Tag: ລາວ

ລາວ ຂາດດຸນການຄ້າຕໍ່ເນື່ອງ 5 ເດືອນຕິດ! ໃນເດືອນ ສິງຫາ ຂາດດຸນການຄ້າເຖິງ 166 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນເດືອນ ສິງຫາ 2022 ທີ່ຜ່ານມານີ້ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຢູ່ປະເທດລາວ ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ.

ທຸງລາວ ກໍມີເດີ້! ງານບຸນແຫ່ທຸງປະຈຳຊາດ ຢູ່ປະເທດຝຮັ່ງ

ສຳນັກຂ່າວສານປະເທດລາວ ໄດ້ໃຫ້ຮູ້ວ່າ: ງານບຸນແຫ່ທຸງປະຈຈຳຊາດ ບັນດາປະເທດໃນໂລກ ຄັ້ງທີ 17 ປະຈຳປີ 2022 ທີ່ ເມືອງລີຢົງ, ປະເທດຝຮັ່ງ ເຊິ່ງຈັດຂຶ້ນເພື່ອເປັນການສົ່ງເສີມສະແດງວັດທະນະທຳ ແລະ ຮີດຄອງປະເພນີ ຂອງແຕ່ລະປະເທດທີ່ເຂົ້າຮ່ວມ ເຊິ່ງ ສປປ ລາວ ກໍເປັນໜຶ່ງໃນນັ້ນ.

ພາກກາງຂອງລາວ ອຸນຫະພູມເລີ່ມຫຼຸດລົງຕໍ່າກວ່າ 30 ອົງສາ

ຄວາມກົດດັນອາກາດຕໍ່າ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມ.

ສະກາຍ ໜຸ່ມຜູ້ຫຼົງໄຫຼ ໃນການເຮັດກາເຟ

“ການທີ່ຈະເປັນນັກຊົງກາເຟ ຫຼື BARISTA ໄດ້ນັ້ນ ບໍ່ແມ່ນເລື່ອງຍາກ ແຕ່ການທີ່ຈະເປັນ BARISTA ທີ່ເຂົ້າໃຈເຖິງຣົດຊາດກາເຟໄດ້ນັ້ນ ຍາກກວ່າ ຖ້າບໍ່ມີໃຈຮັກແທ້ໆ” ນີ້ແມ່ນຄຳເວົ້າຂອງ ທ້າວ ໄຊປັນຍາ ຜາຍພະກົມມາ ຫຼື ໜຸ່ມສະກາຍ BARISTA ລາວ ໄວ 25 ປີ ເຈົ້າຂອງຮ້ານ Grace Café ນະຄອນຫຼວງ ວຽງຈັນ ທີ່ຫຼົງຮັກໃນການເຮັດກາເຟ ຈົນກາຍເປັນອາຊີບທີ່ສ້າງລາຍຮັບໃຫ້ກັບເຂົາເປັນຢ່າງດີ.

“ເຜົ່າມົ້ງ” ອີກໜຶ່ງຊົນເຜົ່າໃຫຍ່ ໃນລາວ

“ເຜົ່າມົ້ງ” ແມ່ນຊົນເຜົ່າໜຶ່ງ ທີ່ດຳລົງຊີວິດຢູ່ດິນແດນປະເທດລາວເຮົາ ນັບແຕ່ກາງສະຕະວັດທີ 19 ເປັນຕົ້ນມາ ຊົນເຜົ່າມົ້ງ ໄດ້ອົບພະຍົກເຄື່ອນຍ້າຍມາຈາກທິເບດ, ຊີບີລີ, ມົງໂກນ ເຂົ້າສູ່ປະເທດຈີນ ແລະ ຕັ້ງຖິ່ນຖານຢູ່ແມ່ນ້ຳເຫຼືອງ (ຮວງຮາ) ຍ້ອນສົງຄາມ ຈຶ່ງໄດ້ອົບພະຍົກ ແລະ...

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ເຂດຊາຍແດນສາມຫຼ່ຽມເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ (CLV) ທີ່ດ່ານສາກົນພູເກືອ ເມືອງພູວົງ ແຂວງອັດຕະປືອາດຈະກາຍເປັນຕົວເມືອງທັນສະໄໝໃນອະນາຄົດເພາະກະຊວງແຜນການ ແລະ ການລົງທຶນໄດ້ເລີ່ມສໍາຫຼວດສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງພັດທະນາເຂດດັ່ງກ່າວແລ້ວ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ປຶກສາຫາລືການຄຸ້ມຄອງທີ່ດິນປ່າໄມ້, ການແກ້ໄຂການບຸກລຸກທີ່ດິນປ່າໄມ້, ການຈັບຈອງເນື້ອທີ່ດິນປ່າຜະລິດດແຫ່ງຊາດ ປະກອບມີເຂດສະຫງວນ 3 ແຫ່ງ (ປ່າສະຫງວນ ເຊບັ້ງນວນ, ພູຊຽງທອງ, ເຊຊັບ)

ລາວເພີ່ມບັນຊີຜະລິດຕະພັນໄມ້ທໍາມະຊາດເພື່ອເປັນສິນຄ້າສົ່ງອອກ

ລັດຖະບານໄດ້ເຫັນດີຮັບຮອງການເພີ່ມບັນຊີລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກຈາກ 6 ເພີ່ມ ຂຶ້ນເປັນ 9 ລາຍການ, ຂະນະດຽວກັນ ກໍເຫັນດີໃຫ້ອະນຸຍາດໃຫ້ປະຊາຊົນ ຫລື ຜູ້ປະກອບການທີ່ມີໄມ້ປູກເຊັ່ນ: ໄມ້ວິກ, ກະຖິນນະລົງ, ຢາງພາລາ ແລະ ໄມ້ສັກ ສາມາດສົ່ງອອກໄມ້ໄດ້ທຸກຮູບແບບໂດຍມີການປຸງແຕ່ງ ຫລືບໍ່ປຸງແຕ່ງກໍໄດ້...