News

ບໍລິການລົດເມ ທາງເລືອກໜຶ່ງທີ່ຫຼາຍຄົນເລືອກໃຊ້ໃນຍຸກນີ້

ລົດເມ ເປັນອີກບໍລິການໜຶ່ງ ທີ່ອຳນວຍຄວາມສະດວກໃຫ້ກັບຄົນທີ່ບໍ່ມີພາຫະນະສ່ວນຕົວຂີ່ ແລະ ໃນຍຸກທີ່ນ້ຳມັນແພງແບບນີ້ ການໃຊ້ບໍລິການຂອງລົດເມ ກໍເປັນທາງເລືອກອີກອັນໜຶ່ງໃນການປະຢັດຄ່າໃຊ້ຈ່າຍໃນການຊື້ນ້ຳມັນໃສ່ລົດ ໄດ້ທັງຄວາມສະດວກສະບາຍ ແລະ ຍັງປອດໄພນຳອີກ.

ການປັກດໍາເຂົ້ານາປີ ຂອງຊາວກະສິກອນທົ່ວເມືອງລອງ ສໍາເລັດແລ້ວ 60 %

ຕາມການໃຫ້ສໍາພາດຂອງ ທ່ານ ຄໍາພູ ສຸກຈະເລີນ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລອງ ໃນຄັ້ງວັນທີ 28 ມິຖຸນາ ປີ 2022 ນີ້, ທ່ານໄດ້ໃຫ້ຮູ້ວ່າ: ມາຮອດປະຈຸບັນການປັກດໍາເຂົ້ານາປີຂອງຊາວກະສິກອນທົ່ວເມືອງລອງ ສໍາເລັດແລ້ວ 60 % ຂອງເນື້ອທີ່ທັງໝົດ 1.019 ເຮັກຕາ ແລະ ເຂົ້າເນີນສູງ ສໍາເລັດແລ້ວ 90% ຂອງເນື້ອທີ 2.383 ເຮັກຕາ ພາຍຫຼັງທີ່ໄດ້ເລີມປັກດໍາມາແຕ່ຕົ້ນເດືອນມີຖຸນາ 2022 ເປັນຕົ້ນມາ

ປກສ ໄຊທານີ ສາມາດມ້າງຫຼາຍຄະດີຢາເສບຕິດ ແລະ ອາຍັດເງິນໄດ້ ຫລາຍຮ້ອຍລ້ານກີບ

ໃນ 6 ເດືອນຕົ້ນປີ 2022 ທີ່ຜ່ານມາ ເຈົ້າຫນ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສັ່ງອາຢັດເງິນໃນທະນາຄານ ຂອງຜູ້ຖືກຫາຄະດີຢາເສບຕິດມີເງິນຈຳນວນ  5.202.300 ບາດ, 237.000.000 ກວ່າກີບ ແລະ  3200 ກວ່າໂດລາສະຫະລັດ.

ສະພາແຫ່ງຊາດ ສະເໜີລັດຖະບານປັບປຸງ ເນື້ອໃນທີ່ຍັງບໍ່ສອດຄ່ອງກັບ 4 ກົດໝາຍ

ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄືບັນດາກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງບາງມາຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າບໍ່ສອດຄ່ອງ ຫລື ຊ້ຳຊ້ອນກັບມາດຕາຂອງກົດໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ ແລະ ສາມາດປະຕິບັດໄດ້ງ່າຍ

ໃນປີ 2022 ໄຂ້ຍຸງລາຍ ພາກຊີວິດຄົນລາວເພີ່ມ 3 ຄົນ

ສູນການແພດສຸຂະສຶກສາ ໄດ້ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍທົ່ວປະເທດ ນັບແຕ່ຕົ້ນປີ ຈົນເຖິງ ວັນທີ 20 ມິຖຸນາ 2022 ນີ້ວ່າ:  ສປປ ລາວ ເຮົາ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 167 ກໍລະນີ, ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 3.132 ກຳລະນີ ແລະ ມີຜູ້ເສຍຊີວິດສະສົມ 3 ຄົນຢູ່ແຂວງສາລະວັນ 2 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ.

10 ເດືອນຜ່ານມາ ສປປ ລາວ ສາມາດແກ້ໄຂບັນຫາຢາເສບຕິດ 4.094 ເລື່ອງ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2022) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022

ຈາກຜົນວິໄຈ ພົບວ່າ! ໂຄວິດ-19 ສາມາດລະບາດຈາກຄົນສູ່ແມວ ແລະ ແມວສູ່ຄົນ ໄດ້

ຜົນການສຶກສາໄລຍະຍາວ ຢືນຢັນວ່າ ໂຄວິດ-19 ສາມາດຖ່າຍທອດເຊື້ອຈາກຄົນສູ່ແມວ ແລະ ຈາກແມວສົ່ງກັບມາຫາຄົນໄດ້ ຫາກມີການສຳພັດໃກ້ຊິດກັບສານຄັດຫຼັ່ງຂອງແມວ, ຈາກລາຍງານອ້າງອີງເຖິງງານວິໄຈ ຂອງມະຫາວິທະຍາໄລສົງຂານະຄະລິນ ທີ່ຕີພິມ ຜ່ານວາລະສານໂລກຕິດຕໍ່ Emerging Infectious Diseases ຂອງສູນວິໄຈຄວບຄຸມໂລກ (ຊີດີຊີ) ທີ່ລະບຸວ່າ ປະເທດໄທໜ້າຈະເປັນປະເທດທຳອິດທີ່ພົບການຕິດເຊື້ອໂຄວິດ-19 ເຊິ່ງຄາດວ່າເປັນການຕິດເຊື້ອຈາກ "ແມວສູ່ຄົນ"

ຈັບແທ້ເດີ້! ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການ ແລກປ່ຽນເງິນຕາອອນລາຍ

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕືອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.