ລັດຖະບານລາວ-ຈີນ ຮ່ວມມື ພັດທະນາໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາຊາຍແດນ ດ່ານສາກົນບໍ່ເຕັນ-ບໍ່ຫານ

ພິທີ​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມື​ ພັດທະນາ​ໂຄງການ​ທາງ​ດ່ວນ​ຈາກ​ນະ​ຄອນຫລວງວຽງຈັນ ຫາ​ຊາຍ​ແດນ ສປປ ລາວ ກັບ ສປ ຈີນ (ດ່ານ​ສາກົນ​ບໍ່​ເຕັນ-​ບໍ່ຫານ), ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດສະພາ 2019 ທີ່​ນະຄອນຫລວງ​ວຽງຈັນ ລະຫວ່າງ ທ່ານ ກິແກ້ວ ​ຈັນທະບູລີ ຮອງລັດຖະມົນຕີ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ​ແລະ ທ່ານ ​ເສິນ ​ເວີນ​ຊານ ປະທານກຸ່ມ​ບໍລິສັດ ກໍ່ສ້າງ-​ລົງທຶນ ​ແລະຖື​ຮຸ້ນ​ແຂວງ​ຢຸນນານ ຈໍາກັດ​ ​ໂດຍ​ມີ ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ​ກະຊວງ​ການ​ເງິນ, ທ່ານ ຣວນ ​ເສີງ​ຟາ ​ເຈົ້າ​ແຂວງ​ຢຸນນານ, ທ່ານ ຈຽງ ຈາ​ຍດົງ ​ເອກ​ອັກຄະ​ລັ​ດຖະທູດ ​ແຫ່ງ ສປ ຈີນ ປະ​ຈໍາ ລາວ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ​ຂອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ໂຄງການ​ທາງ​ດ່ວນ ຈາກ​ນະ​ຄອນຫລວງວຽງຈັນ ຫາ​ຊາຍ​ແດນ ສປປ ລາວ ກັບ ສປ ຈີນ ຖື​ເປັນ​ຜົນຮູບ​ປະ​ທໍາ​ ຂອງ​ການ​ປະສານ​ກັນ​ລະຫວ່າງການ​ລິ​ເລີ່​ມ “ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ” ​ແລະ ຍຸດ​ທະ​ສາດ​ລະດັບ​ຊາດ “ຫັນປ່ຽນຈາກ​ປະ​ເທດ​ບໍ່ມີທາງ​ອອກ​ສູ່​ທະ​ເລ ​ໃຫ້​ກາຍ​ເປັນ ປະ​ເທດ​ທາງ​ເຊື່ອມ​ຕໍ່” ຂອງ​ລາວ. ​ໂດຍພາຍຫລັງທີ່​ການກໍ່ສ້າງ​ສໍາ​ເລັດ​ ການ​ເດີນທາງ​ຈາກ​ນະຄອນຫລວງ​ວຽງຈັນ ຫາ​ດ່ານ​ບໍ່​ເຕັນ​ ໃຊ້​ເວລາ​ແຕ່ 6 ຊົ່ວ​ໂມງ ​ເຊິ່ງຈະ​ປະຢັດ​ເວລາ​ໄປ​​ໄດ້ 14 ຊົ່ວ​​ໂມງ ​ເມື່ອ​ປຽບທຽບ​ໃສ່​ປະຈຸ​ບັນ​ນີ້ ​ແລະ ສາມ​າດ​ເດີນທາງ​ຈາກ​ນະຄອນຫລວງ​ວຽງຈັນ ຮອດ​ເມືອງ​ຄຸນ​ມິ​ງ ​ແຂວງ​ຢຸນນານ​ ໄດ້​ພາຍ​ໃນ​ມື້​ດຽວກັນ, ​ເຊິ່ງຈະ​ເພີ່ມ​ທະວີ​ຄວາມ​ຮ່ວມ​ມື​ແລ​ກປ່ຽນທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ລາວກັບຈີນ, ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ ​ແລະ​ສັງຄົມ​ໃນ​ລາວ ​ແລະ​ບັນດາ​ແຂວງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນ.

​ສະ​ເພາະ ​ການກໍ່ສ້າງໂຄງການ​ດັ່ງກ່າວ ມີ​ແຜນ​ດໍາ​ເນີນ​ປະຕິບັດ 4 ຂັ້ນ​ຕອນຄື: ນະຄອນຫລວງ​ວຽງຈັນ ຫາ ວັງ​ວຽງ, ວັງ​ວຽງ ຫາ ​ຫລວງ​ພະ​ບາງ, ຫລວງ​ພະ​ບາງ ຫາ ອຸດົມ​ໄຊ ​ແລະ ອຸດົມ​ໄຊ ຫາ ດ່ານ​ສາກົນບໍ່​ເຕັນ. ປະຈຸ​ບັນ ຊ່ວງ​ນະຄອນຫລວງ​ວຽງຈັນ ຫາ ວັງ​ວຽງ ​ແມ່ນ​ໄດ້​ເຂົ້າ​ສູ່​ການ​ລົງ​ມື​ກໍ່ສ້າງ​ແລ້ວ, ສ່ວນຊ່ວງ​ທີ່​ຍັງ​ເຫລື​ອ ​ແມ່ນ​ກໍາລັງ​ດໍາ​ເນີນ​ວຽກງານ​ການ​ສຶກສາ​ສໍາ​ຫລວດ​ຄວາມ​ເປັນ​ໄດ້​ໃນ​ການກໍ່ສ້າງ ​ໂດຍ​ລວມ​ໂຄງ​ກໍາລັງ​ດໍາ​ເນີນ​ໄປ​ໄດ້​ດີ​ຕາມ​ຄວາມ​ຄາດ​ຫວັງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...