ໂທລະພາບ ລາວ-​ຈີນ ຮ່ວມ​ມື​ສ້າງ​ຊ່ອງ​​ໂທລະພາບ​ ດິຈິ​ຕອນ​ ລາວ

ພິທີ​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມື​ ສ້າງ​ຊ່ອງ​ໂທລະພາບດິຈິ​ຕອນ​ລາວ ຜ່ານ​ລະບົບ LD TV (Lao Digital TV) ລະຫວ່າງ ສະຖານີ​ໂທລະ​ພາບ​ແຫ່ງ​ຊາດ​ລາວ ​ໄດ້​ຮ່ວມ​ມື​ກັບ ກຸ່ມ​ບໍລິສັດ​ວິທະຍຸ-​ໂທລະພາບ​ ແຂວງ​ຢຸນນານ ຈຳກັດ ສປ ຈີນ ໄດ້​ຈັດ​ຂຶ້ນ​ໃນຕອນ​ແລງ​ວັນ​ທີ 28 ພຶດສະພາ 2019 ທີ່​ນະຄອນຫລວງ​ວຽງຈັນ ລະຫວ່າງ ທ່ານ ບຸນ​ເຈົ້າ ພິຈິດ ຜູ້​​ອວຍ​ການ​ໃຫຍ່ ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ທ່ານ ​ເຫີ​ຍ ຢ່າ ນິ໋ງ ປະທານກຸ່ມ​ບໍລິສັດ ​ວິທະຍຸ-​ໂທລະພາບ​ ແຂວງ​ຢຸນນານຈຳກັດ ​ໂດຍ​ມີ ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ ​ຂອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ຜູ້​​ອວຍ​ການ​ໃຫຍ່ ໂທລະພາບ​ແຫ່ງ​ຊາດ​ລາວ ​ໃຫ້​ຮູ້​ວ່າ:​ ການ​ໃນ​ຮ່ວມ​ມື​ກັນ​ຄັ້ງ​ນີ້, ​ແມ່ນ​ຈະ​​ເພີ່ມ​ຊ່ອງ ​ເຂົ້າ​ໃນ​ລະບົບ​ LDTV ​​​ ເຊິ່ງຈະ​ມີ​ສອງ​ພາສາຄື: ພາສາ​ລາວ ​ແລະ ພາສາ​ຈີນ ​ໂດຍ​ປະກອບ​ມີ​:

ລາຍການຂ່າວ, ລາຍການ​ບັນ​ເທິງ, ລະຄອນ, ຮູບ​ເງົາ​ຈີນ, ສາລະ​ຄະດີ, ລາຍການທ່ອງທ່ຽວ, ວັດທະນ​ະທຳ, ລາຍການ​ອາຫານ ​ແລະອື່ນໆ,

ທັງ​ນີ້ ກໍ​ເພື່ອ​ແນ​ໃສ່​ ​ໂຄສະນາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ ທັງ​ເປັນ​ການ​ແລກປ່ຽນວັດທະນະທຳ, ​ແລກປ່ຽນທາງ​ຂໍ້​ມູນ​ຂ່າວສານ​ຕ່າງໆ ຂອງ​ສອງ​ປະ​ເທດ​ ​ໃຫ້​ເຂົ້າ​ສູ່​ລ່ວງ​ເລີກ ​ແລະ ​ເປັນ​ຮູບ​ປະ​ທຳ.

ຜູ້​​ອວຍ​ການ​ໃຫຍ່ ໂທລະພາບ​ແຫ່ງ​ຊາດ​ລາວ ​ໃຫ້​ຮູ້​ອີກ​ວ່າ: ​ປະຈຸບັນ​ແມ່ນ​ຢູ່​ໃນ​ ຊ່ວງຂອງ​ການ​ທົດ​ລອງ​ອອກ​ອາກາດ ​​​ເຊິ່ງ​ໄດ້​ນຳ​ເອົາ​ຂ່າວ, ສາລະ​ຄະດີ ຂອງ​ລາວ ​ແລະ ຮູບ​ເງົາ​​ຈີນ ຈຳນວນໜຶ່ງ ມາ​ອອກ​ອາກາດ​ທົດ​ລອງ ຄາດ​ວ່າຈະ​ອອກ​ອາກາດ ທາງ​ເປັນ​ທາງ​ການ​ໃນ​ໄວໆນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...