ອັນຕະລາຍ! ແມ່ບ້ານບໍ່ຄວນເຮັດ ເອົານ້ຳຢາລ້າງຫ້ອງນ້ຳ ກັບ ໄຮເຕີ້ ປະສົມກັນ.

ແມ່ບ້ານຫຼາຍຄົນຢູ່ລາວ ອາດຍັງບໍ່ທັນຮູ້ ແລະ ບໍ່ເຂົ້າໃຈວ່າ ການທີ່ເຮົາເທນ້ຳຢາຖູພື້ນ ກັບ ນ້ຳຢາໄຮເຕີ ມາປະສົມກັນ ມັນຈະເກີດອາຍພິດ ທີ່ເປັນອັນຕະລາຍຕໍ່ເຮົາໄດ້ ມື້ນີ້ເຮົາມີປະສົບການກ່ຽວກັບເລື່ອງນີ້ມາບອກກັນ.

ຈາກປະສົບການຂອງແມ່ບ້ານທ່ານໜຶ່ງ ຢູ່ປະເທດເພື່ອນບ້ານ ເລົ່າໃຫ້ຟັງວ່າ ເຂົາໄດ້ປະສົມນ້ຳຢາລ້າງຫ້ອງນ້ຳ ສອງຊະນິດເຂົ້າກັນຄື ນ້ຳຢາລ້າງຫ້ອງນ້ຳ Promax ທີ່ມີສ່ວນປະສົມຂອງ sodium hypochlorite ກັບອີກຊະນິດໜຶ່ງຄື ມາຈິກຄຣີນ ທີ່ມີສ່ວນປະສົມຂອງ hydrochloric acid.

ສາເຫດທີ່ນຳມາປະສົມກັນ ກໍເພາະວ່ານ້ຳຢາຕຸກໝຶ່ງໝົດ ເລີຍເອົາຕຸກທີ່ສອງມາຖອກໃສ່ປົນກັນ ປົກກະຕິກໍຈະໃຊ້ຊະນິດເກົ່າ ແຕ່ພໍດີຊື້ສະນິດໃໝ່ມາກໍເລີຍໃຊ້ຮ່ວມກັນເລີຍ.

ຜ່ານໄປ 30 ວິນາທີ ກໍຮູ້ສຶກວ່າມັນມີກິ່ນແປກໆ ເລີຍຕັດສິນໃຈເປີດອິນເຕີເນັດເບິ່ງ ແລະ ຊອກອ່ານຂໍ້ມູນຂ້າງຕຸກ ເລີຍຮູ້ວ່າ ນ້ຳຢາທີ່ປະສົມກັນໜ້າຈະເປັນ ກ໊າດຄຣໍຣິນ ເຊິ່ງເປັນກ໊າດພິດ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງບໍ່ຢາກຈະຄິດເລີຍວ່າ ຖ້າປະໄວ້ປະມານ 10-20 ນາທີ ເຮົາຈະເປັນແນວໃດ.

ສຳລັບ ກ໊າດຄຣໍຣິນ ເມື່ອຖືກກັບຄວາມຊຸ່ມ ແລະ ກະທົບໃສ່ອະໄວຍະວະ ເຊັ່ນ: ຕາ, ຜິວໜັງ ແລະ ລະບົບການຫາຍໃຈ ຈະເກີດອາການລະຄາຍເຄືອງ ຫຼື ແພ້ຢ່າງຮຸນແຮງ ເຮັດໃຫ້ເກີດອາການແສບຮ້ອນບໍລິເວັນທີ່ຖືກ ອາດມີອາການແໜ້ນໜ້າເອີກ, ຫອບເມື່ອຍ ແລະ ບາງຄົນອາດມີອາການຮຸນແຮງ ຈົນເກີດພາວະນ້ຳຖ້ວມປອດ ຫຼື ອັກເສບປອດ ໄດ້.

ອ່ານຂໍ້ມູນເພີ່ມເຕີມໄດ້ທີ່:

ຄວາມຮູ້ກ່ຽວກັບກ໊າດຄຣໍຣີນ: https://reg8.pwa.co.th/webkm/gascl2/

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...