Travel

ພຣະທາດສີໂຄດຕະບອງ

ພຣະທາດ​ສີ​ໂຄດ​ຕະບອງ ພຣະທາດເມືອງເກົ່າ​ ທີ່ຕັ້ງ​ຢູ່ບ້ານ​ ມ່ວງສຸມ, ເມືອງ ທ່າແຂກ, ແຂວງຄຳມ່ວນ ຕາມ​ທາງ​ ເລກທີ 11 ​ໃຕ້, ຫ່າງ​ຈາກ​ຕົວເມືອງ ​ທ່າ​ແຂກ ໄປທາງທິດໃຕ້ປະມານ 6 ກິ​​ໂລ​ແມັດ, ທິດຕາເວັນຕົກຂອງທາດ ຕິດກັບແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງ ຂອງອະດີດເມືອງຫຼວງ ທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ.

ມະຫາກຳບຸນຊ້າງ 2024 ມີຊ້າງເຂົ້າຮ່ວມ 75 ເຊືອກ.

ງານມະຫະກຳບຸນຊ້າງປີ 2024 ເລີ່ມມີການຄົບງັນ ຫຼື ມີການເປີດງານຕະຫຼາດນັດ ແລະ ມີການສະແດງສິລະປະ ໃນມື້ວັນທີ 12 ທີ່ຜ່ານມາ ທີ່ເດີ່ນສະໜາມຫຼວງ ບ້ານນາໄຮ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ແລະ ຈະດໍາເນີນໄປຮອດວັນທີ 18 ກຸມພາ 2024 ໂດຍຈະມີພິທີເປີດຢ່າງເປັນທາງການໃນວັນທີ 17 ກຸມພາ 2024 ທີ່ຈະມາເຖິງນີ້ ແລະ ຈະມີພິທີເປີດປີທ່ອງທ່ຽວແຂວງໄຊຍະບູລີ 2024 ໄປພ້ອມໆກັນ ຊຶ່ງໃນປີນີ້ ຈະມີຊ້າງເຂົ້າຮ່ວມທັງໝົດ 75 ເຊືອກ.

ຈັດໃຫຍ່! ຈຳປາສັກ ກຽມຈັດງານສັບປະດາທ່ອງທ່ຽວ 2024.

ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ ຢູ່ແຂວງຈຳປາສັກໃຫ້ຄຶກຄຶ້ນ ແລະ ຖືວ່າເປັນຄັ້ງທຳອິດ ທີ່ແຂວງຈຳປາສັກ ຈະໄດ້ງານເທດສະການທ່ອງທ່ຽວທີ່ໃຫຍ່ທີ່ສຸດ ທັງມີຄວາອະລັງການ, ຕື່ນຕາ ຕື່ນໃຈ ເຊິ່ງນັ້ນກໍຄືງານສັບປະດາທ່ອງທ່ຽວແຂວງຈຳປາສັກ Champasak Tourism Week 2024 ໂດຍງານດັ່ງກ່າວແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 19-25 ກຸມພາ 2024 ນີ້ ໂດຍມີຫຼາກຫຼາຍກິດຈະກຳ ເຊັ່ນ:

ຄົນຕ່າງປະເທດ ຢາກຮູ້ຫຍັງແດ່ກ່ຽວກັບບ້ານເຮົາ

ຫຼັງຈາກການຜ່ອນຄາຍຂໍ້ຈຳກັດດ້ານການເດີນທາງ ສປປ ລາວ ກໍກັບມາເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມອີກຄັ້ງ ຂໍ້ມູນການຄົ້ນຫາທາງອອນລາຍໂດຍເຄື່ອງມືຂອງ Google ເຜີຍໃຫ້ເຫັນເຖິງຄວາມສົນໃຈທີ່ເພີ່ມຫຼາຍຂຶ້ນຈາກທົ່ວໂລກກວ່າ 10 ຫົວຂໍ້ການຄົ້ນຫາຍອດນິຍົມກ່ຽວກັບ ສປປ ລາວ ໃນປີ 2023 ເຊິ່ງມີຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

ຈອງບ່ອນຕັ້ງແຄັມແລ້ວບໍ່! ລວມສະຖານທີ່ຕັ້ງແຄັມງາມໆ ທີ່ສາຍ Camping ບໍ່ຄວນພາດ

ເຮັດວຽກມາເມື່ອຍໆມາໝົດປີ ທ້າຍປີຕ້ອງຈັດທິບທ່ຽວພັກຜ່ອນຍ່ອນໃຈໃຫ້ລາງວັນໂຕເອງ ເພື່ອສູ້ວຽກຕໍ່ໃນປີໜ້າ ມື້ນີ້ເຮົາຈະມາແນະນຳສະຖານທີ່ຕັ້ງແຄ້ມງາມໆ ກຽມຈອງໄວ້ກ່ອນໂລດບໍ່ຊັ້ນຮອດທ້າຍປີຈະບໍ່ມີບ່ອນຫວ່າງເລີຍ.

“ຜາພຣະ” ບ້ານປາກງາວ ສະຖານທີ່ສັກສິດຄູ່ເມືອງ ຫ້ວຍຊາຍ

ຜາພຣະ ບ້ານປາກງາວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເປັນອີກສະຖານທີ່ສັກສິດອີກແຫ່ງໜຶ່ງທີ່ ປະຊາຊົນຊາວເມືອງ ຫ້ວຍຊາຍ ນັບຖື ກາບໄຫວ້ ມາຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແລະ ກໍເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຂອງລາວ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ.

“ຜາທໍ່ໜໍ່ຄຳ” ມິ່ງຂວັນຊາວເມືອງເຟືອງ

ຜາທໍ່ໜໍ່ຄຳ ເປັນຜາຫີນປູນທີ່ຕັ້ງສະຫງ່າຢູ່ຈຸດໃຈກາງເມືອງເຟືອງ ແຂວງວຽງຈັນ ສປປລາວ ພູຜາໜ່ວຍນີ້ແມ່ນຕັ້ງໂດດດ່ຽວ ເຊິ່ງມີຮູບຮ່າງເປັນເອກະລັກສະເພາະບົ່ງບອກຮູບຮ່າງສັນຖານຂອງເມືອງເຟືອງ, ປຽບດັ່ງສຽງເພງສາມໝື່ນເມືອງເຟືອງ ທີ່ມີຊື່ສຽງໂດ່ງດັງຢູ່ລາວ ໄດ້ເຮັດໃຫ້ຜາທໍ່ໜໍ່ຄຳ ເປັນມີ່ງຂວັນຂອງເມືອງ.

6 ວິທີການກາງເຕັ້ນ ທີ່ບໍ່ຄວນພາດສໍາລັບສາຍຕັ້ງແຄ້ມມືໃໝ່

ຕ້ອງບອກເລີຍວ່າ ປັດຈຸບັນນີ້ການອອກທີບກາງເຕັ້ນ ກຳລັງມາແຮງ ເພາະວ່າການທ່ອງທ່ຽວແບບນີ້ຈະມີສະເໜ່ ສະເພາະຕົວທີ່ບໍ່ຄືໃຜ ເພື່ອໃຫ້ທ່ານໄດ້ລອງມາໃຊ້ຊີວິດແບບລຽບງ່າຍ ທ່າມກາງທຳມະຊາດ ແລະ ເປັນອີກໜຶ່ງປະສົບການປະຈົນໄພ ທີ່ເຈົ້າຈະຮູ້ສຶກສະໜຸກສະໜານແບບບໍ່ຮູ້ລືມ. ແຕ່ສຳລັບໃຜທີ່ຢາກຈະລອງທ່ອງທ່ຽວແບບນີ້ ແຕ່ຍັງບໍ່ຮູ້ຈະກຽມຕົວແນວໃດ? ຈະກາງເຕັ້ນແນວໃດ? ຢ່າກັງວົນໄປເລີຍເພາະມື້ນີ້ ເຮົາມີເທັກນິກການກາງເຕັ້ນ ສຳລັບສາຍຕັ້ງແຄ້ມມື້ໃໝ່ມາຝາກກັນ.