Tag: ສຸຂະພາບ

ຄວາມແຕກຕ່າງລະຫວ່າງ ໄຂ້ຫວັດໃຫຍ່ ກັບ ໄຂ້ຫວັດທຳມະດາ.

ເລີ່ມປາຍຝົນຕົ້ນໜາວ ເຊິ່ງເປັນອີກໄລຍະໜຶ່ງທີ່ຫຼາຍຄົນມັກເລີ່ມມີອາການເຈັບເປັນ ອັນເນື່ອງມາຈາກທີ່ຮ່າງກາຍຂອງເຮົາປັບຕົວບໍ່ທັນ ແລະ ສົ່ງຜົນໃຫ້ບໍ່ສະບາຍໄດ້ງ່າຍ ເຊິ່ງໂຣກທີ່ຫຼາຍຄົນມັກເປັນ ແລະ ໃກ້ໂຕເຮົາທີ່ສຸດນັ້ນກໍຄື "ໄຂ້" ແຕ່ອາການຂອງແຕ່ລະຄົນຕ່າງກັນອອກໄປ ບາງຄົນອາດເປັນແປບດຽວເຊົາ ຫຼື ບາງຄົນເປັນ 2 ອາທິດກໍຍັງບໍ່ເຊົາ ເຊິ່ງສາເຫດມາຈາກຫຼາຍປັດໄຈ ໜຶ່ງໃນນັ້ນກໍອາດຈະເປັນໄຂ້ຫວັດໃຫຍ່ ທີ່ມີຄວາມຄ້າຍຄືກັນກັບ ໄຂ້ທຳມະດາ.

ປະຊາຊົນ ຫຼາຍພັນກວ່າຄົນ ຮ່ວມບໍລິຈາກເລືອດ ທີ່ສູນການຄ້າລາວໄອເຕັກມໍ.

ໃນຕອນເຊົ້າ ວັນທີ 14 ມິຖຸນາ 2023 ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຮ່ວມກັບຫຼາຍພາກສ່ວນ ໄດ້ມີການຈັດງານສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ ເພື່ອສົ່ງເສີມການບໍລິຈາກເລືອດ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍນັກສຶກສາ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຫຼາຍພັນກວ່າຄົນ ທີ່ໄດ້ຮ່ວມບໍລິຈາກເລືອດໃນຄັ້ງນີ້.

ສັນຍານທີ່ບົ່ງບອກວ່າ ສຸຂະພາບພັງ ເພາະການໃຊ້ໂທລະສັບ

ເມືື່ອໂທລະສັບກາຍເປັນປັດໄຈສຳຄັນທີ່ເຮົາຂາດບໍ່ໄດ້ ເພາະເປັນໃຫ້ເຮົາທຸກຢ່າງ ທັງເບິ່ງໜັງ, ຟັງເພງ, ຖ່າຍຮູບ, ເບິ່ງໂລກອອນລາຍ ຈົນເຮັດໃຫ້ຫຼາຍຄົນເກີດອາການຕິດໂທລະສັບ ເຊິ່ງບາງຄັ້ງກໍສົ່ງຜົນເສຍຕໍ່ສຸຂະພາບຂອງເຮົາແບບບໍ່ຮູ້ໂຕ ແລະ ນີ້ແມ່ນອາການທີ່ບົ່ງບອກໄດ້ວ່າ ສຸຂະພາບຂອງເຈົ້າກຳລັງຊຸູດໂຊມລົງຈາກການໃຊ້ໂທລະສັບ.

7 ຂໍ້ຄວນປະຕິບັດສໍາລັບສາວໆທີ່ຕ້ອງຮັບມືກັບລົມໜາວ

ທ້າຍປີທີ່ເຂົ້າມາພ້ອມກັບລົມໜາວ ເມື່ອເປັນແບບນີ້ ເຮົາກໍຄວນກຽມຮັບມືກັບລະດູໜາວໃຫ້ພ້ອມ ເພື່ອໃຫ້ຮ່າງກາຍສາມາດຕໍ່ສູ້ກັບລົມໜາວ  ແລະ ມີສຸຂະພາບແຂງແຮງ ຫ່າງໄກຈາກໂຣກໄພໄຂ້ເຈັບ ດັ່ງນັ້ນມື້ນີ້ເຮົາໄດ້ນຳ 7 ຂໍ້ປະຕິບັດດີໆ ທີ່ສາວໆຄວນເຮັດໃນລະດູໜາວມາຝາກກັນ.

ຂໍ້ດີ ແລະ ຂໍ້ຄວນລະວັງ ໃນການອາບນ້ຳອຸ່ນຍາມໜາວ

ໃນຊ່ວງອາກາດໜາວ ຫຼາຍໆຄົນມັກຈະເລືອກອາບນ້ຳອຸ່ນ ເພາະຄວາມອຸ່ນຂອງນ້ຳ ນອກຈາກຈະຊ່ວຍຫຼຸດຄວາມໜາວ ໃນຂະນະອາບນ້ຳລົງໄດ້ແລ້ວ ຍັງຊ່ວຍກະຕຸ້ນໃຫ້ຮ່າງກາຍເກີດຄວາມຜ່ອນຄາຍໄດ້ເປັນຢ່າງດີ ແຕ່ທ່ານຮູ້ບໍ່ວ່າການອາບນ້ຳອຸ່ນກໍມີທັງຂໍ້ດີ ແລະ ຂໍ້ເສຍ, ການອາບນ້ຳອຸ່ນມີຂໍ້ດີຫຼາຍປະການ ໃນດ້ານການສົ່ງເສີມສຸຂະພາບ ແລະ ຜີວພັນ ຫາກຮູ້ຈັກເລືອກໃຊ້ນ້ຳອຸ່ນໃນອຸຫະພູມທີ່ເໝາະສົມ ຈະສົ່ງຜົນດີ ແລະ ພາໃຫ້ເກີດປະໂຫຍດຫຼາຍຂຶ້ນ.

4 ສະໝຸນໄພ “ແກ້ເຈັບຄໍ”

ອາການເຈັບຄໍ ມັກເກີດຈາກຫຼາຍສາເຫດ ບໍ່ວ່າຈະເປັນການທີ່ເຮົາກິນຂອງເຢັນຫຼາຍ, ມີເຊື້ອແບັກທີເຣຍສະສົມຢູ່ໃນລຳຄໍ, ສະພາບອາກາດປ່ຽນແປງ...ເຊິ່ງມັນອາດເປັນສາເຫດ ທີ່ເຮັດໃຫ້ເຮົາເກີດອາການເຈັບຄໍໄດ້, ມື້ນີ້ ເຮົາມີ 4 ສະໝຸນໄພໃກ້ໂຕ ທີ່ສາມາດບັນເທົາອາການແກ້ເຈັບຄໍໄດ້ ຄື: ຂີງ, ກະທຽມ, ຂີ້ໝິ້ນ ແລະ ຫົວຜັກບົ່ວ.

ລະວັງ! 5 ໂຣກ ທີ່ມາພ້ອມກັບລະດູໜາວ

ລະດູໜາວ ນອກຈາກຈະນຳເອົາຄວາມເຢັນສົດຊື່ນມາໃຫ້ເຮົາໄດ້ສຳພັດແລ້ວ ແຕ່ຍັງແຟງດ້ວຍໂຣກໄພຕ່າງໆ ມາພ້ອມ ໂດຍສະເພາະແມ່ນ ເຊື້ອໄວຣັສ ແລະ ແບັກທີເຣຍ, ເຊິ່ງມື້ນີ້ ເຮົາຈະມາບອກກ່ຽວກັບ 5 ໂຣກ ທີ່ມາພ້ອມກັບລະດູໜາວ ທີ່ເຮົາຄວນລະວັງ.

ກິນ ຜັກ+ໝາກໄມ້ 10 ຊະນິດຕໍ່ມື້ ຊ່ວຍໃຫ້ອາຍຸຍືນ

ລາຍງານໃນ ວາລະສານ ລະບາດວິທະຍານານາຊາດ ອ້າງອີງຜົນວິໄຈຂອງ ດຣ. ດາຟິນ ແອນເນ ນັກວິໄຈ ຈາກມະຫາວິທະຍາໄລ ລອນດອນ ກ່ຽວກັບລະບົບເຜົາຜານອາຫານໃນຮ່າງກາຍໃນກຸ່ມໂຕຢ່າງ 95 ຄົນ ທີ່ມັກກິນຜັກ ແລະໝາກໄມ້ເປັນປະຈຳ ເປີດເຜີຍວ່າ: “ພວກເຂົາຈະເສຍຊີວິດກ່ອນໄວອັນຄວນໜ້ອຍລົງ ຄິດເປັນຈຳນວນປະມານ 7,8 ລ້ານຄົນຕໍ່ປີ ຖ້າຫາກກິນຜັກ ແລະ ໝາກໄມ້ຫຼາຍກວ່າ 10 ຊະນິດຕໍ່ມື້.”