ອັບເດດ! ສິ່ງທີ່ຈະເກີດຂຶ້ນໃນໂຊຊ້ຽວມີເດຍ ປີ 2023

ໃນປີ 2022 ໂຊຊ້ຽວມີເດຍຖືກນໍາມາເປັນເຄື່ອງມືທາງການຕະຫຼາດ ເພາະສາມາດເຂົ້າເຖິງຜູ້ຄົນໄດ້ຫຼາຍກວ່າສື່ອື່ນໆ ເຊິ່ງເຮັດໃຫ້ໂຊຊ້ຽວມີເດຍໃນປີ 2023 ມີການພັດທະນາ ແລະ ເພີ່ມຟີເຈີຕ່າງໆ ເພື່ອຕອບໂຈດຜູ້ໃຊ້ງານ ລວມໄປເຖິງນັກການຕະຫຼາດທີ່ໃຊ້ຟີເຈີໃນໂຊຊ້ຽວມີເດຍ ແລະ ສີ່ງທີ່ຈະເກີດຂຶ້ນໃນແຕ່ລະແພັດຟອມ ຈະມີຫຍັງປ່ຽນແປງແນ່ໄປເບິ່ງນໍາກັນເລີຍ.

Facebook

1. ເພີ່ມການເຫັນຄອນເທັ້ນທີ່ບໍ່ໄດ້ມາຈາກຜູ້ຕິດຕາມຫຼາຍຂຶ້ນ

ໃນປີ 2023 Facebook ຈະເອົາໃຈຜູ້ໃຊ້ງານທີ່ມີອາຍຸນ້ອຍຫຼາຍຂຶ້ນ ໂດຍເພີ່ມການເຫັນສິ່ງທີ່ໜ້າສົນໃຈໃຫ້ກັບຜູ້ໃຊ້ງານຫຼາຍຂຶ້ນຄ້າຍກັບແອັບ TikTok, ໂດຍໜ້າ Home ຈະເປັນໜ້າທີ່ຜູ້ໃຊ້ເຫັນສິ່ງທີ່ໜ້າສົນໃຈຈາກຜູ້ທີ່ເຮົາບໍ່ໄດ້ຕິດຕາມ ແຕ່ຖ້າຜູ້ໃຊ້ງານຢາກເຫັນເນື້ອຫາຈາກຜູ້ທີ່ເຮົາຕິດຕາມພຽງແຕ່ໃຊ້ງານໜ່້າ Feeds ໄດ້.

2. ສະໜັບສະໜູນໃຫ້ໃຊ້ Avatar ໃນການສະແດງຕົວຕົນລວມເຖິງການສ້າງວັດຖຸ 3D

Facebook ມີແຜນຈະສະໜັບສະໜູນໃຫ້ໃຊ້ Avatar ໃນການສະແດງຕົວຕົນເທິງໂລກອອນລາຍຫຼາຍຂຶ້ນເຊັ່ນ ການຕັ້ງຮູບໂປໄຟລ໌, ການສະແດງ Avatar ໃນຂະນະທີ່ວີດີໂອຄໍ, ການສ້າງ Reels ຈາກ VR ລວມໄປເຖິງການສະໜັບສະໜູບໃຫ້ແບນຕ່າງໆສ້າງສິນຄ້າ 3 ມິຕິ ເພື່ອກະຕູ້ນຄວາມສົນໃຈຂອງຜູ້ບໍລິໂພກ.

3. ການພັດທະນາ Message Ads

Message Ads ເປັນອີກເຄື່ອງມືທີ່ຈະຊ່ວຍໃຫ້ Facebook ສາມາດເຂົ້າເຖິງລູກຄ້າໄດ້ຫຼາຍຂຶ້ນ ເປັນການຕອບສະໜອງຕໍ່ຜູ້ໃຊ້ງານສ່ວນໃຫຍ່ທີ່ຕ້ອງການມີສ່ວນຮ່ວມກັບແບນ ຜ່ານ Direct Message.

4. ເລີກສະໜັບສະໜູນໂພສທີ່ມີການແປະລິ້ງຈາກພາຍນອກ

Facebook ມີທ່າອ່ຽງທີ່ຈະຢຸດສະໜັບສະໜູນໂພສທີ່ມີການແປະລິ້ງຈາກພາຍນອກ ເພາະຕ້ອງການໃຫ້ຄົນໃຊ້ງານ Facebook ດົນຂຶ້ນ ໂພສທີ່ຈະສະໜັບສະໜູນປະກອບມີ ໂພສມີມ ແລະ ໂພສສ້າງຄຳຖາມທີ່ຈະເຮັດໃຫ້ຜູ້ໃຊ້ງານຄົນອື່ນສົນໃຈ ແລະ ເຮັດໃຫ້ມີຄົນຕິດຕາມຫຼາຍຂຶ້ນ.

TikTok

1. ການພັດທະນາລະບົບ Live

ໃນ TikTok ເວີຊັນຈີນ (Douyin) ການ Live ເປັນລາຍໄດ້ຫຼັກຂອງແອັບ, ສຳລັບ TikTok ທີ່ເຮົາໃຊ້ງານຢູ່ນັ້ນ ຜູ້ສ້າງໄດ້ພະຍາຍາມພັດທະນາໃຫ້ການ Live ປະສົບຜົນສຳເລັດເຊັ່ນດຽວກັນ ເພື່ອໃຫ້ Creator ສ້າງລາຍໄດ້ໃຫ້ຫຼາຍຂຶ້ນ.

2. ລະບົບການຈ່າຍເງິນໃໝ່ສຳລັບ Creator

TikTok ມີແຜນຈະສ້າງລະບົບການຈ່າຍເງິນໃໝ່ໃຫ້ກັບ Creator ທີ່ຄ້າຍກັບ YouTube ທີ່ຈະຈ່າຍເງິນຕາມເປີເຊັນຄົນເບິ່ງໂຄສະນາໃນແຕ່ລະວີດີໂອ.

Instagram

1. ຫຼຸດຈຳນວນໂພສທີ່ແນະນຳໂດຍ AI ແລະ ປັບປຸງເພີ່ມການເຫັນ Reels ຫຼາຍຂຶ້ນ

Instagram ໄດ້ຫຼຸດຈຳນວນໂພສທີ່ແນະນຳໂດຍ AI ຈົນກວ່າຈະພັດທະນາໃຫ້ຜູ້ໃຊ້ງານພໍໃຈ ແລະ ຈະເນັ້ນສະແດງໂພສ Creator ທີ່ມີການໂພສຢ່າງຕໍ່ເນື່ອງ ເຊິ່ງໃນອະນາຄົດ Instagram ມີແຜນຈະພັດທະນາ AI ໃຫ້ມີການເຫັນ Reels ຫຼາຍຂຶ້ນ ເພາະ Reels ເປັນເນື້ອຫາທີ່ເຕີບໂຕໄວທີ່ສຸດແລະໄດ້ຮັບຄວາມນິຍົມ.

2. ກະຕຸ້ນການມີສ່ວນຮ່ວມໃນ Metaverse

Instagram ມີແນວຄິດຈະສະໜັບສະໜູນໂພສ AR 3D ແລະ ງານສິລະປະ NFT ຫຼາຍຂຶ້ນ ໂດຍການເພີ່ມໝວດ Digital Collectible ເປັນໝວດທີ່ Creator ຈະສາມາດຈັດສະແດງງານສິລະປະຂອງຕົວເອງໄດ້ ເພື່ອກະຕຸ້ນໃຫ້ຄົນສົນໃຈໂລກ VR ຫຼາຍຂຶ້ນ.

3. ການສະໜັບສະໜູນ Live ທາງ Instagram

Instagram ໄດ້ສະໜັບສະໜູນການ Live ໂດຍການເພີ່ມເຄື່ອງມືທີ່ຄົນ Live ສາມາດເພີ່ມລິ້ງຜະລິດຕະພັນໃນຂະນະ Live ໄດ້ ແລະ ໃນອະນາຄົດຈະມີການພັດທະນາໃຫ້ Live ເໝະສຳລັບພໍ່ຄ້າແມ່ຄ້າອອນລາຍ ຫຼາຍຂຶ້ນ.

Twitter

1. ເກັບເງິນລາຍເດືອນສຳລັບບັນຊີທີ່ມີສັນຍາລັກ.

Elon Musk ໄດ້ມີການປ່ຽນແປງ Twitter ຢ່າງຫຼວງຫຼາຍ ໜຶ່ງໃນນັ້ນແມ່ນ ການເກັບເງິນສຳລັບບັນຊີທີ່ຕ້ອງການສັນຍາລັກ ຫຼື ມີສັນຍາລັກທີ່ເປັນທາງການ ເພື່ອພັດທະນາການວິເຄາະ ແລະ ຂໍ້ມູນລົງເລິກໃຫ້ຕອບໂຈດຜູ້ໃຊ້ງານຫຼາຍຂຶ້ນ ແຕ່ຈະບໍ່ມີການເກັບຄ່າໃດໆກັບບັນຊີທົ່ວໄປ

2. ເພີ່ມວີດີໂອໃຫ້ຍາວຂຶ້ນ

ໃນປັດຈຸບັນວີດີໂອເປັນຄອນເທັ້ນສຳຄັນ ຈຶ່ງມີທ່າອ່ຽງທີ່ Twitter ຈະພັດທະນາວີດີໂອໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອດຶງດູດຄວາມສົນໃຈຂອງຜູ້ໃຊ້ງານ.

ຂໍ້ມູນຈາກ: socialmediatoday

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.