Lifestyle

9 ວິທີທີ່ຜູ້ຊາຍຄວນປະຕິບັດຕໍ່ຜູ້ຍິງ

ຫາກເຈົ້າເປັນຜູ້ຊາຍ ຄວນຄຳນຶງເຖິງສິ່ງທີ່ເຮົາຄວນປະຕິບັດຕໍ່ກັບຜູ້ຍິງທີ່ເຮົາຮັກຢ່າງຖືກວິທີ ເຊິ່ງສິ່ງເຫຼົ່ານັ້ນແມ່ນມີຄວາມສຳຄັນຫຼາຍ ເພາະຖ້າບໍ່ເຮັດເຊັ່ນນັ້ນແມ່ນອາດຈະສູນເສຍຄົນຮັກໄປໄດ້ ສຳລັບວິທີການທີ່ຈະເຮັດໃຫ້ຜູ້ຍິງຮູ້ສຶກມີຄຸນຄ່າ ແລະ ສິ່ງທີ່ເຮົາຄວນປະຕິບັດຕໍ່ກັບຜູ້ຍິງ ຄວນປະຕິບັດດັ່ງນີ້

8 ຟິວເຕີ TikTok ຕ້ອນຮັບວັນວາເລັນທາຍ 2023

ໃກ້ຮອດວັນວາເລັນທາຍແລ້ວ ຖ້າຍັງບໍ່ຮູ້ວ່າປີນີ້ຈະເຮັດກິດຈະກຳຫຍັງກັບແຟນ ລອງໂຫຼດ TikTok ມາຫຼີ້ນລອງເບິ່ງ ມື້ນີ້ເຮົາຫາຟິວເຕີໃນ TikTok ງາມໆມາຝາກເພື່ອຕ້ອນຮັບວັນແຫ່ງຄວາມຮັກ ບອກເລີຍວ່າໃຊ້ຟິວເຕີແລ້ວ ແຟນເຫັນຈະຕ້ອງຕົກຫຼຸມຮັກອີກຫຼາຍໆຄັ້ງແນ່ນອນ!!! 1. Heart sign ເຮົາສາມາດສ້າງຫົວໃຈ ເຊັ່ນມີນິຮາດ ຫຼື ເອົາມືມາຕໍ່ກັນສ້າງເປັນຫົວໃຈ ແລ້ວຟິວເຕີຈະຂຶ້ນເປັນຮູບຫົວໃຈມາໃຫ້ 2. Lovely...

ຄູ່ຮັກທີ່ແຕ່ງດອງກັນແລ້ວການໃຫ້ຂອງຂວັນໃນວັນແຫ່ງຄວາມຮັກຍັງຈຳເປັນຢູ່ບໍ່?

ການໃຫ້ຂອງຂວັນເລັກໆ ນ້ອຍໆ ໃນມື້ທີ່ສຳຄັນກັບຄົນທີ່ຮັກ ອາດເປັນສິ່ງໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ກັບຄູ່ຮັກຫຼາຍໆທ່ານ ທີ່ຈະເຮັດໃຫ້ຄວາມຮັກຫວານຊື່ນຢູ່ຕະຫຼອດເວລາ ເຖິງວ່າເວລາຈະຜ່ານໄປຫຼາຍປີກໍຕາມ ແຕ່ຄວາມຮັກນັ້ນກໍຍັງຄົງຢູ່ຕະຫຼອດໄປ.

ເຈົ້າຄິດແນວໃດເມື່ອຕ້ອງອອກຄ່າອາຫານກັບແຟນ?

ເຖິງແມ່ນວ່າ ຍຸກສະໄໝຈະປ່ຽນໄປແລ້ວ ແລະ ແມ່ຍິງກໍມີສິດສະເໝີພາບຫຼາຍຂຶ້ນ ທັງໃນແງ່ຂອງການເງິນ ແລະ ວຽກງານ, ແຕ່ພື້ນຖານແລ້ວແມ່ຍິງຍັງຄົງຄາດຫວັງ ໃຫ້ຜູ້ຊາຍເປັນຜູ້ເບິ່ງແຍງໃນເລື່ອງຂອງການເງິນ, ອີກຢ່າງກໍຢູ່ທີ່ຜູ້ຊາຍ ແລະ ແມ່ຍິງຕົກລົງກັນເອງ, ຜູ້ຊາຍ ເມື່ອຕັດສິນໃຈພາແຟນໄປກິນເຂົ້ານອກບ້ານແລ້ວ ກໍຕ້ອງກະເປົ໋າໜັກແດ່ໜ້ອຍໜຶ່ງ ເພາະຕ້ອງໄດ້ເປັນສຸພາບບູລຸດ ອອກຄ່າອາຫານທຸກຄັ້ງທີ່ພາແຟນໄປ, ແຕ່ໃນສະພາບເສດຖະກິດແບບນີ້ ຈຳເປັນບໍ່ທີ່ຈະຕ້ອງໃຫ້ຜູ້ຊາຍອອກຄ່າອາຫານໃຫ້ທຸກຄັ້ງ ເຖິງວ່າເຂົາຈະເຕັມໃຈຈ່າຍກໍຕາມ.

ເຮັດວຽກປະຈຳ ແລະ ວຽກເສີມ ຕ້ອງແບ່ງເວລາແນວໃດໃຫ້ໄດ້ທັງເງິນ ໃຫ້ໄດ້ທັງງານ.

ເລື່ອງເງິນທ້ອງຖືເປັນເລື່ອງສຳຄັນໃນການໃຊ້ຊີວິດ ຈະຊື້, ຈະກິນຫຍັງກໍຕ້ອງໃຊ້ເງິນ, ຫຼາຍໆຄົນເລີຍຮູ້ສຶກວ່າ ເງິນເດືອນທີ່ໄດ້ມາຈາກການເຮັດວຽກປະຈຳ ບໍ່ພຽງພໍຕໍ່ການໃຊ້ຊີວິດ ຫົນທາງໜຶ່ງທີ່ຈະຊ່ວຍໃຫ້ການເງິນໝຸນຕໍ່ໄປໄດ້ກໍຄືອາຊີບເສີມ ຫຼັງຈາເລີກວຽກ ຫຼື ວັນພັກ ເສົາ, ອາທິດ ເຊິ່ງອາຊີບດຽວຄົງຈະບໍ່ພໍອີກຕໍ່ໄປ ກັບການໃຊ້ຊີວິດໃນຍຸກເສດຖະກິດແບບນີ້ ແລະ ການເຮັດສອງອາຊີບພ້ອມກັນ ກໍຖືເປັນເລື່ອງຍາກທີ່ຈະເຮັດໄດ້ ບໍ່ວ່າຈະເປັນການແບ່ງເວລາ, ການຮັກສາສຸຂະພາບ, ມື້ນີ້ເຮົາມີໂອກາດໄດ້ສອບຖາມ ຜູ້ທີ່ເຮັດຫຼາຍກວ່າໜຶ່ງອາຊີບ ມາຝາກກັນວ່າເພີ່ມມີວິທີການຫາລາຍໄດ້ເສີມ ແລະ ແບ່ງເວລາແນວໃດ ເພື່ອບໍ່ໃຫ້ກະທົບກັບວຽກປະຈຳມາຝາກກັນ.

6 ວິທີຂອງການແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃນການໃຊ້ຊີວິດຫຼາຍຂຶ້ນ

ການໃຊ້ເວລາ 24 ຊົ່ວໂມງ ໃນແຕ່ລະມື້ໃຫ້ເຕັມທີ່, ເຮັດໃຫ້ເກີດປະໂຫຍດທັງໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວ ຈຳເປັນຈະຕ້ອງຮູ້ຈັກບໍລິຫານເວລາ ໃຫ້ມີປະສິດທິພາບ ເຊິ່ງຄົນລຸ້ນໃໝ່ກຳລັງຢູ່ໃນຍຸກ ທີ່ໂລກໝຸນໄປກັບເທັກໂນໂລຍີ່ໃໝ່ໆ ແລະ ວຽກງານທີ່ຫຼາກຫຼາຍເຂົ້າມາ ໃຫ້ເຮັດຕະຫຼອດ ມື້ນີ້ເຮົາຈະພາມາຮູ້ຈັກກັບ 6 ວິທີແບ່ງເວລາ ທີ່ຈະເຮັດໃຫ້ມີເວລາໃຊ້ຊີວິດຫຼາຍຂຶ້ນ  ແລະ ເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນມາຝາກກັນ.

ສັນຍານທີ່ບົ່ງບອກວ່າ ສຸຂະພາບພັງ ເພາະການໃຊ້ໂທລະສັບ

ເມືື່ອໂທລະສັບກາຍເປັນປັດໄຈສຳຄັນທີ່ເຮົາຂາດບໍ່ໄດ້ ເພາະເປັນໃຫ້ເຮົາທຸກຢ່າງ ທັງເບິ່ງໜັງ, ຟັງເພງ, ຖ່າຍຮູບ, ເບິ່ງໂລກອອນລາຍ ຈົນເຮັດໃຫ້ຫຼາຍຄົນເກີດອາການຕິດໂທລະສັບ ເຊິ່ງບາງຄັ້ງກໍສົ່ງຜົນເສຍຕໍ່ສຸຂະພາບຂອງເຮົາແບບບໍ່ຮູ້ໂຕ ແລະ ນີ້ແມ່ນອາການທີ່ບົ່ງບອກໄດ້ວ່າ ສຸຂະພາບຂອງເຈົ້າກຳລັງຊຸູດໂຊມລົງຈາກການໃຊ້ໂທລະສັບ.

ການວາງແຜນການເງິນ ແບບມະນຸດເງິນເດືອນ ຂອງຄົນທີ່ອາໄສຢູ່ຫ້ອງແຖວ

ການວາງແຜນການເງິນ ໃນແຕ່ລະມື້ນັ້ນຖືວ່າມີປະໂຫຍດ ຕໍ່ການໃຊ້ຊີວິດປະຈຳວັນ ເປັນຢ່າງຫຼາຍ ນອກຈາກຈະເຮັດໃຫ້ ຮູ້ຈັກການບໍລິຫານເງິນໄດ້ຫຼາຍຂຶ້ນ ແລ້ວຍັງຊ່ວຍເປັນເຄື່ອງມື ໃນການຄວບຄຸມຄ່າໃຊ້ຈ່າຍໃນແຕ່ລະເດືອນໄດ້ອີກ, ເພາະໃນບາງເທື່ອ ເຮົາບໍ່ສາມາດຮູ້ໄດ້ເລີຍ ວ່າເງິນເຮົານຳໄປໃຊ້ຈ່າຍຫຍັງແດ່ ຈົນເຮັດໃຫ້ຫຼາຍໆເທື່ອ ຕ້ອງພົບກັບບັນຫາເລື່ອງເງິນຂາດມື ຫຼື ເງິນຕິດລົບໃນບາງເດືອນ, ມື້ນີ້ເຮົາມີວິທີການວາງແຜນການເງິນ ແບບມະນຸດເງິນເດືອນ ຂອງຄົນທີ່ອາໄສຢູ່ຫ້ອງແຖວມາຝາກກັນ.