News

14 ວຽກງານ ສໍາລັບແຜນວຽກຈຸດສຸມເດືອນກັນຍາ 2022 ຂອງລັດຖະບານ

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ແລະ ອັດລົງວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ

ມອບທຶນການສຶກສາ ແລະ ທຶນຝຶກອົບຮົມ ເພື່ອພັດທະນາດ້ານບຸກຄະລາກອນ

ເພື່ອເປັນການສານຕໍ່ຄວາມຮ່ວມມືດ້ານການພັດທະນາ ແລະ ສົ່ງເສີມບຸກຄະລາກອນ ລະຫວ່າງ 2 ປະເທດ ລາວ-ໄທ ໃຫ້ມີຄວາມຮູ້, ຄວາມສາມາດຂຶ້ນຕື່ມທາງດ້ານວິຊາສະເພາະ; ສະນັ້ນ, ໃນວັນທີ 22 ສິງຫາ 2022 ຢູ່ທີ່ ສະຖານທູດໄທ ປະຈຳລາວ

ມອບຕຽງ ແລະ ອຸປະກອນການແພດ ໃຫ້ໂຮງໝໍ ເມືອງ ໂພນໂຮງ, ແຂວງ ວຽງຈັນ

ໃນວັນທີ 22 ສິງຫາ 2022 ທ່ານນາງ ອຸຣີຣັດ ຈະເລີນໂຕ, ອະທິບໍດີ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຕຽງນອນຄົນເຈັບທີ່ເປັນນະວັດຕະກຳໃໝ່ ແລະ ອຸປະກອນກນແພດ ພາຍໃຕ້ໂຄງການ ພັດທະນາໂຮງໝໍເມືອງ ໂພນໂຮງ ໃຫ້ແກ່ໂຮງໝໍເມືອງ ໂພນໂຮງ, ແຂວງ ວຽງຈັນ

ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ສໍາເລັດ ແລະ ມອບ-ຮັບຢ່າງເປັນທາງການ

ພິທີມອບ-ຮັບ ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ລະຫວ່າງ ບໍລິສັດພັດ ທະນາພູເບ້ຍ ຈໍາກັດຜູ້ດຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ສິງຫາ 2022 ນີ້ ໂດຍເຂົ້າຮ່ວມພິທີມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ທ່ານ ສົມເພັດ ທໍາມະວົງ ປະທານບໍລິສັດ ພັດທະນາພູເບ້ຍ ຈໍາກັດຜູ້ດຽວ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ ຕະຫຼອດຮອດຄະນະ ກຳມະການຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະພາທຸລະກິດ ໄທ-ລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຈັດກິດຈະກໍາ Business Visit Laos 2022.

ທ່ານ ດຣ. ຈະຕຸລົງ ບຸນນາກ, ປະທານສະພາທຸລະກິດໄທ-ລາວ, ທ່ານ ທໍານອງ ພົນທອງມາກ,  ນາຍົກສະມາຄົມທຸລະກິດໄທ ໃນ ສປປ ລາວ ຮ່ວມກັບ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະລາວ-ໄທ ໄດ້ຮ່ວມຈັດກິດຈະກໍາ Business Visit Laos 2022 ໃນລະຫວ່າງ ວັນທີ 11-14 ສິງຫາ 2022

ຊໍາຊຸງລາວຈັດສະແດງນະວັດຕະກໍາຄັ້ງສໍາຄັນ ເນັ້ນໜັກເປົ້າໝາຍພັດທະນາເຕັກໂນໂລຊີລະດັບໂລກຢ່າງຍືນຍົງ

ຊໍາຊຸງລາວໄດ້ຮັບກຽດຈາກຜູ້ບໍລິຫານໃນຫຼາຍພາກສ່ວນຮ່ວມເປັນແຂກເຂົ້າຮັບຊົມນະວັດຕະກໍາຫຼ້າສຸດ ໃນງານ The Unveiling of The Next Galaxy ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດໃນ ສ ປປ ລາວ ເພື່ອນໍາສະເໜີນະວັດຕະກໍາໂທລະສັບມືຖືຈໍພັບຮຸ່ນໃໝ່ຫຼ້າສຸດ Galaxy Z Fold4 ແລະ Galaxy Z Flip4 ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດກັບຜະລິດຕະພັນຕົວຈິງຢ່າງໃກ້ຊິດກ່ອນໃຜ.

ສື່ມວນຊົນ ຕ້ອງພັດທະນາໃຫ້ທັນກັບສັງຄົມຍຸກໃໝ່.

ໃນໄລຍະຜ່ານມາ ວຽກງານສື່ມວນຊົນ ຖືວ່າໄດ້ຮັບການພັດທະນາຂຶ້ນຢູ່ເລື້ອຍໆ ໂດຍສະເພາະແມ່ນການກະຈາຍຂໍ້ມູນຂ່າວສານ ໃນຍຸກປັດຈຸບັນ ທີ່ມີຫຼາຍຊ່ອງທາງ ເພື່ອສົ່ງຕໍ່ຂໍ້ມູນຂ່າວສານໃຫ້ກັບສັງຄົມໄດ້ໄວຂຶ້ນ ແລະ ຖືກຕ້ອງຕາມຄວາມເປັນຈິງ.

ຜູ້ບໍລິຫານໂຮງຮຽນໄທຣັດ ຢ້ຽມຢາມໂຮງຮຽນຕົ້ນແບບໃນ ນະຄອນຫຼວງ ວຽງຈັນ.

#News | ຄະນະຜູ້ບໍລິຫານໂຮງຮຽນ ໄທຣັດວິທະຍາ ເຂົ້າຢ້ຽມຊົມການຮຽນ-ຫານສອນໂຮງຮຽນຕົ້ນແບບຂອງ ນະຄອນຫຼວງ ວຽງຈັນ ສປປ ລາວ, ເຊິ່ງມີຄູທີ່ໄດ້ຮັບລາງວັນຄູເຈົ້າຟ້າມະຫາຈັກກຣີ ເປັນຜູ້ອຳນວຍການ, ໂດຍຊ່ວງທີ່ພະຍາດໂຄວິດ-19 ລະບາດ ມີຄູທີ່ໂຮງຮຽນໄດ້ເຂົ້າຮ່ວມສອນທາງໄກຜ່ານໂທລະພາບ ແລະ ຊ່ວງເປີດຮຽນ ມີຄູ່ມືມາດຕະການປ້ອງກັນ ໂຄວິດ-19 ອີກດ້ວຍ.