Saturday, November 1, 2025
Kbank Laos โอน รับ จ่าย

ປ່ຽນວິກິດໃຫ້ເປັນໂອກາດ! ໝູຢໍ່ປ້າລີ ຂາຍດີຊ່ວງໂຄວິດ.

ໂຄວິດ-19 ແມ່ນວິກິດການໜຶ່ງ ທີ່ໄດ້ສ້າງຜົນກະທົບໃຫ້ກັບຫຼາຍໆ ທຸລະກິດໃນລາວ ຈົນເຮັດໃຫ້ທຸລະກິດບາງອັນຕ້ອງໄດ້ປິດໂຕລົງ, ແຕ່ສຳລັບ “ຮ້ານໝູຢໍ່ປ້າລີ” ແລ້ວ ໄດ້ປ່ຽນວິກິດການດັ່ງກ່າວ ໃຫ້ເປັນໂອກາດທາງທຸລະກິດ ດ້ວຍການນຳສິນຄ້າມາໂພສຂາຍໃນອອນລາຍໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ສາມາດຂະຫຍາຍທຸລະກິດໄດ້.

ທ່ານ ນາງ ກິ່ງຈານ ໄຊຍະເສນ, ຜູ້ສືບທອດລຸ້ນທີ 2 ຂອງ ຮ້ານໝູຢໍ່ປ້າລີ ກ່າວວ່າ ໃນໄລຍະທີ່ ໂຄວິດ-19 ລະບາດ ການຂາຍຢູ່ໜ້າຮ້ານບໍ່ຄ່ອຍດີ, ລູກຄ້າສ່ວນໃຫຍ່ເກັບຕົວຢູ່ເຮືອນ ຈຶ່ງເຫັນເຖິງໂອກາດທີ່ຈະຫັນມາຂາຍທາງອອນລາຍ ເພື່ອຊ່ວຍເພີ່ມຊ່ອງທາງການຂາຍ ໃຫ້ທຸລະກິດຂອງເຮົາກ້າວຕໍ່ໄປ ແລະ ສາມາດຕອບສະໜອງໃຫ້ກັບລູກຄ້າໄດ້.

ການທີ່ເຮົາຫັນມາຂາຍອອນລາຍ ມັນເປັນການທີ່ເຮົາຍ່າງໄປຫາລູກຄ້າເອງ ພຽງແຕ່ໃຊ້ຄວາມຄິດ ວ່າຈະເຮັດແບບໃດໃຫ້ຄົນເຂົ້າເຖິງຫຼາຍ ແລະ ເລີ່ມເຮັດສື່ໂຄສະນາ ເພື່ອໃຫ້ພາກສ່ວນອື່ນຮູ້ຈັກຫຼາຍຂຶ້ນ ເຊິ່ງມັນໄດ້ຜົນຕອບຮັບດີ ບໍ່ສະເພາະແຕ່ຄົນວພາຍໃນປະເທດທີ່ຮູ້ຈັກ ແຕ່ມັນຍັງກວ້າງໄກໄປຮອດປະເທດເພື່ອນບ້ານເຊັ່ນ ໄທ ແລະ ຫວຽດນາມ ກໍຮູ້ຈັກສິນຄ້າຮ້ານເຮົາຫຼາຍຂຶ້ນ.

“ໝູຢໍ່ຮ້ານເຮົາ ຈຸດພິເສດແມ່ນລົດຊາດບໍ່ຄືກັບຮ້ານອື່ນ ເພາະໄດ້ຄິດຄົ້ນສູດໃຫ້ເຂົ້າກັບຄົນບ້ານເຮົາ ບໍ່ວ່າຈະເປັນການເລືອກໝູ, ການວັດແທກອຸຫະພູມໃຫ້ພໍດີ ແລະ ການຫຸ້ມຫໍ່” ນາງ ກິ່ງຈັນ ກ່າວ.

ການທີ່ຈະເຮັດທຸລະກິດໃດໜຶ່ງອອກມາໃຫ້ລູກຄ້າໄດ້ປະທັບໃຈ ຕ້ອງເຂົ້າໃຈສິ້ນຄ້າທີ່ຈະນຳມາຜະລິດຢ່າງລະອຽດ ແລະ ຫາຈຸດແຂງຂອງສິນຄ້າເຮົາໃຫ້ໄດ້ ເພື່ອເຮັດໃຫ້ສິນຄ້າເຮົາບໍ່ຄືກັບສິນຄ້າຂອງຜູ້ອື່ນ, ສິນຄ້າທີ່ຜະລິດອອກມາຕ້ອງສະອາດ ແລະ ສົດໃໝ່, ມີຮູບພາບທີ່ໜ້າກິນ ເປັນສິ່ງສຳຄັນທີ່ຈະເຮັດໃຫ້ດຶງດູດຄວາມສົນໃຈຂອງລູກຄ້າໄດ້ ແລະ ອີກຢ່າງທີ່ເຮັດໃຫ້ການຂາຍອອນລາຍໄດ້ຜົນຂຶ້ນ ຄືການຫາກຸ່ມເປົ້າໝາຍທີ່ສົນໃຈກ່ຽວກັບສິນຄ້າທີ່ເຮົາວາງຈຳໜ່າຍ.

ປັດຈຸບັນ ໝູຢໍ່ປ້າລີ ກຳລັງສ້າງໂຮງງານເຮັດໝູຢໍ່ ເພື່ອໃຫ້ລູກຄ້າໄດ້ມີຄວາມເຊື້ອໝັ້ນວ່າສິນຄ້າເຮົາສະອາດ, ແຊບ ແລະ ໄດ້ມາດຕະຖານ, ເພາະໃນອະນະຄົດທາງຮ້ານມີແຜນເຈາະຕະຫຼາດ, ຂະຫຍາຍສາຂາໃຫ້ກວ້າງອອກ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທີ່ຢູ່ໄກ ໃຫ້ຊື້ຜະລິດຕະພັນໄດ້ສະດວກ ແລະ ລາຄາບໍ່ແພງ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.