Articles by

xaysana InsideLaos

ໃນຂະບວນການແຂ່ງຂັນຮັກຊາດ ປະທານປະເທດ ໄດ້ເນັ້ນ 6 ບັນຫາສຳຄັນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍໄດ້ເນັ້ນ 6 ບັນຫາສຳຄັນ ເພື່ອຊຸກຍູ້ໃຫ້ຂະບວນການແຂ່ງຂັນຈົນເຖິງປີ 2025.

ຮອງປະທານປະເທດ ລົງເຮັດວຽກ ແລະ ຢ້ຽມຢາມ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ

ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ລົງຮັບຟັງລາຍງານການປະຕິບັດວຽກງານ ການຈັດຕັ້ງປະຕິບັດ, ຜັນຂະຫຍາຍແນວທາງຂອງພັກ-ລັດ ແລະ ຢ້ຽມຢາມ ກວດກາການກໍ່ສ້າງພະເຈົ້າອົງຫລວງ ທີ່ວັດໄຫຫີນມີໄຊຍະຣາມ.

ລະວັງ! ລະດັບແມ່ນໍ້າຂອງຍັງເພີ່ມສູງຕໍ່ເນື່ອງ

ຕາມການລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ ສະພາບລະດັບນໍ້າຂອງໃນວັນທີ 15 ຫາ 19 ກັນຍາ 2022 ໄດ້ມີການເພີ່ມຂຶ້ນສູງ ໂດຍສະເພາະ ແຂວງ ຫຼວງພະບາງ, ປາກຊັນ,​ ສະຫວັນນະເຂດ ແລະ ປາກເຊ.

ຄຳເວົ້ານີ້ຍັງໃຊ້ໃນຍຸກນີ້ໄດ້ຫຼືບໍ່! ຮຽນ ແມ່ນຮຽນເອົາຄວາມຮູ້ ເສັງ ແມ່ນເສັງເອົາຄະແນນ

ຖ້າເປັນເຫດການໃນການສຶກສາຂອງຫຼາຍໆຄົນ ຈະເຫັນໄດ້ວ່າ ການເສັງໃຫ້ຜ່ານນັ້ນ ນອກຈາກການຕັ້ງໃນຮຽນ ຍັງມີການກ່າຍໃຫ້ນຽນນັ້ນເອງ.

ອພບຕ ຫຼວງນໍ້າທາ ຮ່ວມ ບໍລິສັດ ວົງພານິດລາວ ຈັດພິທີເຊັນສັນຍາການດໍາເນີນກິດຈະການຄຸ້ມຄອງ ແລະ ບໍລິຫານ ຂີ້ເຫຍື້ອແບບທັນສະໄໝໃນສະໜາມເມືອງ ຫຼວງນໍ້າທາ

ໃນວັນທີ 16 ກັນຍາ 2022 ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ ໄດ້ຈັດພິທີເຊັນສັນຍາການດໍາເນີນກິດຈະກໍາການຄຸ້ມຄອງ ແລະ ການຈັດການຂີ້ເຫຍື້ອແບບທັນສະໄໝຢູ່ສະໜາມເມືອງຫຼວງນໍ້າທາ ລະຫວ່າງ ອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງນໍ້າທາ ຮ່ວມກັບ ບໍລິສັດ ວົງພານິດລາວ ໂດຍມີ ທ່ານ ຄຳມີ ວົງບົວລົມ ຮອງປະທານຜູ້ປະຈຳການ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ຫຼວງນໍ້າທາ ຮ່ວມກັບ ທ່ານ ເຄວິນ ລາຊະຄໍາ ອໍານວຍການບໍລິສັດ ວົງພານິດລາວ, ມີຜູ້ຕ່າງໜ້າຈາກຫ້ອງວ່າການແຂວງພະແນກແຜນການ ແລະ ການລົງທຶນ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກໂຍທາທິການ ແລະ ການຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ມູນນິທິຈາກ ສປ ຈີນ ຕັ້ງເປົ້າ 3 ປີ ຈະຊ່ວຍລົບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

ສປປ ລາວ ແລະ ສປ ຈີນ ຮ່ວມມືກັນໃນໂຄງການລົບລ້າງພະຍາດແກ່ນຕາຂຸ້ນ ໂດຍການຊ່ວຍເຫຼືອລ້າ ຈາກມູນນິທິຊ່ວຍເຫຼືອເຊິ່ງກັນແລະກັນ ຂອງ ສປ ຈີນ ເຊິ່ງໃນພິທີເປີດໂຕ ກໍມີຜູ້ເຂົ້າຮ່ວມຫຼາຍຫຼາຍເຊັ່ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫຼຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ ປຶກສາການເມືອງແຫ່ງ ສປ ຈີນ, ປະທານ GX FOUNDATION, ທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

ຜູ້ຮັບຜິດຊອບໄດ້ອອກມາຊີ້ແຈງ ແລະ ປັບປຸງ ການຈອດລົດຢູ່ສະຖານີນະຄອນຫຼວງວຽງຈັນ

ບໍລິສັດ Boten Frontier Services Limited ຜູ້ຮັບຜິດຊອບການບໍລິຫານຄຸ້ມຄອງການຈອດລົດຢູ່ໜ້າສະຖານີນະຄອນຫຼວງວຽງຈັນ ໄດ້ອອກມາຊີ້ແຈງກ່ຽວກັບການເກັບຄ່າຈອດລົດເດີ່ນໜ້າສະຖານນີລົດໄຟນະຄອນຫຼວງວຽງຈັນ ກ່ຽວກັບປະເດັນຄຳຖາມທີ່ສັງຄົມໃຫ້ຄວາມສົນໃຈຕໍ່ກັບ ມາດຕະການປັບປຸງແກ້ໄຂການເກັບຄ່າຈອດລົດ ແລະ ການບໍລິການຕ່າງໆ.

ລັດຖະບານ ກຽມແຜນ! ຈະປ່ອຍເຂົ້າໃນ ຄັງແຮ ອອກຂາຍໃນລາຄາທີ່ຖືກກວ່າທ້ອງຕະຫຼາດ

ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ ພະແນກອຸດສາຫະກຳ ແລະ ການຄ້າ ກຽມນໍາເອົາເຂົ້າໃນຄັງແຮ ອອກມາຈໍາໜ່າຍ ເພື່ອແກ້ໄຂສະຖານະການທີ່ລາຄາສິນຄ້າໃນຕະຫຼາດແພງ.