“ຂາຍຈືນກ້ວຍ” ອີກໜຶ່ງອາຊີບທີ່ສ້າງລາຍໄດ້ເພື່ອຄອບຄົວ

“ການຂາຍຈືນກ້ວຍ” ນັບວ່າເປັນອີກອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ກັບຫຼາຍໆ ຄົນໄດ້, ໂດຍການເຮັດຈືນກ້ວຍຂາຍແຕ່ລະເຈົ້າ ແຕ່ລະບ່ອນ ກໍຈະມີຄວາມແຕກຕ່າງກັນ ບໍ່ວ່າຈະເປັນເບລື່ອງຂອງຣົດຊາດ, ການປະສົມແປ້ງ ແລະ ການຈືນທີ່ມີຄວາມຊຳນານ ເພື່ອເຮັດໃຫ້ກ້ວຍທີ່ຈືນອອກມາກອບນອກນຸ້ມໃນ.

ນາງ ວໍລະຈັກ, 37 ປີ ເຈົ້າຂອງຮ້ານຈືນກ້ວຍ ທີ່ຂາຍຢູ່ຕໍ່ໜ້າ ທະນາຄານການຄ້າ ບ້ານ ຊຽງຍືນ,  ເມືອງຈັນທະບູລີ, ນະຄອນຫຼວງ ວຽງຈັນ ກ່າວວ່າ: ເພິ່ນເລີ່ມຂາຍຈືນກ້ວຍ ຢູ່ສະຖານທີ່ແຫ່ງນີ້ມາໄດ້ 2-3 ປີແລ້ວ ແຕ່ກ່ອນໜ້າທີ່ຈະມາຂາຍຈືນກ້ວຍ ເຄີຍຂາຍສາລີຕົ້ມ ແລະ ປີ້ງກ້ວຍມາກ່ອນ.

ສາເຫດທີ່ເລືອກຂາຍຢູ່ຈຸດນີ້ ຍ້ອນວ່າທຳເລດີ ເປັນສູນລວມຂອງຫຼາຍໆ ບໍລິສັດ ແລະ ມີຄົນຂາຍໜ້ອຍ ເຊິ່ງການຂາຍຈືນກ້ວຍນີ້ ສາມາດສ້າງລາຍຮັບໃຫ້ກັບຄອບຄົວ, ເຮັດໃຫ້ມີເງິນເກັບໃນແຕ່ລະມື້ ແລະ ຍັງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.

ບໍ່ວ່າຈະເປັນອາຊີບໃດໆ ຖ້າເຮົາຕັ້ງໃຈເຮັດ, ເຮັດດ້ວຍຄວາມມັກຮັກ, ເຮັດໃຫ້ໄດ້ຄຸນນະພາບ ສະເໝີຕົ້ນສະເໝີປາຍ ແລະ ດຸໝັ້ນຂະຫຍັນພຽນເຮົາກໍຈະສາມາດສ້າງລາຍຮັບໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...