ໝວຍ ທະນາພອນ ຕົວແທນນັກສຶກສາລາວ ຮ່ວມແຂ່ງຂັນອອກແບບ ສະຖາປັດລະດັບອາຊີທີ່ ປະເທດໄທ.

ນາງ ທະນາພອນ ຊວ້ານສວນດາວ ຫຼື ໝວຍ ນັກສຶກສາປີ 4 ສະຖາປັດຕະຍາກໍາສາດ, ມະຫາວິທະຍາໄລແຫ່ງຊາດ ຜູ້ທີ່ມີຄວາມສາມາດໃນການອອກແບບ ຈົນເຮັດໃຫ້ການອອກແບບ “ສູນຮັບມື ແລະ ໃຫ້ຄວາມຮູ້ກ່ຽວກັບໂຣກລະບາດ” ໄດ້ຮັບລາງວັນ ພາຍໃຕ້ຫົວຂໍ້ “ການອອກແບບ ສະຖາປັດຕະຍະກຳ ພາຍຫຼັງເກີດພະຍາດ ໂຄວິດ-19” ແລະ ໄດ້ເປັນຕົວແທນນັກສຶກສາລາວ ເພື່ອເຂົ້າຮ່ວມການແຂ່ງຂັນ ອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ໃນລະຫວ່າງ ວັນທີ 19-20 ພະຈິກ 2022 ທີ່ ມະຫາວິທະຍາໄລ ຣາດກະບັງ, ປະເທດໄທ.

ນາງ ທະນາພອນ ກ່າວວ່າ: ຜົນງານທີ່ໄດ້ຮັບຊະນະເລີດໃນຄັ້ງນີ້ ແມ່ນ “ສູນຮັບມື ແລະ ໃຫ້ຄວາມຮູ້ກ່ຽວກັບໂຣກລະບາດ” ເນື່ອງຈາກການແພ່ລະບາດຂອງ ໂຄວິດ-19 ເຮັດໃຫ້ຮູ້ສຶກວ່າ ການອອກແບບອາຄານ ຄວນມີການປ່ຽນແປງໃນທາງທີ່ດີຂຶ້ນ ບໍ່ພຽງແຕ່ສູນ ທີ່ໃຫ້ຄວາມຮູ້ກ່ຽວກັບໂຄວິດເທົ່ານັ້ນ ແຕ່ລວມເຖິງໂຣກທຸກຊະນິດ ທີ່ອາດຈະເກີດຂຶ້ນໃນອານະຄົດ, ໂດຍສະເພາະສູນທີ່ໃຫ້ຄວາມຮູ້ ແກ່ປະຊາຊົນທີ່ຢູ່ໃນເຂດຊົນນະບົດ, ຢູ່ຫ່າງຈາກໂຮງໝໍ ໄດ້ຮັບການແນະນຳກ່ຽວກັບໂຣກ ແລະໄດ້ຮັບການຮັກສາຢ່າງທົ່ວເຖິງ.

ໂຄງການນີ້ ໃຊ້ເວລາໃນການອອກແບບ ປະມານສອງເດືອນ ແລະ ຈຸດທີ່ນ້ອງຄິດວ່າ ໄດ້ໃຈກຳມະການ ກໍຄືຂະບວນແນວຄວາມຄິດ, ຂອງການອອກແບບ ແລະ ວິທີການນຳສະເໜີວຽກ ໃຫ້ກຳມະການເຂົ້າໃຈ ໃນສິ່ງທີ່ນ້ອງຢາກຈະເຮັດ, ສິ່ງທີ່ສຳຄັນໃນການແຂ່ງຂັນຄັ້ງນີ້ ແມ່ນຢາກອະທິບາຍ ເຖິງຄວາມສຳຄັນຂອງໂຄງການ, ຖ້າຫາກໂຄງການນີ້ ສາມາດເກີດຂຶ້ນຈິງໄດ້ ກໍຈະເຮັດໃຫ້ຊຸມຊົນ ໃນເຂດຊົນນະບົດໄດ້ຮັບການຮັກສາທີ່ດີຂຶ້ນ.

ສິ່ງທີ່ຕ້ອງກະກຽມ ໃນການແຂ່ງຂັ້ນໃນຄັ້ງນີ້ ກໍຈະເປັນຄວາມພະຍາຍາມ ທີ່ຈະຕ້ອງມີໃຫ້ຫຼາຍຂຶ້ນ, ປັບປຸງ ແລະ ແກ້ໄຂວຽກໃຫ້ດີຂຶ້ນ ໂດຍໄດ້ຮັບຄຳປຶກສາຈາກອາຈານ ແລະ ດຣ ຜູ້ຊ່ຽວຊານ ທາງດ້ານການອອກແບບ, ຈຸດເດັ່ນໃນງານຄັ້ງນີ້ ກໍຄືການອອກແບບ ທີ່ຄຳນຶງເຖິງຊຸມຊົນ ແລະຊົນນະບົດອ້ອມຂ້າງເປັນຫຼັກ.

ນອກຈາກການອອກແບບແລ້ວ ໝວຍ ຍັງມີຄວາມສາມາດເປັນນາງແບບ Freelance ຫຼື ນາງແບບອິດສະຫຼະ ທີ່ຮັບທັງວຽກເດີນແບບ ແລະ ຖ່າຍແບບທົ່ວໄປ, ແຕ່ບໍ່ວ່າຈະເປັນການອອກແບບ ຫຼື ເດີນແບບ ເວລາສ້າງຜົນງານແຕ່ລະຢ່າງອອກມາ ໝວຍ ຈະພະຍາຍາມສື່ສິ່ງທີ່ຄິດຢູ່ໃນຫົວ ອອກມາເປັນພາບ ເພື່ອໃຫ້ທຸກຄົນເຂົ້າໃຈໃນສິ່ງທີ່ກຳລັງຄິດຢູ່.

ສຳລັບການແບ່ງເວລາຮຽນ ກັບເວລາຮັບວຽກຂອງ ໝວຍ ແລ້ວ ເວລາຮຽນ ແມ່ນຈະຮັບໂຄງການອອກແບບ ເຊິ່ງໂຄງການ  ໜຶ່ງ ຈະໃຊ້ເວລາປະມານ 1-2 ເດືອນ, ໝວຍຈະໃຊ້ເວລາຊ່ວງຕົ້ນເດືອນ ຮັບງານເດີນແບບ, ຖ່າຍແບບ ສ່ວນຊ່ວງກາງເດືອນ ແລະ ທ້າຍເດືອນ ແມ່ນຈະໃຊ້ເວລາທຸ້ມໃຫ້ກັບການອອກແບບໂຄງການ.

ທຸກຄົນຈະຮູ້ດີວ່າ ການຮຽນສະຖາປັດ ມັນໜັກຢູ່ແລ້ວ ແຕ່ ໝວຍ ກໍຍັງພະຍາຍາມຫາເວລາວ່າງ ເພື່ອເຮັດໃນສິ່ງທີ່ຕົນເອງມັກອີກຢ່າງໃຫ້ດີ ແລະ ບໍ່ເຄີຍປະຖິ້ມເລື່ອງການຮຽນ ເພາະທັງສອງຢ່າງເປັນວຽກທີ່ເຮົາມັກ ແລະ ເຮົາເລື່ອກທີ່ຈະເຮັດ ເຊິ່ງຈະເຮັດໃຫ້ດີທີ່ສຸດ.       

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...