Articles by

Insidelaos

ບໍລິການລົດເມ ທາງເລືອກໜຶ່ງທີ່ຫຼາຍຄົນເລືອກໃຊ້ໃນຍຸກນີ້

ລົດເມ ເປັນອີກບໍລິການໜຶ່ງ ທີ່ອຳນວຍຄວາມສະດວກໃຫ້ກັບຄົນທີ່ບໍ່ມີພາຫະນະສ່ວນຕົວຂີ່ ແລະ ໃນຍຸກທີ່ນ້ຳມັນແພງແບບນີ້ ການໃຊ້ບໍລິການຂອງລົດເມ ກໍເປັນທາງເລືອກອີກອັນໜຶ່ງໃນການປະຢັດຄ່າໃຊ້ຈ່າຍໃນການຊື້ນ້ຳມັນໃສ່ລົດ ໄດ້ທັງຄວາມສະດວກສະບາຍ ແລະ ຍັງປອດໄພນຳອີກ.

ພາສ່ອງຄວາມໜ້າຮັກ ນ້ອງນ້ຳໃສ ດາວ TIKTOK ລຸ້ນນ້ອຍໄວ 4 ປີ

ນ້ອງນ້ຳໃສ ສາວນ້ອຍໄວ 4 ປີ ກຳລັງສາຍແວວເທິງ TIKTOK ດ້ວຍຄຳເວົ້າທີ່ໜ້າຮັກ ເຮັດໃຫ້ຫຼາຍໆຄົນທີ່ໄດ້ເບິ່ງຄລິບນ້ອງ ຕ່າງກໍມີຮອຍຍິ້ມໄປຕາມໆກັນ. ນ້ອງນ້ຳໃສ ມີຊື່ແທ້ວ່າ ສຸນິດາ ທຸມມະລີ ເປັນລູກຂອງທ້າວ ພັນວຽງໄຊ ຄຳມະວົງ ແລະ ນາງ ລຸນນີ ທຸມມະລີ, ຢູ່ທີ່ບ້ານ ດອນແດງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

ມາຮູ້ຈັກ! ນັດດາວ ສາວສຽງໃສ ຈາກ ຫຼວງນ້ຳທາ.

ຫຼາຍຄົນຄົງຈະຄຸ້ນຫູກັນດີກັບເພງ “ແພງອ້າຍ” ທີ່ມີນັກຮ້ອງສາວສຽງໃສ ນັດດາວ ຮ້ອງຮ່ວມກັບ "ລູກເຂີຍໃສ່ມອງ" ທີ່ຍອດວິວຕອນນີ້ທະລຸເກືອບ 200 ລ້ານວິວແລ້ວ, ແຕ່ສິ່ງທີ່ຫຼາຍຄົນສົງໃສວ່າ ນັດດາວ ສາວນ້ອຍໄວ 20 ປີ ຄົນນີ້ ມາຮ່ວມງານກັບ ລູກເຂີຍໃສ່ມອງ ໄດ້ແນວໃດ ແລະ ເຂົາເຄີຍມີຜົນງານເພງຫຍັງມາແດ່?

ອັນຕະລາຍ! ແມ່ບ້ານບໍ່ຄວນເຮັດ ເອົານ້ຳຢາລ້າງຫ້ອງນ້ຳ ກັບ ໄຮເຕີ້ ປະສົມກັນ.

ແມ່ບ້ານຫຼາຍຄົນຢູ່ລາວ ອາດຍັງບໍ່ທັນຮູ້ ແລະ ບໍ່ເຂົ້າໃຈວ່າ ການທີ່ເຮົາເທນ້ຳຢາຖູພື້ນ ກັບ ນ້ຳຢາໄຮເຕີ ມາປະສົມກັນ ມັນຈະເກີດອາຍພິດ ທີ່ເປັນອັນຕະລາຍຕໍ່ເຮົາໄດ້ ມື້ນີ້ເຮົາມີປະສົບການກ່ຽວກັບເລື່ອງນີ້ມາບອກກັນ.

ຖົ່ວລຽນພັນພື້ນເມືອງລາວ ຫວານຫອມ ບໍ່ແພ້ຖົ່ວລຽນຕ່າງປະເທດ

ຖົ່ວລຽນສາຍພັນພື້ນເມືອງລາວນັ້ນ ມີມາແຕ່ສະໄໝບູຮານ ລຸ້ນປູ່ຍ່າຕາຍາຍເຮົາມາແລ້ວ ໂດຍບໍ່ມີໃຜຮູ້ວ່າຜູ້ໃດນຳເບ້ຍເຂົ້າມາປູກຕັ້ງແຕ່ສະໄໝໃດ ໂດຍປູກຢູ່ຕາມບ້ານແຕ່ສະໄໝບູຮານມາ ເຊິ່ງໄທບ້ານເອີນວ່າສາຍພັນພື້ນເມືອງ

ຍ້ອນຫຍັງ ຄົນລາວຈຶ່ງບໍ່ນິຍົມໃຊ້ “ສິນຄ້າລາວ”? ສິນຄ້າແພງກວ່າ ຫຼື ມາດຕະຖານບໍ່ໄດ້!

ເຊື່ອວ່າ ຄົນລາວສ່ວນໃຫຍ່ຕ່າງກໍຢາກສົ່ງເສີມສິນຄ້າລາວຢູ່ແລ້ວ ຖ້າຫາກວ່າສິນຄ້າ ເຫຼົ່ານັ້ນ ມີຄຸນນະພາບເມື່ອທຽບກັບສິນຄ້ານຳເຂົ້າຈາກຕ່າງປະເທດ ແລະ ມີລາຄາທີ່      ເໝາະສົມ, ແຕ່ກໍບໍ່ໄດ້ໝາຍຄວາມວ່າສິນຄ້າລາວເຮົາບໍ່ມີຄຸນນະພາບ ເຊິ່ງສິນຄ້າ ທີ່ໄດ້ຄຸນນະພາບ ຊ້ຳພັດມີລາຄາທີ່ສູງຕາມມານຳ.

ຮຽນແບບໃດໃຫ້ໄດ້ທຶນຮຽນ! ເທັກນິກການຮຽນເກັ່ງ ຈາກ ຈັນທະຈອນ ວົງຂັນທອງ

ຄວາມພະຍາຍາມທີ່ຈະສຶກສາຮ່ຳຮຽນ ສາມາດເກີດຂຶ້ນໄດ້ກັບທຸກຄົນ ເຖິງວ່າບຸກຄົນນັ້ນຈະເຄີຍຮຽນອ່ອນມາກໍຕາມ ຖ້າມີຄວາມຕັ້ງໃຈແລ້ວ ຄວາມສຳເລັດກໍຈະຕາມມາ ເຊັ່ນດຽວກັນກັບ ທ້າວ ຈັນທະຈອນ ວົງຂັນທອງ, ອາຍຸ 18 ປີ ເປັນຄົນ ຊົນເຜົ່າລື້ ອາໄສຢູ່ ເມືອງ ຊຽງຮ່ອນ, ແຂວງ ໄຊຍະບູລີ ເປັນນັກຮຽນທຶນ ຂອງໂຄງການ Children’s dream Scholarship, ປັດຈຸບັນ ເຂົາ ສຶກສາຢູ່ປີ 1 ຄະນະພາສາສາດ, ພາກວິຊາພາສາອັງກິດ, ມະຫາວິທະຍາໄລ ສຸພານຸວົງ, ແຂວງ ຫຼວງພຣະບາງ.

ເປີດໃຈ ເພດທີ 3! ເພດທາງເລືອກ ທີ່ບໍ່ມີທາງເລືອກ.

ປັດຈຸບັນ ການມີບົດບາດທາງສັງຄົມຂອງເພດທີ 3 ຢູ່ບ້ານເຮົາ ເລີ່ມມີໃຫ້ເຫັນກັນຫຼາຍຂຶ້ນ ແລະ ເປັນທີ່ຮັບຮູ້ຫຼາຍຂຶ້ນ, ແຕ່ກໍຍັງມີຂໍ້ຈຳກັດ ສຳລັບເພດທີ 3 ນີ້ຢູ່. ຕໍ່ໄປນີ້ ແມ່ນຄວາມຮູ້ສຶກຂອງເພດທີ 3 ທີ່ຢາກບອກໃຫ້ສັງຄົມຮັບຮູ້: