ຖົ່ວລຽນພັນພື້ນເມືອງລາວ ຫວານຫອມ ບໍ່ແພ້ຖົ່ວລຽນຕ່າງປະເທດ

ຖົ່ວລຽນສາຍພັນພື້ນເມືອງລາວນັ້ນ ມີມາແຕ່ສະໄໝບູຮານ ລຸ້ນປູ່ຍ່າຕາຍາຍເຮົາມາແລ້ວ ໂດຍບໍ່ມີໃຜຮູ້ວ່າຜູ້ໃດນຳເບ້ຍເຂົ້າມາປູກຕັ້ງແຕ່ສະໄໝໃດ ໂດຍປູກຢູ່ຕາມບ້ານແຕ່ສະໄໝບູຮານມາ ເຊິ່ງໄທບ້ານເອີນວ່າສາຍພັນພື້ນເມືອງ

ນາງ ບົວຕັນ ຈັນທະລາດ, ຈາກບ້ານ ບາຈຽງ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈຳປາສັກ ພະນັກງານ ຮ້ານບາຈຽງຈະເລີນສຸກ ສາຂາ ນະຄອນຫຼວງ ວຽງຈັນ ໄດ້ໃຫ້ຮູ້ວ່າ ຖົ່ວລຽນສາຍພັນບາຈຽງທີ່ຫາກໍນຳມາຂາຍໃນນະຄອນຫຼວງວຽງຈັນນັ້ນ ເປັນພັນທີ່ປູກກັນລຸ້ນຕໍ່ລຸ້ນສືບຕໍ່ກັນມາ ແລະບໍ່ໄດ້ມີການຕັດແຕ່ງພັນໃນເຊິງພານິດ ໂດຍທູກແກ່ນຖົ່ວລຽນ ສາມາດນຳໄປປູກກ້າຄືນໃໝ່ໄດ້ ແຕ່ທັງນີ້ທັງນັ້ນ ຄວນປູກໃນບ່ອນອາກາດບໍ່ຮ້ອນ ແລະ ບໍ່ເຢັນຈົນເກີນໄປ ເພາະຖົ່ວລຽນສາຍພັນນີ້ມັກອາກາດຮ້ອນພໍສົມຄວນ ແຕ່ບໍ່ເຖິງຂັ້ນວ່າຮ້ອນແຮງ.

“ຖົ່ວລຽນລາວ ເປັນພັນທີ່ອ່ອນແອ ເຮົາປູກຕາມທຳມະຊາດໂດຍທີ່ບໍ່ໄດ້ໃຊ້ປຸ໋ຍເຄມີ ຝຸ່ນທີ່ໃຊ້ຈະເປັນຝຸ່ນຄອກເຊັ່ນ: ຂີ້ເປັດ, ຂີ້ໄກ່ ຫຼື ຂີ້ງົວ,ຂີ້ຄວາຍ ເວລາປູກບໍ່ຄວນໃສ່ຝຸ່ນຕອນທີ່ຕົ້ນຍັງນ້ອຍຢູ່ ເພາະຕົ້ນຖົ່ວລຽນເຮົາຈະຕາຍ ສ່ວນໄລຍະການເກັບຜົນຜະລິດຂອງຖົ່ວລຽນ ກໍຈະຢູ່ທີ່ປະມານເດືອນ ມີຖຸນາ – ສີງຫາ ການເກັບຜົນເຮົາຈະບໍ່ໄດ້ຂຶ້ນຕັດເອົາຢູ່ຕົ້ນເລີຍ ມີແຕ່ຖ້າໝາກໃດສຸກແລ້ວມັນຫາກຫຼົ່ນລົງມາເອງ ເຮົາພຽງແຕ່ຖ້າເກັບໜ່ວຍທີ່ຕົກລົງມາຂາຍ ແລະ ກິນໄດ້” ນາງ ບົວຕັນ ກ່າວ.

ດັ່ງນັ້ນ ຂໍ້ຈຳກັດໃນການບໍລິໂພກຖົ່ວລຽນທຳມະຊາດແທ້ ຈຶ່ງແມ່ນຄວາມສຸກທີ່ພໍດີສະເພາະມື້ນັ້ນໆ ຍ້ອນວ່າການເກັບໜ່ວຍຖົ່ວລຽນ ຜູ້ປູກຈະບໍ່ສາມາດຮູ້ໄດ້ເລີຍວ່າໜ່ວຍໃດໃກ້ຈະສຸກແລ້ວ ນອກຈາກວ່າ ຖ້າໃຫ້ໜ່ວຍທີ່ຮອດໄລຍະເວລາສຸກ ຕົກລົງມາເອງ ເຮັດໃຫ້ຖັ່ວລຽນພື້ນບ້ານ ຈາກຮ້ານບາຈຽງ ແມ່ນສຸກແລ້ວທຸກໜ່ວຍ ແລະ ເມື່ອນຳມາຮອດ ນະຄອນຫຼວງ ແລ້ວ ຈະບໍ່ສາມາດເກັບໄວ້ດົນໄດ້ເກີນ 3 ມື້ ເພາະຈະເລະ.

ຢ່າງໃດກໍດີ ສະເໜ່ຂອງຖົ່ວລຽນພັນພື້ນເມືອງບາງຈຽງ ຢູ່ທີ່ຣົດຊາດທີ່ຫອມຫວານ ເຖິງແມ້ວ່າເນື້ອຂອງຖົ່ວລຽນຈະນ້ອຍ ສ່ວນແກ່ນຈະໃຫຍ່ ແລະ ສຸກໄວກວ່າພັນອື່ນໆ ໂດຍພິສູດໄດ້ຈາກຍອດຈຳໜ່າຍໃນແຕ່ລະມື້ໃນຮ້ານ.

“ຖ້າຖາມວ່າໄດ້ຂາຍດີບໍ່? ຕອບໄດ້ເລີຍວ່າໄດ້ຂາຍດີຫຼາຍເພາະພາຍໃນນະຄອນຫຼວງບໍ່ມີຈຳໜ່າຍ ເຮົາຈະເອົາຖົ່ວລຽນໃໝ່ມາທຸກມື້ເລີຍ” ນາງ ບົວຕັນ ກ່າວກັບອິນໄຊລາວໃນຕອນທ້າຍ ຢ່າງພາກພູມໃຈ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...