Articles by

Soukanya InsideLaos

ປີໃໝ່ລາວປີນີ້ ມີໃຜກັບໄປຢາມບ້ານແດ່? 

ໃນທຸກໆປີ ເມື່ອໃກ້ຈະຮອດເທດສະການ ບຸນປີໃໝ່ລາວ ຫຼາຍຄົນທີ່ມາຈາກຕ່າງແຂວງ ຕ່າງກໍພາກັນເດີນທາງກັບບ້ານເພື່ອໄປຢາມພໍ່ແມ່ພີ່ນ້ອງ ເພື່ອຫຼິ້ນບຸນປີໃໝ່ຢູ່ທີ່ບ້ານເກີດ, ແຕ່ສຳລັບປີນີ້ກໍເຂົ້າປີທີ 3 ແລ້ວ ທີ່ມ່ີການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງບາງຄົນເລືອກທີ່ຈະບໍ່ກັບບ້ານຍ້ອນຂໍ້ຫຍຸ້ງຍາກຕ່າງໆ ບໍ່ວ່າຈະເປັນຄ່າໃຊ້ຈ່າຍໃນການເດີນທາງ, ຊື້ເຄື່ອງຝາກເຄື່ອງຕ້ອນ ແລະ ອື່ນໆ. ແຕ່ກໍມີສ່ວນຫຼາຍທີ່ເລືອກເດີນທາງກັບບ້ານເພື່ອໄປສະຫຼອງປີໃໝ່ກັບຄອບຄົວ. 

5 ຂໍ້ ເພື່ອເຮັດໃຫ້ເຮົາ ຢາກອອກກຳລັງກາຍຍາມເຊົ້າ

ຫຼາຍຄົນຄິດຢາກຕື່ນຂຶ້ນມາອອກກຳລັງກາຍຍາມເຊົ້າ ແຕ່ກໍເຮັດບໍ່ໄດ້ດ້ວຍເຫດຜົນຫຼາຍໆຢ່າງ ບໍ່ວ່າຈະເປັນຄວາມຂີ້ຄ້ານຕື່ນເຊົ້າ, ນອນເດິກ ແລະ ເຫດຜົນອື່ນໆອີກ. ແຕ່ມື້ນີ້ເຮົາມີວິທີທີ່ຈະກະຕຸ້ນໃຫ້ເຮົາ ຢາກມາອອກກຳລັງກາຍຍາມເຊົ້າ.

ເບິ່ງແຍງສະໝອງ ກ່ອນຄວາມຈຳເສື່ອມ

ວິທະຍາສາດພົບວ່າ ໂຣກອັນໄຊເມີ້ ເກີດໄດ້ຈາກປັດໄຈຫຼາຍຢ່າງ ທັງຈາກກຳມະພັນ, ຈາກຄວາມຜິດປົກກະຕິທາງຊີວະວິທະຍາໃນສະໝອງ

ລົມຫາຍໃຈ ຄືເພື່ອນແທ້ຂອງຊີວິດ

ມະນຸດ ມີລົມຫາຍໃຈ ເປັນເພື່ອນຕັ້ງແຕ່ຫາກໍເກີດຈົນວາລະສຸດທ້າຍຂອງຊີວິດ ແຕ່ສ່ວນຫຼາຍເຮົາບໍ່ຄ່ອຍໄດ້ໃສ່ໃຈທີ່ຈະໃຫ້ເພື່ອນແທ້ ໄດ້ມີບົດບາດໃນຊີວິດເທົ່າທີ່ຄວນ ໂດຍມັກຈະໄປກັ້ນລົມຫາຍໃຈເວລາ ຕຶງຄຽດ,​ ຊັງ ຫຼື ຫາຍໃຈບໍ່ທົ່ວທ້ອງ ໃນເວລາຢ້ານ ຫຼືຕົກໃຈຕື່ນເຕັ້ນ.

5 ສິ່ງ​ ​ຊ່ວຍເສີມ​ສະ​ເໜ່ ໃຫ້​ສາວ​ຍຸກ​ໃໝ່

ສາວໆຍຸກໃໝ່ຫຼາຍທ່ານ ຕ່າງກໍມີຄວາມງາມ, ສະເໜ່ ທີ່ດຶງດູດສາຍຕາຈາກເພດກົງກັນຂ້າມ ຕາມແບບໃຜລາວ ແລະ 5 ສິ່ງຕໍ່ໄປນີ້ ອາດຊ່ວຍເສີມສະເໜ່ໃຫ້ກັບສາວໆ ຍຸກໃໝ່ໄດ້ບໍ່ຫຼາຍກໍໜ້ອຍ.

ພຣະເຈົ້າໃຫຍ່ອົງຕື້ເມືອງໂສຍ ກັບປະຫວັດຄວາມເປັນມາ.

ພຣະເຈົ້າໃຫຍ່ອົງຕື້ເມືອງໂສຍ ທີ່ປະດິດສະຖານໄວ້ຢູ່ ວັດສຼີບຸນເຮືອງ ໄຊຍະຣາມ, ເມືອງ ຊຳເໜືອ, ແຂວງ ຫົວພັນ. ໂດຍມີປະຫວັດຄວາມເປັນມາຕັ້ງແຕ່ ໃນຣາຊການຂອງ ພຣະເຈົ້າໄຊຍະເສດຖາທິຣາຊ ຂຶ້ນສະເຫວີຍຣາຊ ເມື່ອປີ ຄສ 1548-1571. ເປັນເວລາ 23 ປີ ທີ່ເພິ່ນໄດ້ພຣະຣາຊດຳຣັດ ໃຫ້ບັນດາຫົວເມືອງນ້ອຍ-ໃຫຍ່ ທົ່ວອານາເຂດດິນແດນ ລາວລ້ານຊ້າງ ໃຫ້ມີການສ້າງວັດວາອາຮາມ ພຣະພຸດທະຮູບຕ່າງໆ ແລະ ໜຶ່ງໃນນັ້ນກໍແມ່ນ ພຣະເຈົ້າໃຫຍ່ອົງຕື້ເມືອງໂສຍ ອົງນີ້.

ເຕັກນິກຝຶກສະໝອງ ໃຫ້ຄິດເກັ່ງ

ວິທີງ່າຍໆ ໃນການບໍລິຫານສະໝອງຊີກຂວາ (ການໃຊ້ຈິນຕະນາການ, ຄວາມຮູ້ສຶກ) ແລະຊີກຊ້າຍ (ການໃຊ້ເຫດຜົນ) ກໍຄື ໃຫ້ຝຶກຂີດຂຽນອັນໃດກໍໄດ້ ໂດຍໃຊ້ທັງມືຂ້າງທີ່ຖະໜັດ ແລະບໍ່ຖະໜັດ ແລ້ວສະໝອງຈະປະສານງານກັນໄດ້ດີ. ຕໍ່ໄປຄືເຕັກນິກເລັກໆນ້ອຍໃນການຝຶກສະໝອງໃຫ້ຄິດເກັ່ງ.

ປະສົບການຈິງຈາກ ຕາຕ້າ ໃນການຂຽນປຶ້ມ “ພິທີກອນໜ້າເວທີ MC by ME” 

ປຶ້ມ “ພິທີກອນໜ້າເວທີ MC by ME” ທີ່ຫາກໍເປີດໂຕໄປໃນວັນທີ 24 ມີນາ 2022 ຖືວ່າເປັນຜົນງານເຫຼັ້ມທີ 2 ຂອງ ສຸນິຕ້າ ພິມມະສອນ ຫຼື ຕາຕ້າ ຜູ້ປະກາດຂ່າວ, ພິທີກອນ ຈາກໂທລະພາບແຫ່ງຊາດລາວ, ພາຍຫຼັງທີ່ປະສົບຜົນສຳເລັດໃນການຂຽນປຶ້ມເຫຼັ້ມທຳອິດ “ອາຊີບຂອງຂ້ອຍ” ໃນປີ 2019 ທີ່ຜ່ານມາ.