ແບ່ງປັນເລືອດແບ່ງປັນຄວາມຮັກ

ໃນວັນ ທີ 14 ກຸມພາ 2023 ຢູ່ທີ່ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດ ໄດ້ມີກິດຈະກຳ “ແບ່ງປັນເລືອດແບ່ງປັນຄວາມຮັກ” ເປັນການຮ່ວມມື້ກັນລະຫວ່າງ ສະຖາບັນເລືອດແຫ່ງຊາດ ແລະ ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ).

ຈຸດປະສົງ ແມ່ນເພື່ອຕ້ອງການສືບຕໍ່ປະກອບສ່ວນໃນການຊ່ວຍເຫຼືອສັງຄົມ ເນື່ອງຈາກພວກເຮົາເຫັນວ່າປັດຈຸບັນ ເລືອດຍັງຂາດແຄນຫຼາຍ ແລະ ມີຄວາມຈຳເປັນສຳລັບຫຼາຍໆຄົນທີ່ຕ້ອງການເລືອດໃນກໍລະນີສຸກເສີນ.

ຈາກການສອບຖາມ ນາງ ດາວັນ ພົງຊາ ນັກຮຽນຊັ້ນມໍ 7 ໂຮງຮຽນຫງວຽນຢູ ໜຶ່ງໃນຜູ້ເຂົ້າບໍລິຈາກເລືອດໃນຄັ້ງນີ້ ເວົ້າວ່າ: ການບໍລິຈາກເລືອດເທື່ອນີ້ ເປັນເທື່ອທຳອິດຂອງນ້ອງເລີຍ, ຮູ້ສຶກຕື່ນເຕັ້ນດີ ຕອນທຳອິດກໍຮູ້ສຶກຢ້ານໆຢູ່ ຢ້ານວ່າເລືອດເຮົາຈະບໍ່ຜ່ານ, ບໍ່ສາມາດເອົາອອກໄດ້ ແຕ່ກໍລົງໃຈທີ່ສຸຂະພາບເຮົາແຂງແຮງ ສາມາດນຳເລືອດຂອງຕົນເອງໄປຊ່ວຍຜູ້ທີ່ ຂາດແຄນເລືອດ.

ນາງ ພຸດທະພອນ ພະນັກງານຢູ່ BCEL ເວົ້າວ່າ: ການບໍລິຈາກເລືອດເທື່ອນີ້ເປັນເທື່ອທີ 7 ແລ້ວ ແຕ່ການທີ່ໄດ້ມາບໍລິຈາກເທື່ອໃດ ກໍຍັງມີຄວາມຕື່ນເຕັ້ນ ແລະ ລຸ້ນຢູ່ສະເໝີ ວ່າເຮົາຈະສາມາດເອົາເລືອດອອກໄດ້ບໍ່, ສ່ວນຕົວແລ້ວຈະມາບໍລິຈາກວັນທີ 14 ກຸມພາ ຂອງທຸກໆປີ ນອກນັ້ນ ການບໍລິຈາກເລືອດຍັງໄດ້ສຸຂະພາບທີ່ແຂງແຮງ ໂດຍສະເພາະແມ່ນ: ໄດ້ກວດສຸຂະພາບ, ໄດ້ຮູ້ໝວດເລືອດຕົນເອງ, ໄດ້ຊ່ວຍຊີວິດຄົນ ແລະ ໄດ້ບຸນກຸສົນນຳອີກ.

ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າ ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວແຫ່ງຊາດ ກ່າວວ່າ: ສະເພາະປີ 2022, ແຜນການຄາດໝາຍສູ້ຊົນ ໃນການປຸກລະດົມຮັບບໍລິຈາກເລືອດໃນທົ່ວປະເທດ ເຊີ່ງຕ້ອງໃຫ້ບັນລຸ 68,000 ຖົງ  ແຕ່ພວກເຮົາສາມາດປະຕິບັດໄດ້ 67,017 ຖົງ ເທົ່າກັບ 98,5% ຂອງແຜນການ.

ສ່ວນ ປີ 2023, ແຜນການຄາດໝາຍສູ້ຊົນ ທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງບັນລຸ 73,000 ຖົງ ເຊີ່ງກໍໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງໄປຈັດຕັ້ງປະຕິບັດ. ເຊີ່ງພວກເຮົາມີຄວາມມຸ້ງໝັ້ນຢ່າງແຮງກ້າທີ່ຈະໃຫ້ບັນລຸຕາມຄາດໝາຍດັ່ງກ່າວ ເພື່ອໃຫ້ເປັນໄປຕາມຄວາມຕ້ອງການເລືອດຂັ້ນຕໍ່າ ຂອງອົງການອານາໄມໂລກ ທີ່ກຳນົດໄວ້ວ່າ ຕ້ອງຮັບບໍລິຈາກເລືອດໃຫ້ໄດ້ 1% ຂອງປະຊາຊົນຕໍ່ປີ ຫຼື 10 ຖົງ ຕໍ່ 1,000 ຄົນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...