Articles by

Soukanya InsideLaos

ນັກສຶກສາ ໃຊ້ຊີວິດແບບໃດໃນຫໍພັກ? 

ໂຄວິດ-19 ເປັນອີກສ່ວນໜຶ່ງ ທີ່ສົ່ງຜົນກະທົບກັບການໃຊ້ຊີວິດປະຈຳວັນຂອງຄົນເຮົາ, ລວມທັງນັກສຶກສາໃນຫໍພັກ ທີ່ຕ້ອງໄດ້ມີການປັບຕົວຫຼາຍຂຶ້ນໃນການໃຊ້ຊີວິດຢູ່ໃນຫໍພັກ. 

ພະທາດປຸມປຸກ ແຂວງ ຫຼວງນ້ຳທາ 

ພະທາດປຸມປຸກ ເປັນສະຖານທີ່ເກົ່າແກ່ ແລະ ສັກສິດ ເປັນທີ່ສັກຄະລະບູຊາຂອງຊາວ ແຂວງ ຫຼວງນ້ຳທາ ທີ່ໄດ້ສືບທອດມາແຕ່ບູຮານນະການຈົນເຖິງປັດຈຸບັນ. ນອກຈາກນີ້ ກໍຍັງໄດ້ກາຍເປັນສະຖານທີ່ທ່ອງທ່ຽວອັນສໍາຄັນທາງດ້ານວັດທະນາທໍາ ແລະ ດ້ານປະຫວັດສາດ ຂອງແຂວງນຳອີກ. 

ທົດລອງນຳໃຊ້ EV Bus ລົດເມໄຟຟ້າຂົນສົ່ງສາທາລະນະ ໃນ ນະຄອນຫຼວງ ວຽງຈັນ.

ວັນທີ 23 ມີນາ 2022 ຢູ່ ນະຄອນຫຼວງ ວຽງຈັນ ໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າເພື່ອການຂົນສົ່ງສາທາລະນະ ເຊິ່ງຈຸດປະສົງກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຂົນສົ່ງສາທາລະນະໃນຕົວເມືອງໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030, ພ້ອມກັນນີ້ກໍເປັນການຈັດຕັ້ງປະຕິບັດການຂົນສົ່ງສີຂຽວ, ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ງຽບ ແລະ ທັນສະໄໝ ແລະ ເພື່ອເຮັດໃຫ້ຕົວເມືອງ ນະຄອນຫຼວງ ວຽງຈັນ ກາຍເປັນຕົວເມືອງໜ້າຢູ່.

“ບຸນກະລ່ຳປີ” ຈະຈັດຂຶ້ນຄັ້ງທຳອິດ ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ.

ເພື່ອເປັນການຊຸກຍູ້, ສົ່ງເສີມ ການປູກກະລໍ່າປີ ທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫຼາຍຂຶ້ນ; ອົງການປົກຄອງ ເມືອງ ວັງວຽງ, ແຂວງ ວຽງຈັນ ຮ່ວມກັບ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ຈັດງານບຸນກະລໍ່າປີ ພາຍໃນເທດສະບານ ເມືອງ ວັງວຽງ ໃນລະຫວ່າງ ວັນທີ 26-27 ມີນາ 2022 ເຊີ່ງຖືເປັນຄັ້ງທໍາອິດ ທີ່ຈະຈັດບຸນກະລໍ່າປີທີ່ໃຫຍ່ແບບນີ້ຢູ່ ສປປ ລາວ.

ກຽມຈັດງານ ເທດສະການ “ຫຸ່ນເຟືອງ” ຄັ້ງທຳອິດໃນ ນະຄອນຫຼວງ.

ຊາວນະຄອນຫຼວງ ວຽງຈັນ ກຽມທ່ຽວຊົມງານເທດສະການ "ຫຸ່ນເຟືອງທົ່ງນາແຊງບ້ານນາ" ເຊີ່ງຈະຈັດຂຶ້ນຄັ້ງທຳອິດຢູ່ບ້ານ ໜອງບົວທອງເໜືອ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 21-29 ມີນາ 2022 ໂດຍຈະມີຫຼາຍກິດຈະກໍາເພື່ອທ່ຽວຊົມ.

ຊົມເຊີຍ! ຫຼາຍສະຖານທີ່ຢູ່ແຂວງ ຈຳປາສັກ ໄດ້ຮັບລາງວັນມາດຕະຖານທ່ອງທ່ຽວອາຊຽນ.

ພິທິມອບ-ຮັບລາງວັນມາດຕະຖານທ່ອງທ່ຽວອາຊຽນໃຫ້ທຸລະກິດທ່ອງທ່ຽວຢູ່ແຂວງຈຳປາສັກ ປະຈໍາປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ມີນາ 2022 ຢູ່ທີ່ ສະໂມສອນຫຼັກ 4 ແຂວງ ຈຳປາສັກ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີການນຳແຂວງ, ກົມຄຸ້ມຄອງການທ່ອງທ່ຽວ, ການນຳນະຄອນປາກເຊ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ພະນັກງານ, ນັກທຸລະກິດຜູ້ປະກອບການບໍລິການທ່ອງທ່ຽວທົ່ວແຂວງເຂົ້າຮ່ວມ.

ໄອເດຍດີ! ປະຍຸກເມນູໃໝ່ ຈາກໜ້າເຂົ້າຊອຍ 

“ເຂົ້າຊອຍ” ຖືວ່າເປັນອາຫານຍອດນິຍົມ ທາງພາກເໜືອຂອງລາວ ໂດຍສະເພາະຢູ່ທາງ ແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ຫຼວງພະບາງ ເຊິ່ງເປັນທີ່ຮູ້ຈັກທົ່ວໄປ ແຕ່ທີ່ຢາກນຳສະເໜີໃນມື້ນີ້ແມ່ນເຂົ້າຊອຍ ຫຼວງພະບາງ ສູດດັ້ງເດີມ ທີ່ສືບທອດກັນມາແຕ່ລຸ້ນປູ່ລຸ້ນຍ່າ ເຊິ່ງມີຣົດຊາດ ທີ່ເປັນເອກະລັກບໍ່ຄືໃຜ. ແຕ່ສິ່ງທີ່ພິເສດໄປກວ່ານັ້ນ, ແມ່ນເພິ່ນໄດ້ມີການນຳເອົາໜ້າເຂົ້າຊອຍ ມາປະຍຸກໃສ່ກັບເມນູອາຫານຍຸກໃໝ່ຂຶ້ນມາຫຼາກຫຼາຍເມນູ ບໍ່ວ່າຈະເປັນ ເຂົ້າຜັດ ໜ້າເຂົ້າຊອຍ, ຜັດຊີອິ້ວ ໜ້າເຂົ້າຊອຍ, ເຂົ້າຊອຍພັນ ແລະ ເມນູອື່ນໆອີກ ທີ່ສື່ເຖິງຣົດຊາດຂອງໜ້າເຂົ້າຊອຍໄດ້ເປັນຢ່າງດີ. 

ສະເໜ່ 8 ຢ່າງ ແມ່ຍິງ! ທີ່ຈະສະກົດໃຈຜູ້ຊາຍ

ແມ່ຍິງ ເປັນເພດທີ່ມີສະເໜ່ຢູ່ໃນໂຕຢູ່ແລ້ວ ທີ່ສາມາດກະຕຸ້ນໃຫ້ຜູ້ຊາຍແນມມາ, ແຕ່ຖ້າສະເໜ່ໃນໂຕແມ່ຍິງຄົນນັ້ນ ເປັ່ງປະກາຍ ກໍຍິ່ງສາມາດສະກົດໃຈຜູ້ຊາຍໃຫ້ຫຼົງໄຫຼໄດ້ ເຊິ່ງຕໍ່ໄປນີ້ ແມ່ນສະເໜ່ 8 ຢ່າງຂອງແມ່ຍິງ ທີ່ສະກົດໃຈຜູ້ຊາຍໄດ້.