Articles by

xaysana InsideLaos

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະກາດ ແລະ ຮັບຮອງບ້ານຢຸດຕິການຖ່າຍຊະຊາຍ,ບ້ານສຸຂະອະນາໄມແລະບ້ານສາທາລະນະສູກແບບຢ່າງທີ່ບ້ານນາບົວ,ບ້ານກາງສັນ,ບ້ານຈອມແຈວເກົ່າ ທີ່ຂື້ນກັບກູ່ມໂພນໄຊ ເມືອງໃຫມ່ແຂວງຜົ້ງສາລີ ເປັນກຽດເຂົ້າຮ່ວມຂອງທ່ານດຣພອນສະຫັວນມະນີວົງສີກຳມະການພັກເມືອງ ຮອງເຈົ້້າເມືອງຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ໂຄງການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທາງຍ່າງລຽບແຄມຂອງ ແຂວງບໍ່ແກ້ວ  ທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຫ້ວຍຊາຍ ຕາມແລວທາງ ອະນຸພາກພື້ນແມ່ນ້ຳຂອງ, ໂດຍລວມແມ່ນສໍາເລັດແລ້ວຫຼາຍກວ່າ 97%.

ໄພຮ້າຍ! ຈາກ ໂຄວິດ-19 ທີ່ຫຼາຍຄົນເບິ່ງຂ້າມ.

ປີ 2022 ຍັງບໍ່ຮອດ 4 ເດືອນ ຕົວເລກຜູ້ເສຍຊີວິດຈາກພະຍາດ ໂຄວິດ-19 ມີສູງເຖິງ 361 ຄົນ, ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19. ສປປ ລາວ ຖືເປັນອີກປະເທດໜຶ່ງ ທີ່ຍັງມີການລະບາດມາຈົນເຖິງປັດຈຸບັນ, ສປປ ລາວ ມີຜູ້ເສຍຊີວິດຄົນທຳອິດຈາກພະຍາດດັ່ງກ່າວໃນວັນທີ 9 ພຶດສະພາ ປີ 2021 ເຊິ່ງຍອດຜູ້ເສຍຊີວິດຍັງບໍ່ຄ່ອຍສູງຫຼາຍ ສືບຕໍ່ເນື່ອງມາຈົນຮອດທ້າຍເດືອນ ກັນຍາ ຍອດຜູ້ເສຍຊີວິດຢູ່ທີ່ 18 ຄົນ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ບໍລິສັດ ໄຊມັງກອນ ການຢາ ຈໍາກັດຜູ້ດຽວ ລົງທຶນ 8 ລ້ານໂດລາສະຫະລັດ ສ້າງຕັ້ງສູນບົ່ງມະຕິພະຍາດ-ປິ່ນປົວສາກົນ 30 ຕຽງ ແລະຕຶກພັກຟຶ້ນ 50 ຕຽງ ໂດຍໄດ້ສໍາປະທານທີ່ດິນຂອງລັດ ໃນເນື້ຶອທີ່ 8.055 ຕາແມັດ ຢູ່ບ້ານພູໝອກ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ເປັນເວລາ 35 ປີ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ກອງປະຊຸມລະດັບຫົວໜ້າຄະນະກິລາຊີເກມ ຄັ້ງທີ 32 ໄດ້ສະເໜີ ໃຫ້ສປປ ລາວ ເປັນເຈົ້າພາບຈັດງານມະຫະກຳກິລາຊີເກມ ຄັ້ງທີ 35 ປີ 2029 ຖັດຈາກ ຣາຊະອານາຈັກໄທ ຈັດງານກິລາຊີເກມຄັ້ງທີ 33 ປີ 2025 ແລະ ປະເທດອິນໂດເນເຊຍ ເປັນເຈົ້າພາບ ຈັດງານກິລາຊີເກມ ຄັ້ງທີ 34 ໃນປີ 2027

Whatsapp ກຽມປັບປຸງຄັ້ງໃຫຍ່! ອັບເດດຟີເຈີໃຫມ່ທີ່ຫຼາກຫຼາຍຂຶ້ນ

Meta ໄດ້ອອກມາແບ່ງປັນວິໄສທັດ ສຳລັບຊູມຊົນຂອງ WhatsApp ຈະມິການປັບປຸງ ແລະ ເພີ່ມຟີເຈີໃຫມ່ໆທີ່ຫຼາກຫຼາຍໃຫ້ກັບຜູ້ໃຊ້ງານ ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າເຖິງກັນໄດ້ງ່າຍຂຶ້ນກວ່າທີ່ຜ່ານມາ

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ບັນຍາກາດມື້ທໍາອິດຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜື່ງ, ຢູ່ທີ່ແຫຼ່ງທ່ອງທ່ຽວຕາດເລາະ, ແຂວງສາລະວັນປີນີ້ ໄດ້ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັບກູມຜູ້ລັກລອບຂົນສົ່ງຢາເສບຕິດປະເພດ ຢາບ້າຈໍານວນ 1.600 ກວ່າມັດ ແລະ ຢາໄອສ໌ 500 ກວ່າຫໍ່ ພ້ອມດ້ວຍຜູ້ຕ້ອງຫາ 1 ຄົນ  ແລະ ລົດ 2 ຄັນ ເມື່ອມໍ່ໆມານີ້.