖ້າກິ່ນອັບເຫຼົ່ານີ້ ເປັນບັນຫາກວນໃຈເຈົ້າ ລອງນຳໃຊ້ 8 ວິທີ ຕໍ່ໄປນີ້ເບິ່ງ.